ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອໂກ ເຂົ້າອວຍພອນ ກອງພົນທີ4 ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ
ເວລາອອກຂ່າວ: 2024-12-04 13:23:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1506 | ຄວາມນິຍົມ:
ໃນວັນທີ2 ທັນວາ 2024 ນີ້, ສະຫາຍ ພັນຕີ ຫວໍ ດຶກ ວິງ ຜູ້ອໍານວຍການ ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອໂກ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າຢ້ຽມຢາມ ແລະ ອວຍພອນ ກອງພົນທີ4. ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະ
ໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4 ພ້ອມດ້ວຍຄະນະນໍາອົງການ 5 ຫ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພັນຕີ ຫວໍ ດຶກ ວິງ ໄດ້ຕາງໜ້າໃຫ້ຄະນະກ່າວສະແດງຄວາມຮູ້ບຸນ ແລະ ອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ທົ່ວກອງພົນທີ 4 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກທັງຊີວິດສ່ວນຕົວ ແລະ ຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ ພ້ອມທັງກ່າວສະແດງຄວາມປີຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງໃນຕະຫຼອດໄລຍະ 49 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍຈິດໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອອັນພິລະອາດຫານຂອງກຳລັງປະກອບອາວຸດ ກໍຄືປະຊາຊົນລາວບັນດາ
ເຜົ່າໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດທົດສອບນາໆປະການ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ແລະ ກ່າວໄປເຖິງການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບຢ່າງສົມບູນ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງພັກ, ສອງລັດ ແລະ ສອງກອງທັບ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ເພີ່ມທະວີ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍສາຍພົວພັນເຂົ້າສູ່ລວງເລິກໃຫ້ນັບມື້ເປັນແກ່ນສານແໜ້ນແຟ້ນຂຶ້ນກວ່າເກົ່າ. ເວົ້າລວມ, ເວົ້າສະເພາະ ກໍຄືກອງພົນທີ 4 ກັບ ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອໂກ ໃຫ້ເພີ່ມທະວີສາຍພົວພັນຮັກແພງມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານໃຫ້ສູງຂຶ້ນກວ່າເກົ່າ ແລະ ໃຫ້ການອຸປະຖຳຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ.
ໂອກາດດຽວກັນນັ້ນ, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ໄດ້ສະແດງຄວາມຂອບໃຈອັນເລິກເຊິ່ງມາຍັງການນໍາຂອງ ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອໂກ ພ້ອມດ້ວຍຄະນະ ທີ່ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງວັນຊາດ ສປປ ລາວ ຄົບຮອບ 49 ປີ ແລະ ພ້ອມທັງມາອວຍພອນໄຊໃຫ້ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືໃນທຸກດ້ານໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຄະນົງແກ່ນຊົ່ວກາລະນານ.
ຂ່າວ: ໂພຄຳ ພອນປະເສີດ;
ພາບ: ບົວຄໍາ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ