ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ກອງພັນ 302 ສຸມ​ໃສ່​ວຽກ​ງານ 4 ປູກ 4 ລ້ຽງ ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ
ເວລາອອກຂ່າວ: 2024-12-05 09:24:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ວຽກ​ງານ​ພະລາທິການແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ໃນ​ການຄຸ້ມ​ຄອງ-ລ້ຽງ​ດູ​ທັບ ເພື່ອ​ຮັບ ປະ ກັນ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໄດ້​ກິນ​ອີ່ມ​ນຸ່ງ​ອຸ່ນ, ມີ​ສຸຂະພາບ​ແຂງແຮງ ກຽມພ້ອມ​ປະຕິບັດ​ໜ້າທີ່ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ໃນ​ນີ້, ເວົ້າ​ສະເພາະ​ຢູ່​ກອງພັນ 302 ໂຮງຮຽນ 307, ເຊິ່ງ​ຍາມ​ໃດ​ຄະນະ​ພັກ-ຄະນະ​ບັນຊາ ກໍ​ໄດ້​ເອົາໃຈໃສ່​ປະຕິບັດ​ທິດ​ນຳ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ເພື່ອ​ສູ້​ຊົນ​ປະ ຕິບັດ​ບັນດາ​ຕົວ​ເລກ​ຄາດໝາຍ​ແຕ່​ລະ​ດ້ານ ໃຫ້​ມີ​ຜົນສຳເລັດ ທັງ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃນ​ກົມ​ກອງ ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ສະຫາຍ ພັນ​ຕີ ບຸນ​ແທ່ງ ບຸດ​ດາ​ຮາວ ຮອງ​ຮັບຜິດຊອບ​ວຽກ​ງານ​ພະລາທິການ ກອງພັນ 302 ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ​ທິດ​ນຳ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ນັ້ນ, ໃນ​ຜ່ານ​ມາ ກໍ​ຄື ປັດຈຸບັນ ຄະນະ​ພັກ-ຄະນະ​ບັນຊາ​ພວກ​ເຮົາ ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ສ້າງ​ພະລາທິການ​ກັບ​ທີ່ ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ໃນ​ນີ້, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາໃຈໃສ່​ສຶກ​ສາ ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ເຮັດ​ໃຫ້​ພະນັກງານ-ນັກຮົບ ເຫັນ​ໄດ້​ເຖິງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ດັ່ງກ່າວ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ຜັນ​ຂະ ຫຍາຍ​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ສະແດງ​ອອກ​ໃນ​ໜຶ່ງ​ປີຜ່ານມາ ກົມ​ກອງ​ສາມາດ​ປູກ​ຜັກ​ຕາມ​ລະດູ​ການ​ເກັບ​ກູ້​ໄດ້ 12.000 ກິ​ໂລກ​ຣາມ, ລ້ຽງ​ງົວ 7 ໂຕ, ລ້ຽງ​ໝູ 13 ໂຕ, ລ້ຽງ​ກົບ, ປາ, ໄກ່ ແລະ ເປັດ ອີກ​ຈຳນວນ​ຫຼາຍ, ສາມາດ​ຕອບ​ສະໜອງ​ດ້ານ​ຊີ້ນ-ປາ ແລະ ພືດ​ຜັກ​ຕ່າງໆ ໄດ້ 75% ຂຶ້ນ​ໄປ, ໂດຍ​ສະເພາະ​ຊີ້ນ​ໝູ ຮັບປະກັນ​ໄດ້ 100%. ຜ່ານ​ການ​ເພີ່ມ​ພູມ​ຜະລິດຜົນ ປູກຝັງ-ລ້ຽງສັດ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເກືອບ 300 ລ້ານ​ກີບ. ສະຫາຍ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ແຜນການ​ໃນຕໍ່ໜ້າ ຄະນະ​ພັກ-ຄະນະ​ບັນຊາ​ພວກ​ເຮົາ ຈະ​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ​ວຽກ​ງານ 4 ປູກ 4 ລ້ຽງ, ເຊີດ​ຊູ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ສຸມ​ໃສ່​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ທີ່​ມີ​ພາຍ​ໃນ​ກົມ​ກອງ ເພື່ອ​ທຳ​ການ​ຜະລິດ​ໃຫ້​ໄດ້​ຫຼາຍ​ກວ່າ​ເກົ່າ, ເອົາໃຈໃສ່​ຕໍ່​ວຽກ​ງານ​ຜະລິດ​ແກ້​ໄຂ້​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ກົມ​ກອງ ດ້ວຍ​ການ​ປຸກລະດົມ​ຊຸກຍູ້​ບັນດາ​ພະ​ແນກ, ຂະແໜງ ແລະ ອົງ​ການຈັດຕັ້ງ​ມະຫາຊົນ ປູກ​ພືດ​ຜັກ​ຕາມ​ລະດູ​ການ ແລະ ລ້ຽງສັດ​ປະເພດ​ຕ່າງໆ ຕາມ​ເງື່ອນໄຂ​ຕົວ​ຈິງ ເພື່ອ​ສະໜອງ​ຊີ້ນ-ປາ ເຂົ້າ​ເຮືອນຄົວ​ລວມ ໃຫ້​ບັນລຸ​ຕາມ​ຄາດໝາຍ ແລະ ຂາຍ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ພາຍ​ໃນ​ໂຮງຮຽນ, ສືບຕໍ່​ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍ​ຄູ ໃຫ້​ແໜ້ນໜາ​ຖາວອນ ເພື່ອ​ຮັບປະກັນ​ໃຫ້​ກົມ​ກອງ​ເຮັດ​ສຳເລັດ​ໜ້າທີ່ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ