ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ການຈັດຕັ້ງ​ຜັນ​ຂະຫຍາຍ ​ມະຕິ 04 ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ
ເວລາອອກຂ່າວ: 2024-12-04 09:31:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1559 | ຄວາມນິຍົມ:



ສະຫາຍ ດາວ​ວົງ ພອນ​ແກ້ວ ກຳມະການ​ສູນ​ກາງ​ພັກ, ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ສາລະ​ວັນ ໃຫ້​ຮູ້​ວ່າ: ການ​ປະຕິ ບັດ​ມະຕິ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ກໍ​ຄືມະຕິ​, ຄຳ​ສ່ັງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ແລະ ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ ຢູ່​ແຂວງ​ສາລະ​ວັນ ໂດຍ​ລວມ​ແມ່ນ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຍັງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ຄ້ຳປະກັນ ​ເຮັດ​ໃຫ້​ແຂວງ​ມີ​ຄວາມ​ໜັກ​ແໜ້ນ ເຖິງ​ແມ່ນ​ວ່າການ​ພັດທະນາ​ເສດຖະກິດ-ສັງຄົມ ຈະ​ມີ​ຄວາມຫ​ຍຸ້ງ​ຍາກ​ອັນ​ເນື່ອງ​ມາ​ຈາກ​ຫຼາຍ​ປັດໄຈ​ທີ່​ກະ ທົບ​ໃສ່ ແຕ່​ເຖິງ​ແນວໃດ​ກໍຕາມ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ກໍຄື​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ໄດ້​ສຸມ​ໃສ່​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໜູນ​ໜິບ​ການ​ພັດທະນາ​ເສດຖະກິດ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ ເຖິງ​ແມ່ນ​ວ່າ​ກຳລັງ​ອິດ​ທິ​ປໍ​ລະ​ປັກ​ຍັງ​ສຶບ​ຕໍ່​ເຄື່ອນ​ໄຫວ​ກົນອຸບາຍ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ພວກ​ເຂົາ​ໄດ້​ທຳລາຍ​ມ້າງເພ​ແນວ​ຄິດ-ຄວາມ​ສາມັກຄີ​ພາຍ​ໃນ ໂດຍ​ພະຍາຍາມ​ນຳ​ໃຊ້​ຊ່ອງ​ຫວ່າງ​ກົນ​ໄກ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ເພື່ອ​ກົດ​ດັນ-ແຊກ​ແຊງ ບໍ່​ວ່າ​ຈະ​ເປັນ​ທາງ​ສາສະໜາ, ສິດທິ​ມະນຸດ, ບັນຫາ​ຊົນເຜົ່າ ແລະ ອື່ນໆ ເພື່ອ​ເປັນ​ຂໍ້​ອ້າງ​ໂຄສະນາ​ທັບ​ຖົມ​ໂຈມ​ຕີ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ກໍ່ໃຫ້ເກີດ​ມີ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ຫຼາຍ​ຂຶ້ນ. ຕໍ່​​ເຫດການ​ດັ່ງກ່າວ: ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ່​ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ຖື​ສຳຄັນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ ເປັນ​ບູລິມະສິດ​ແຖວ​ໜ້າ​ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ພັກ ໄດ້​ຊີ້​ນຳ​ພະນັກງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ສຸມ ​ໃສ່​ໃນ​ການ​ສ້າງ​ແຂວງ​ເປັນ​ຫົວ ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບ ດ້ານ ແລະ ສ້າງ​ບ້ານ​ເປັນ​ກຸ່ມ​ບ້ານ​ພັດທະນາ. ດັ່ງນັ້ນ, ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ຈິ່ງ​ອອກ​ມະຕິ​ຕົກລົງ​ສະຫຼຸບ​ການເຄື່ອນໄຫວ​ຈັດ​ຕັ້ງ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ປະຈຳ​ປີ ຂັ້ນ​ສູນ​ກາງ ​ແລະ​ ແຕ່​ລະ​ພາກ​ຄື: ພາກ​ເໜືອ, ພາກ​ກາງ ແລະ ພາກໃຕ້​ໂດຍ​ມອບ​ໃຫ້ການ​ນຳ​ພັກ​ແຂວງ, ກອງ​ບັນຊາ​ການ​ທະຫານ​ແຂວງ-ກອງ​ບັນຊາ​ປ້ອງ​ກັນ​ຄວາມ​ສະ ຫງົບ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ ເວົ້າ​ສະເພາະ​ຢູ່​ແຂວງ​ສາລະ​ວັນ ໄດ້​ສຸມໃສ່​ຈັດ​ຕັ້ງ​ປະຕິບັດ ວາລະ​ແຫ່ງ​ຊາດ​ຂອງ​ພັກ ແລະ ລັດຖະ ບານ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາຢາ​ເສບ​ຕິດຢ່າງ​ເຂັ້ມ​ງວດ ສະເພາະ​ໄລຍະ 9 ເດືອນ​ຜ່ານ​ມາ ສາມາດ​ມ້າງ​ຄະດີ 51 ເລື່ອງ, ຈັບ​ຜູ້​ຖືກຫາ 128 ຄົນ, ຍິງ 7 ຄົນ ແລະ ປະເພດ​ຂອງ​ກາງ​ຢາ​ບ້າ 211.523 ເມັດ, ລົດ​ໃຫຍ່ 3 ຄັນ, ລົດຈັກ 35 ຄັນ, ມີ​ອຸບັດຕິເຫດ​ເກີດ​ຂຶ້ນ​ທັງ​ໝົດ 111 ຄັ້ງ, ບາດເຈັບ 189 ຄົນ, ເສຍ​ຊີວິດ 27 ຄົນ, ພາຫະນະ​ເປ່​ເພ 202 ຄັນ, ມູນ​ຄ່າ​ເສຍຫາຍ​ທັງ​ໝົດ 4,08 ຕື້​ກວ່າ​ກີບ ພ້ອມ​ນັ້ນ, ​ຍັງ​ໄດ້​ເອົາໃຈໃສ່​ໃນ​ການ​ປົກ​ປັກ​ຮັກສາ-ປ້ອງ​ກັນ​ບໍລິເວນ​ຊາຍ​ແດນ​ເບື້ອງ​ຕາເວັນ​ອອກ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ກັບ ​ສສ ຫວຽດນາມ ສາມາດ​ເກັບ​ກຳ​ຄົນ​ເຂົ້າ-ອອກ​ເມືອງ​ໄດ້ 76.742 ຄົນ, ພາຫະນະ 12.373 ຄັນ; ເບື້ອງ​ຕາເວັນຕົກ (ແຂວງສາລະ​ວັນ ກັບ ແຂວງອຸບົນ​ຣາ​ຊະ​ທານີ ຣາ​ຊະ​ອານາຈັກ​ໄທ) ເກັບ​ກຳ​ຄົນ​ເຂົ້າ-ອອກ​ເມືອງ​ໄດ້ 36.836 ຄົນ, ພາຫະນະ 244 ຄັນ ໂດຍ​ລວມ​ເຫັນ​ວ່າ​ມີ​ຄວາມ​ສະຫງົບ. ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນເຊິ່ງ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ ເສດ ຖະກິດ​ມີ​ທ່າ​ອ່ຽງ​ຂະຫຍາຍຕົວ​ດີ​ຂຶ້ນ ສະແດງ​ອອກ​ຈາກ​ການ​ຈັດ​ເກັບ​ລາຍ​ຮັບມາ​ຮອດ​ປັດຈຸບັນ​ປະຕິບັດ​ໄດ້ 176 ຕື້​ກວ່າ​ກີບ ເທົ່າ​ກັບ 85,68% ຂອງ​ແຜນການ​ປີ ໃນ​ນັ້ນ, ສູນ​ກາງ​ຄຸ້ມ​ຄອງ​ປະ​ຕິບັດ​ໄດ້ 65 ຕື້​ກວ່າ​ກີບ ເທົ່າ​ກັບ 77,06%, ແຂວງ​ຄຸ້ມ​ຄອງ​ປະຕິບັດ​ໄດ້ 110 ຕື້​ກ່ວ​​າ​ກີບ ເທົ່າ​ກັບ 91,80% ຄາດຄະເນ​ວ່າ​ຈະ​ໄດ້​ລື່ນ​ແຜນ. ສວນ​ລາຍ​ຈ່າຍ ປະຕິບັດ​ໄດ້ 390 ຕື້​ກວ່າ​ກີບ ເທົ່າ​ກັບ 75%, ການ​ເບີກ​ຈ່າຍ​ເງິນ ເດືອນ​ທ່ວງ​ທັນ​ຕາມ​ກຳນົດ​ເວລາ. ສີນ​ຄ້າ​ສົ່ງ​ອອກ​ປະຕິບັດ​ໄດ້ 1.021 ຕື້​ກີບ ລື່ນ​ແຜນ​ປີ 53%, ສວນ​ສີນ​ຄ້າ​ນຳ​ເຂົ້າປະຕິບັດ​ໄດ້ 430,64 ຕື້​ກີບ ທຽບ​ໃສ່​ແຜນ​ປີ​ປະຕິບັດ​ໄດ້​ລື່ນ​ເທົ່າ​ຕົວ. ເອົ​​າ​ໃຈໃສ​່ຊຸກຍູ້​ສົ່ງເສີມການ​ຜະລິດ​ເຂົ້າ ຮັບປະກັນ​ໄດ້​ພາຍ​ໃນ​ແຂວງ ແລະ ຈຳນວນ​ໜຶ່ງ​ແມ່ນ​ສົ່ງ​ອອກ​ໄປ​ຕ່າງ​ແຂວງ ແລະ ຕ່າງປະເທດ ໂດຍ​ສະເພາະ​ແມ່ນ ​ສປ ຈີນ ນອກຈາກ​ນັ້ນ, ຍັງ​ໄດ້​ສົ່ງ ເສີມ​ການ​ລ້ຽງສັດ​ເປັນ​ຟາມ ແລະ ແບບ​ຄອບຄົວ​ຕື່ມ​ອີກ. ສະຫາຍ ດາວ​ວົງ ພອນ​ແກ້ວ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ການຈັດຕັ້ງ​ຜັນ​ຂະຫຍາຍ ມະຕິ 04/​ກມສພ ວ່າ​ດ້ວຍ​ການ​ສ້າງ​ເສດຖະກິດ ເອກະລາດ ເປັນ​ເຈົ້າ​ຕົນ​ເອງ. ພາຍຫຼັງ​ທີ່​ມີ​ມະຕິ 04 ຂອງກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ ການ​ສ້າງ​ເສດຖະກິດ ເອກະລາດ ເປັນ​ເຈົ້າ​ຕົນ​ເອງ ແລະ ມະຕິ 05 ຂອງ​ລັດຖະບານ ວ່າ​ດ້ວຍການ​ແບ່ງ​ຄວາມ​ຮັບຜິດຊອບ​ໃນ​ການ​ຜັນ​ຂະຫຍາຍ​ມະຕິ​ດັ່ງກ່າວ ຄະ ນະ​ພັກ-ອົງການ​ປົກຄອງ​ແຂວງ​ສາລະ​ວັນ ​ໄດ້​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ແລະ ຄະນະ​ພັກ​ຂັ້ນ​ຕ່າງໆ ໂດຍ​ສະ ເພາະໄດ້​ຈັດ​ຕັ້ງ​ເຜີຍແຜ່ເຊື່ອມ​ຊຶມ ໃນ​ກອງ​ປະຊຸມ​ຄົບ​ຄະນະ​ລິ​ຫານ​ງານ​ພັກ​ແຂວງ ຄັ້ງ​ທີ XV ແລະ ກອງ​ປະຊຸມ​ອົງການ​ປົກ ຄອງແຂວງ ຄັ້ງ​ທີ XIII ທ່ີ​ຜ່ານ​ມາ ນອກ ຈາກ​ນັ້ນ, ​ໄດ້​ອອກ​ຂ້ໍ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ເພື່ອ​ແບ່ງຄວາມ​ຮັບຜິດ ຊອບ​ໃຫ້​ແຕ່​ລະ​ຂົງເຂດ​ຊີ້​ນຳ, ບັນດາ​ພະແນກການ, ອົງການ​ອ້ອມ​ຂ້າງ​ແຂວງ ​ໄດ້​ຈັດ​ຕັ້ງ ເຊື່ອມ​ຊຶມ​ໃຫ້​ພະນັກງານ-ນັກ ຮົບ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ທົ່ວ​ເຖິງ. ພ້ອມ​ດຽວ​ກັ້ນ​ນັ້ນ, ຍັງ​ຖື​ເປັນ​ວຽກ​ທີ່​ສຳຄັນ ໃນ​ການ​ໂຄສະນາ​ເຜີຍແຜ່​ສ້າງ​ຂະ​ບວນ​ການ ໃຫ້​ເຂົ້າ​ສູ່​ລວງ​ເລິກ​ໃນ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ໃນ​ທົ່ວ​ແຂວງ​ຕື່ມ​ອີກ. ພ້ອມ​ນັ້ນ, ຍັງ​ໄດ້​ມີ​ການ​ກະກຽມ ແລະ ດຳເນີນ​ກອງ​ປະ​​ຊມ​ໃຫຍ່​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ ພາຍຫຼັງ​ທີ່​ມີ​ຄຳ​ສ່ັງເລກ​ທີ 411 ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຄຳ​ແນະນຳ ເລກ​ທີ 211 ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ວ່າ​ດ້ວຍການຈັດຕັ້ງ​ປະຕິບັດຄຳ​ສັ່ງ ຂອງ​ຄະນະ​ເລ ຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ກະກຽມ ແລະ ດຳເນີນ​ກອງ​ປະ​​ຊມ​ໃຫຍ່ 3 ຂັ້ນ​ຂອງ​ພັກ, ແຈ້ງ​ການ​ ຂອງຄະນະ​ຈັດ​ຕັ້ງ​ສູນ​ກາງ ​ພັກ ເລກ​ທີ 99/​ຄຈສພ ໃນ​ການ​ກະກຽມ ແລະ ດຳ​ເນນ​ກອງ​ປະ​​ຊມ​ໃຫຍ່​ຄະນະ​ພັກ​ເມືອງ, ນະຄອນ ແລະ ນິຕິ​ກຳ​ຕ່າງໆ ຂອງ​ກະຊວງ-ອົງການ​ຈຳນວນ​ໜຶ່ງ. ຄະນະ​ປະຈຳ​ພັກ​ແຂວງ ໄດ້​ຜັນ​ຂະຫຍາຍ​ເປັນ​ນິຕິ​ກຳ ​ຂອງ​ແຂວງ ມາ​ຮອດ​ປັດຈຸບັນ​, ບັນດາ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ເອກະ ລາດ ແລະ ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ ຄະນະ​ພັກ​ຮາກ​ຖານຈຳນວນ​ໜຶ່ງ​ໄດ້​ສຳເລັດ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຂອງ​ຕົນ​ ​ດັ່ງນີ້: ຂັ້ນ​ເມືອງ 8 ເມືອງ, ຄະ​ນະ​​ພັກ​ຮາກ​ຖານ​ທັງ​ໝົດ 21 ຮາກ​ຖານ ສຳເລັດ​ແລ້ວ 10 ຮາກ​ຖານ ເທົ່າກັບ 47,61%, ຍັງ 11 ຮາກ​ຖານເທົ່າ ​ກັບ 52,38%; ໜ່ວຍ​ພັກທີ່​ຂຶ້ນ​ກັບ​ຄະ​ນະ​​ພກ​ຮາກ​ຖານ ມີ​ທັງ​ໝົດ 85 ໜ່ວຍ ສຳເລັດ​ແລ້ວ 60 ໜ່ວຍ ເທົ່າ​ກັບ 71,42%, ຍັງ 25 ໜ່ວຍ ເທົ່າ​ກັບ 28,58%; ໜ່ວຍ​ພັກ​ເອກະລາດ ມີ​ທັງ​ໝົດ 821 ໜ່ວຍ ສຳເລັດ​ແລ້ວ 778 ໜ່ວຍ ເທົ່າ​ກັບ 94,76%, ຍັງ 43 ໜ່ວຍ ເທົ່າ​ກັບ 5,23%.; ສຳລັບ​ໜ່ວຍ​ພັກ​ຮາກ​ຖານ​ບ້ານ ແມ່ນ​ສຳເລັດ 100%. ຂັ້ນ​ແຂວງ ຄະນະ​ພັກ​ຮາກ​ຖານ​ພະແນກການ-ອົງການ ມີ​ທັງ​ໝົດ 17 ຮາກ​ຖານ ຍັງ​ຢູ່​ໃນ​ໄລຍະ​ການ​ກະກຽມ 89 ໜ່ວຍ, ສຳເລັດ​ແລ້ວ 12 ໜ່ວຍ ເທົ່າ​ກັບ 7,41%, ຍັງ 77 ໜ່ວຍ ເທົ່າ​ກັບ 92,59%; ສຳເລັດ​ກຳລັງ​ປະກອບ​ອາວຸດ (​ປກຊ-​ປກສ ແຂວງ) ມີ​ທັງ​ໝົດ 14 ຮາກ​ຖານ, ສຳເລັດ​ແລ້ວ 1 ຮາກ​ຖານ ເທົ່າ​ກັບ 7,14%, ຍັງ 13 ຮາກ​ຖານ ເທົ່າ​ກັບ 92,86%, ໜ່ວຍ​ພັກ ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ 55 ໜ່ວຍ ສຳເລັດ​ແລ້ວ 45 ໜ່ວຍ ເທົ່າ​ກັບ 81,81%, ຍັງ 10 ໜ່ວຍ ເທົ່າ​ກັບ 18,19%; ໜ່ວຍ​ພັກ​ເອກະລາດ 15 ໜ່ວຍ, ສຳເລັດ​ແລ້ວ 3 ໜ່ວຍ ເທົ່າ​ກັບ 20%, ຍັງ 12 ໜ່ວຍ ເທົ່າ​ກັບ 80%. ສຳລັບ​ຂັ້ນ​ເມືອງ ອີງ​ຕາມ​ແຈ້ງ​ການ​ ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໃນ​ການ​ກະກຽມ ແລະ ດຳ​ເນີນ​ກອງ​ປະ​​ຊຸມ​ໃຫຍ່ 3 ຂັ້ນ ແລະ ອີງ​ຕາມ ມະຕິ​ຕົກລົງ ຂອງ​ຄະນະ​ປະຈຳ​ພັກ​ແຂວງ ແມ່ນ​ກຳນົດ​ເອົາ ອົງຄະ​ນະ​ພັກ​ເມືອງ​ຕະ​ໂອ້ຍ ເປັນ​ເມືອງ​ທຳ​ອິດ​ຂອງ​ແຂວງ​ສາລະ​ວັນ ເຊິ່ງ​ຈະ​ເປີດ​ໃນລະຫວ່າງ​ວັນ​ທີ 2-3 ມັງກອນ 2025. ສັງ​ລວມ​ແລ້ວ ການ​ປະຕິບັດ​ມະຕິ ແລະ ຄຳ​ສັ່ງ ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ໃນ​ໄລຍະ​ຜ່ານ​ມາ​ ​ມີ​ຜົນສຳເລັດ​ຫຼາຍ​ດ້ານ ​ເປັນ​ຕົ້ນ​ແມ່ນ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ, ປັບປຸງ​ກໍ່ສ້າງ​ກຳລັງ ແລະ ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ຕິດ​ພັນ​ກັບ​ການພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງສາລະ​ວັນ ຍູ້​ແຮງ​ຂະ​ບວນ​ການ​ດ້ານ​ຕ່າງໆ​ໃຫ້​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ ແລະ ການ​ປະຕິບັດ​ບັນດາ​ຄາດໝາຍ​ສູ້​ຊົນ ທີ່​ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ຂັ້ນ​ຕົນ ແລະ ຄາດໝາຍ​ໃດ​ທີ່​ຍັງ​ບໍ່​ທັນ​ບັນລຸຕ້ອງ​ວາງ​ມາດ​ຕະການ, ວິທີ​ການ​ນຳພາ-ຊີ້​ນຳ ຈັດ​ຕັ້ງ​ປະຕິບັດ​ໃຫ້​ສຳເລັດ​ຜົນ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ