ຫຼາຍກົມກອງປິດຊຸດອົບຮົມ-ຫັດແອບ ປະຈຳປີ 2024
ເວລາອອກຂ່າວ: 2024-12-05 09:23:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:
ໃນໄລຍະກາງເດືອນຫາທ້າຍ ເດືອນພະຈິກ ຜ່ານມາ, ຫຼາຍກົມກອງໄດ້ຈັດຕັ້ງປິດບັ້ນອົບຮົມ-ຫັດແອບ ການເມືອງ, ການທະ ຫານ, ພະລາທິການ-ເຕັກນິກ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2024. ແຕ່ລະກົມກອງ ໄດ້ຕີລາຄາຄືນການປະຕິບັດແຜນການອົບຮົມ-ຫັດແອບ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ຜົນໄດ້ຮັບ ຜ່ານການອົບຮົມ-ຫັດແອບ ໃນໄລຍະຜ່ານມາ. ໃນນີ້ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງຫຼວງພະບາງ: ໄດ້ປິດຊຸດອົບຮົມ-ຫັດແອບ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳບົງ ໄຊຍະວົງສາ ຫົວ ໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ. ຜ່ານການອົບຮົມ-ຫັດແອບທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໃນ 2 ໄລຍະຜ່ານມາ ສາມາດຕີລາຄາຜົນໄດ້ຮັບ ຄື: ພາກການເມືອງ ເທົ່າກັບ 99,99%, ພາກພະລາທິການ 95,23%, ພາກວຽກງານເຕັກນິກ 99,99%, ວິຊາລະບຽບ 96,42%, ວິຊາກິລາ 97,61% ວິຊາສິລະປະຍຸດທະຫານຮາບ 97,61% ແລະ ວິຊາຍຸດທະວິທີທະຫານຮາບ ເທົ່າກັບ 95,22%. ໃນໂອກາດດຽວກັນ, ຍັງໄດ້ເຜີຍ ແຜ່ບົດຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຕື່ມອີກ.
+ ສານທະຫານພາກເໜືອ ແລະ ອົງການໄອຍະການທະຫານພາກເໜືອ: ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍການມີສະຫາຍ ພັນເອກ ໄຊຍະພອນ ພິຈິດ ປະທານສານທະຫານພາກເໜືອ, ສະຫາຍ ພັນໂທ ສົມແພງ ສີສົມພັນ ຮອງຫົວໜ້າອົງການໄອຍະການທະຫານພາກເໜືອ ເຂົ້າຮ່ວມ. ການຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ເປັນການທົບທວນຄືນບັນດາບົດຮຽນ, ກວດກາຄວາມຮັບຮູ້ເຂົ້າໃຈຂອງພະນັກງານ-ນັກຮົບ ພາຍຫຼັງທີ່ໄດ້ອົບຮົມພາກທິດສະດີຫຼັກການ, ບັນດາທ່າ ແລະ ຈັງຫວະໃນການຍິງປືນ ໃນໄລຍະຜ່ານມາ. ຜ່ານການປະຕິບັດຕົວຈິງ ສາມາດຄັດເລືອກໄດ້ຂັ້ນເກັ່ງມີ 7 ສະຫາຍ, ກາງ 25 ສະຫາຍ ແລະ ລະດັບຄາດໝາຍມີ 19 ສະຫາຍ.
+ ກອງບັນຊາການທະຫານເມືອງບຸນເໜືອ ແຂວງຜົ້ງສາລີ: ໄດ້ປິດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິ ການ ແລະ ເຕັກນິກ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ສົມພາບ ດາລາຈັກ
ເຈົ້າເມືອງ ເມືອງບຸນເໜືອ, ມີສະ ຫາຍ ພັນໂທ ບຸນຈັນ ທະໄລຄຳ
ຫົວໜ້າການເມືອງ ກອງບັນຊາ ການທະຫານເມືອງບຸນເໜືອ ເຂົ້າຮ່ວມ. ຜ່ານການອົບຮົມ-ຫັດແອບຕົວຈິງສາມາດຕີລາ ຄາຜົນໄດ້ຮັບພາກການເມືອງ ເທົ່າກັບ91,22%, ພາກພະລາ ທິການ 91,21%, ພາກເຕັກນິກ 91,21%, ພາກລະບຽບ-ພິທິ ການຕ່າງໆ 91,22%, ພາກ ການທະຫານ 91,21%, ພາກຄວາມຮູ້ກ່ຽວກັບເຫຼົ່າຮົບ 91,21%, ພາກສິລະປະຍຸດທະ ຫານຮາບ 91,21%, ພາກຍຸດ ທະວິທີທະຫານຮາບ 91,21%, ພາກວຽກງານເສນາທິການ 91,21% ແລະ ຈັດຕັ້ງປະຕິບັດ ຍິງລູກປືນແທ້ເທົ່າກັບ 91,22%.
+ ບັນດາກອງຮ້ອຍເອກະລາດ ທີ່ຂຶ້ນກັບ ກອງພັນໃຫຍ່ 302 ກອງ
ພົນທີ 3: ໄດ້ຈັດຕັ້ງຫັດແອບຍິງລູກປືນແທ້ ປະຈຳປີ 2024 ໃຫ້ພະນັກງານ-ນັກຮົບ, ໂດຍການເປັນປະທານຂອງສະຫາຍ ຮ້ອຍເອກ ບູນສຸລີ ແສງລາທົນ ຫົວໜ້າຂະແໜງອົບຮົມພະແນກເສນາທິການ ກອງພັນໃຫຍ່ 302. ການ ຈັດຕັ້ງຫັດແອບຍິງລູກປືນແທ້ໃນຄັ້ງນີ້, ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ນັກຮົບ ມີຄວາມຊຳນານ, ຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດ ທະວິທີ ທັງເປັນການຕີລາຄາຄືນ ຜ່ານການຮ່ຳຮຽນທາງດ້ານທິດສະດີຫຼັກການ ໃນໄລຍະຜ່ານມາ. ຜ່ານການຈັດຕັ້ງປະຕິບັດຍິງເປົ້າໝາຍຕົວຍິງ ສາມາດຕີລາຄາຂັ້ນເກັ່ງມີ 85 ສະຫາຍ, ຂັ້ນກາງ 10 ສະຫາຍ, ຄາດໝາຍ 5 ສະຫາຍ ແລະ ຮັບປະກັນຄວາມປອດໄພໄດ້ 100%.
+ ກອງບັນຊາການທະຫານເມືອງແບງ ແຂວງອຸດົມໄຊ: ໄດ້ປິດຊຸດອົບຮົມ-ຫັດແອບການທະຫານ, ການເມືອງ ແລະ ວຽກງານ ພະລາທິການ-ເຕັກນິກ ປະ ຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳປານ ອິນທຳມະລັດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ. ຜົນຂອງການອົບຮົມ-ຫັດແອບ ພາກການເມືອງ ຂັ້ນເກັ່ງມີ 7 ສະຫາຍ, ກາງ 22 ສະຫາຍ, ຄາດໝາຍ 20 ສະຫາຍ, ພາກພະລາທິການ-ເຕັກນິກ ຂັ້ນເກັ່ງມີ 12 ສະຫາຍ, ກາງ 15 ສະຫາຍ, ຄາດໝາຍ 20 ສະຫາຍ, ພາກການທະຫານ ວິຊາລະບຽບ ຂັ້ນເກັ່ງມີ 9 ສະຫາຍ, ກາງ 14 ສະຫາຍ, ຄາດໝາຍ 29 ສະຫາຍ, ສິລະປະຍຸດ ຂັ້ນເກັ່ງມີ 11 ສະຫາຍ, ກາງ 17 ສະຫາຍ, ຄາດໝາຍ 10 ສະຫາຍ, ຍຸດທະວິທີ ຂັ້ນເກັ່ງມີ 8 ສະຫາຍ, ກາງ 14 ສະຫາຍ, ຄາດໝາຍ 22 ສະຫາຍ, ສະເລຍຜົນໄດ້ຮັບລວມ ເທົ່າກັບ 73.20%.
+ ກອງບັນຊາການທະຫານເມືອງແກ່ນທ້າວ ແລະ ກອງຮ້ອຍທະຫານຊາຍແດນ 158 ແຂວງໄຊຍະບູລີ: ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ຄຳປຸ່ນ ນວນສະບັບ ຮັກສາການເຈົ້າ ເມືອງ ເມືອງແກ່ນທ້າວ, ມີສະຫາຍ ພັນໂທ ສຸກກະເສີມ ວິຍາວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ເຂົ້າຮ່ວມ. ຜ່ານການອົບຮົມ-ຫັດແອບທັງສອງກົມກອງ ສາມາດຕີລາຄາຜົນໄດ້ຮັບ ຄື: ກອງບັນຊາການທະຫານເມືອງແກ່ນທ້າວ ຜົນໄດ້ຮັບ ພາກການເມືອງ ເທົ່າກັບ 97%, ສິລະປະຍຸດ 80%, ດ້ານວຽກງານເສນາທິການ 90%, ພາກລະບຽບ 95%, ພາກພະລາທິການ-ເຕັກນິກ 90%, ສ່ວນກອງຮ້ອຍທະຫານຊາຍແດນ 158 ຜົນໄດ້ຮັບ ພາກການ ເມືອງ ເທົ່າກັບ 90%, ພາກພະ ລາທິການ-ເຕັກນິກ 85%, ພາກວຽກງານເສນາທິການ 85%, ພາກສິລະປະຍຸດທະຫານຮາບ 85%, ພາກວິຊາສະເພາະເຫຼົ່າຮົບທະຫານຊາຍແດນ 85%, ພາກນຳໃຊ້ອຸປະກອນເຕັກນິກທະ ຫານຊາຍແດນ 85%, ພາກສືບຂ່າວຊາຍແດນ ແລະ ຄຸ້ມຄອງຊາຍແດນ 85% ແລະ ພາກຍຸດທະວິທີປ້ອງກັນຊາຍແດນ 85%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ