ການຈັດຕັ້ງຜັນຂະຫຍາຍ ມະຕິ 04 ຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2024-12-04 09:31:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1557 | ຄວາມນິຍົມ:
ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງສາລະວັນ ໃຫ້ຮູ້ວ່າ: ການປະຕິ ບັດມະຕິຂອງກົມການເມືອງສູນກາງພັກ ກໍຄືມະຕິ, ຄຳສ່ັງຂອງຄະນະເລຂາທິການສູນກາງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຢູ່ແຂວງສາລະວັນ ໂດຍລວມແມ່ນມີຄວາມສະຫງົບໂດຍພື້ນຖານ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍັງເປັນກຳລັງຫຼັກແຫຼ່ງຄ້ຳປະກັນ ເຮັດໃຫ້ແຂວງມີຄວາມໜັກແໜ້ນ ເຖິງແມ່ນວ່າການພັດທະນາເສດຖະກິດ-ສັງຄົມ ຈະມີຄວາມຫຍຸ້ງຍາກອັນເນື່ອງມາຈາກຫຼາຍປັດໄຈທີ່ກະ ທົບໃສ່ ແຕ່ເຖິງແນວໃດກໍຕາມຄະນະບໍລິຫານງານພັກແຂວງ ກໍຄືຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ສຸມໃສ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໜູນໜິບການພັດທະນາເສດຖະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ເຖິງແມ່ນວ່າກຳລັງອິດທິປໍລະປັກຍັງສຶບຕໍ່ເຄື່ອນໄຫວກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງພວກເຂົາໄດ້ທຳລາຍມ້າງເພແນວຄິດ-ຄວາມສາມັກຄີພາຍໃນ ໂດຍພະຍາຍາມນຳໃຊ້ຊ່ອງຫວ່າງກົນໄກເປີດກວ້າງການຮ່ວມມືສາກົນເພື່ອກົດດັນ-ແຊກແຊງ ບໍ່ວ່າຈະເປັນທາງສາສະໜາ, ສິດທິມະນຸດ, ບັນຫາຊົນເຜົ່າ ແລະ ອື່ນໆ ເພື່ອເປັນຂໍ້ອ້າງໂຄສະນາທັບຖົມໂຈມຕີແນວທາງນະໂຍບາຍຂອງພັກ-ລັດ ແລະ ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມຫຼາຍຂຶ້ນ. ຕໍ່ເຫດການດັ່ງກ່າວ: ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ່ຂອງພັກປະຊາຊົນປະຕິວັດລາວ ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເປັນບູລິມະສິດແຖວໜ້າ ຕິດພັນກັບວຽກງານ 3 ສ້າງພັກ ໄດ້ຊີ້ນຳພະນັກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ສຸມ
ໃສ່ໃນການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ.
ດັ່ງນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຈິ່ງອອກມະຕິຕົກລົງສະຫຼຸບການເຄື່ອນໄຫວຈັດຕັ້ງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈຳປີ ຂັ້ນສູນກາງ ແລະ ແຕ່ລະພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ໂດຍມອບໃຫ້ການນຳພັກແຂວງ, ກອງບັນຊາການທະຫານແຂວງ-ກອງບັນຊາປ້ອງກັນຄວາມສະ ຫງົບແຂວງ, ນະຄອນຫຼວງວຽງຈັນ ແລະ ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເວົ້າສະເພາະຢູ່ແຂວງສາລະວັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດຂອງພັກ ແລະ ລັດຖະ ບານ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດ ສະເພາະໄລຍະ
9 ເດືອນຜ່ານມາ ສາມາດມ້າງຄະດີ 51 ເລື່ອງ, ຈັບຜູ້ຖືກຫາ 128 ຄົນ, ຍິງ 7 ຄົນ ແລະ ປະເພດຂອງກາງຢາບ້າ 211.523 ເມັດ, ລົດໃຫຍ່ 3 ຄັນ, ລົດຈັກ 35 ຄັນ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 111 ຄັ້ງ, ບາດເຈັບ 189 ຄົນ, ເສຍຊີວິດ 27 ຄົນ, ພາຫະນະເປ່ເພ 202 ຄັນ, ມູນຄ່າເສຍຫາຍທັງໝົດ 4,08 ຕື້ກວ່າກີບ ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ໃນການປົກປັກຮັກສາ-ປ້ອງກັນບໍລິເວນຊາຍແດນເບື້ອງຕາເວັນອອກທີ່ມີຊາຍແດນຕິດຈອດກັນກັບ ສສ ຫວຽດນາມ ສາມາດເກັບກຳຄົນເຂົ້າ-ອອກເມືອງໄດ້ 76.742 ຄົນ, ພາຫະນະ 12.373 ຄັນ; ເບື້ອງຕາເວັນຕົກ (ແຂວງສາລະວັນ ກັບ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ) ເກັບກຳຄົນເຂົ້າ-ອອກເມືອງໄດ້ 36.836 ຄົນ, ພາຫະນະ 244 ຄັນ ໂດຍລວມເຫັນວ່າມີຄວາມສະຫງົບ.
ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເຊິ່ງໄລຍະຜ່ານມາເຫັນວ່າ ເສດ ຖະກິດມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ສະແດງອອກຈາກການຈັດເກັບລາຍຮັບມາຮອດປັດຈຸບັນປະຕິບັດໄດ້ 176 ຕື້ກວ່າກີບ ເທົ່າກັບ 85,68% ຂອງແຜນການປີ ໃນນັ້ນ, ສູນກາງຄຸ້ມຄອງປະຕິບັດໄດ້ 65 ຕື້ກວ່າກີບ ເທົ່າກັບ 77,06%, ແຂວງຄຸ້ມຄອງປະຕິບັດໄດ້ 110 ຕື້ກ່ວາກີບ ເທົ່າກັບ 91,80% ຄາດຄະເນວ່າຈະໄດ້ລື່ນແຜນ. ສວນລາຍຈ່າຍ ປະຕິບັດໄດ້ 390 ຕື້ກວ່າກີບ ເທົ່າກັບ 75%, ການເບີກຈ່າຍເງິນ ເດືອນທ່ວງທັນຕາມກຳນົດເວລາ. ສີນຄ້າສົ່ງອອກປະຕິບັດໄດ້ 1.021 ຕື້ກີບ ລື່ນແຜນປີ 53%, ສວນສີນຄ້ານຳເຂົ້າປະຕິບັດໄດ້ 430,64 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ລື່ນເທົ່າຕົວ. ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເຂົ້າ ຮັບປະກັນໄດ້ພາຍໃນແຂວງ ແລະ ຈຳນວນໜຶ່ງແມ່ນສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ ໂດຍສະເພາະແມ່ນ ສປ ຈີນ ນອກຈາກນັ້ນ, ຍັງໄດ້ສົ່ງ ເສີມການລ້ຽງສັດເປັນຟາມ ແລະ ແບບຄອບຄົວຕື່ມອີກ.
ສະຫາຍ ດາວວົງ ພອນແກ້ວ ຍັງກ່າວຕື່ມອີກວ່າ: ການຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ. ພາຍຫຼັງທີ່ມີມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ມະຕິ 05 ຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຜັນຂະຫຍາຍມະຕິດັ່ງກ່າວ ຄະ
ນະພັກ-ອົງການປົກຄອງແຂວງສາລະວັນ ໄດ້ຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃນຄະນະບໍລິຫານງານພັກແຂວງ ແລະ ຄະນະພັກຂັ້ນຕ່າງໆ ໂດຍສະ ເພາະໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃນກອງປະຊຸມຄົບຄະນະລິຫານງານພັກແຂວງ ຄັ້ງທີ XV ແລະ ກອງປະຊຸມອົງການປົກ ຄອງແຂວງ ຄັ້ງທີ XIII ທ່ີຜ່ານມາ ນອກ ຈາກນັ້ນ, ໄດ້ອອກຂ້ໍຕົກລົງຂອງຄະນະປະຈຳພັກແຂວງ ເພື່ອແບ່ງຄວາມຮັບຜິດ ຊອບໃຫ້ແຕ່ລະຂົງເຂດຊີ້ນຳ, ບັນດາພະແນກການ, ອົງການອ້ອມຂ້າງແຂວງ ໄດ້ຈັດຕັ້ງ ເຊື່ອມຊຶມໃຫ້ພະນັກງານ-ນັກ ຮົບ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງທົ່ວເຖິງ. ພ້ອມດຽວກັ້ນນັ້ນ, ຍັງຖືເປັນວຽກທີ່ສຳຄັນ ໃນການໂຄສະນາເຜີຍແຜ່ສ້າງຂະບວນການ ໃຫ້ເຂົ້າສູ່ລວງເລິກໃນການຈັດຕັ້ງປະຕິບັດຕົວຈິງໃນທົ່ວແຂວງຕື່ມອີກ.
ພ້ອມນັ້ນ, ຍັງໄດ້ມີການກະກຽມ ແລະ ດຳເນີນກອງປະຊມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ພາຍຫຼັງທີ່ມີຄຳສ່ັງເລກທີ 411 ຂອງຄະນະເລຂາທິການສູນກາງພັກ, ຄຳແນະນຳ ເລກທີ 211 ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລ ຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊມໃຫຍ່ 3 ຂັ້ນຂອງພັກ, ແຈ້ງການ ຂອງຄະນະຈັດຕັ້ງສູນກາງ ພັກ ເລກທີ 99/ຄຈສພ ໃນການກະກຽມ ແລະ ດຳເນນກອງປະຊມໃຫຍ່ຄະນະພັກເມືອງ, ນະຄອນ ແລະ ນິຕິກຳຕ່າງໆ ຂອງກະຊວງ-ອົງການຈຳນວນໜຶ່ງ. ຄະນະປະຈຳພັກແຂວງ ໄດ້ຜັນຂະຫຍາຍເປັນນິຕິກຳ ຂອງແຂວງ ມາຮອດປັດຈຸບັນ, ບັນດາຄະນະພັກຮາກຖານ, ໜ່ວຍພັກເອກະ ລາດ ແລະ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານຈຳນວນໜຶ່ງໄດ້ສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ ດັ່ງນີ້: ຂັ້ນເມືອງ 8 ເມືອງ, ຄະນະພັກຮາກຖານທັງໝົດ 21 ຮາກຖານ ສຳເລັດແລ້ວ 10 ຮາກຖານ ເທົ່າກັບ 47,61%, ຍັງ 11 ຮາກຖານເທົ່າ ກັບ 52,38%; ໜ່ວຍພັກທີ່ຂຶ້ນກັບຄະນະພກຮາກຖານ ມີທັງໝົດ 85 ໜ່ວຍ ສຳເລັດແລ້ວ 60 ໜ່ວຍ ເທົ່າກັບ 71,42%, ຍັງ 25 ໜ່ວຍ ເທົ່າກັບ 28,58%; ໜ່ວຍພັກເອກະລາດ ມີທັງໝົດ 821 ໜ່ວຍ ສຳເລັດແລ້ວ 778 ໜ່ວຍ ເທົ່າກັບ 94,76%, ຍັງ 43 ໜ່ວຍ ເທົ່າກັບ 5,23%.; ສຳລັບໜ່ວຍພັກຮາກຖານບ້ານ ແມ່ນສຳເລັດ 100%. ຂັ້ນແຂວງ ຄະນະພັກຮາກຖານພະແນກການ-ອົງການ ມີທັງໝົດ 17 ຮາກຖານ ຍັງຢູ່ໃນໄລຍະການກະກຽມ 89 ໜ່ວຍ, ສຳເລັດແລ້ວ 12 ໜ່ວຍ ເທົ່າກັບ 7,41%, ຍັງ 77 ໜ່ວຍ ເທົ່າກັບ 92,59%; ສຳເລັດກຳລັງປະກອບອາວຸດ (ປກຊ-ປກສ ແຂວງ) ມີທັງໝົດ 14 ຮາກຖານ, ສຳເລັດແລ້ວ 1 ຮາກຖານ ເທົ່າກັບ 7,14%, ຍັງ 13 ຮາກຖານ ເທົ່າກັບ 92,86%, ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ 55 ໜ່ວຍ ສຳເລັດແລ້ວ 45 ໜ່ວຍ ເທົ່າກັບ 81,81%, ຍັງ 10 ໜ່ວຍ ເທົ່າກັບ 18,19%; ໜ່ວຍພັກເອກະລາດ 15 ໜ່ວຍ, ສຳເລັດແລ້ວ 3 ໜ່ວຍ ເທົ່າກັບ 20%, ຍັງ 12 ໜ່ວຍ ເທົ່າກັບ 80%. ສຳລັບຂັ້ນເມືອງ ອີງຕາມແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ອີງຕາມ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ແມ່ນກຳນົດເອົາ ອົງຄະນະພັກເມືອງຕະໂອ້ຍ ເປັນເມືອງທຳອິດຂອງແຂວງສາລະວັນ ເຊິ່ງຈະເປີດໃນລະຫວ່າງວັນທີ 2-3 ມັງກອນ 2025. ສັງລວມແລ້ວ ການປະຕິບັດມະຕິ ແລະ ຄຳສັ່ງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ໃນໄລຍະຜ່ານມາ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກໍ່ສ້າງກຳລັງ ແລະ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງສາລະວັນ ຍູ້ແຮງຂະບວນການດ້ານຕ່າງໆໃຫ້ເປັນຮູບປະທຳຕົວຈິງ ແລະ ການປະຕິບັດບັນດາຄາດໝາຍສູ້ຊົນ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນ ແລະ ຄາດໝາຍໃດທີ່ຍັງບໍ່ທັນບັນລຸຕ້ອງວາງມາດຕະການ, ວິທີການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ.
ໂດຍ: ວັນໄຊ ໄຊສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ