ຄະນະພັກຮາກຖານ ກອງພັນ 411 ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII
ເວລາອອກຂ່າວ: 2024-12-05 09:19:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:
ໃນວັນທີ 29 ພະຈິກ 2024 ນີ້, ຄະນະພັກຮາກຖານກອງພັນ 411 ທະຫານແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VII ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນພົບ ວິໄລສັກ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ວິໄລວັນ ພິລະຈັນ ເລຂາຄະນະພັກຮາກຖານ, ຫົວໜ້າການທະຫານ ກອງ ພັນ 411 ທະຫານແຂວງໄຊຍະບູລີ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກຮາກຖານ ກອງພັນ 411 ໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດ ດ້ວຍການເຜີຍແຜ່ເຊື່ອມຊຶມເອກະສານການເມືອງໃຫ້ຮັບຮູ້ເຂົ້າໃຈ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະຫຼັກການກໍ່ສ້າງພັກແມ່ນໄດ້ເອົາໃຈໃສ່ປະ ຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກຢ່າງຕັ້ງໜ້າ, ຖືເອົາການດຳເນີນຊີວິດການເມືອງພາຍໃນໜ່ວຍພັກເປັນການກວດກາ, ຕີລາຄາຄືນຄວາມຮັບຜິດຊອບທາງດ້ານການເມືອງ, ແບບແຜນການນຳພາ ແລະ ວິທີເຮັດວຽກຂອງຄະນະໜ່ວຍພັກ ເພື່ອເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ແກ້ໄຂດ້ານອ່ອນຄົງຄ້າງ ແລະ ປະ ກົດການຫຍໍ້ທໍ້ຕ່າງໆ. ພ້ອມກັນ ນີ້ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງ ສະມາຊິກພັກໃຫ້ມີຄວາມເຂັ້ມ ແຂງໜັກແໜ້ນໄປພ້ອມກັບການກໍ່ສ້າງພັກ-ພະນັກງານທັງ 3 ຮຸ່ນຢ່າງຕໍ່ເນື່ອງ ເພື່ອສືບທອດປ່ຽນແທນ, ຄະນະພັກຮາກຖານກອງພັນ 411 ປະກອບມີ 5 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກ 110 ສະຫາຍ. ດ້ານວຽກງານ ແກ້ໄຂຊີວິດການເປັນຢູ່ ໂດຍປະ ຕິບັດຕາມທິດນຳ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການວາງ ອອກ ໃນນີ້, ໄດ້ນຳພາ-ຊີ້ນຳພະ ນັກງານ-ນັກຮົບເອົາໃຈໃສ່ປູກ ຝັງ-ລ້ຽງສັດ ເພື່ອຮັບປະກັນໃນການສ້າງພະລາທິການກັບທີ່ ເຮັດໃຫ້ກຳລັງ ກໍຄືກົມກອງມີຊີວິດການເປັນຢູ່ທີ່ດີຂຶ້ນ ເປັນຕົ້ນແມ່ນ ປູກມັນຕົ້ນເນື້ອທ່ີ 4 ເຮັກຕາ ສາມາດເກັບກູ້ຜົນຜະລິດຄິດເປັນເງິນ 168.567.000 ກີບ, ປູກພືດຜັກ-ພືດລົ້ມລຸກປ້ອນເຂົ້າເຮືອນຄົວລວມໄດ້ 19.360 ກິໂລກຣາມ ແລະ ປູກໄມ້ປະດັບ-ໄມ້ໃຫ້ໝາກຈຳນວນ 185 ຕົ້ນ, ລ້ຽງງົວ 30 ໂຕ, ລ້ຽງແບ້ 45 ໂຕ, ລ້ຽງໝູ 8 ໂຕ, ລ້ຽງສັດປີກ 3.540 ໂຕ ແລະ ລ້ຽງປາ ຈຳນວນ 4.000 ໂຕ. ກອງປະ ຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໄດ້ຕາມຄາດໝາຍ.
ໂອກາດນີ້, ສະຫາຍ ພັນເອກ ບຸນພົບ ວິໄລສັກ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງສືບຕໍ່ປະ ຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ສຳ ເລັດຜົນ, ນຳພາ-ຊີ້ນຳໜ່ວຍພັກ, ສະມາຊິກພັກພາຍໃນກົມກອງປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ດີ ແລະ ມີຜົນສຳເລັດ, ເຮັດວຽກມີແບບແຜນ, ລວມສູນປະຊາທິປະໄຕ, ເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງໃຫ້ເປັນປົກກະຕິ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ ຄຽງ ຄູ່ກັນນັ້ນ, ກໍຕ້ອງສ້າງພະລາທິ ການກັບທີ່ຕາມທິດນຳ 4 ປູກ 4 ລ້ຽງ ເພື່ອສ້າງກົມກອງເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ