ຖອດຖອນໄດ້ບົດຮຽນຫຼາຍຢ່າງຈາກບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ
ເວລາອອກຂ່າວ: 2024-12-05 09:26:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:
ສະຫາຍ ພັນຕີ ແອງທອງ ພີມມະສານ ຮອງຫົວໜ້າການທະຫານ ກອງຮ້ອຍທີ 3 ກອງພັນ 588, ຫົວໜ້າທິມຊອກຄົ້ນ ແລະ ກອບກູ້ໄພພິບັດຕຶກອາຄານຖະຫຼົ່ມ ແລະ ສະຫາຍ ຮ້ອຍໂທ ນາງ ມົນລະດີ ມະນີຈັນ ແພດປະ ຈຳກອງພັນໃຫຍ່ 605 ໄດ້ໃຫ້ສຳພາດວ່າ: ພວກເຮົາມີຄວາມພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດ ຕັ້ງຂັ້ນເທິງ ກໍ
ຄື ກະຊວງປ້ອງກັນປະເທດ ມອບໝາຍໜ້າທີ່ໃຫ້ເຂົ້າຮ່ວມການເຝີກຊ້ອມກອບກູ້ໄພພິບັດ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ພາຍໃຕ້ຫົວຂໍ້ “ປະຕິບັດການຊ່ວຍເຫຼືອກອບກູ້ໄພພິບັດອາຄານຖະຫຼົ່ມ” ທີ່ຣາຊະອານາຈັກກຳ ປູເຈຍ ເປັນເຈົ້າພາບ ເຊິ່ງເປັນບັ້ນເຝີກຊ້ອມທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບົດຮຽນອັນໃໝ່ ໃຫ້ແກ່ຕົນເອງ ທີ່ໄດ້ມີໂອກາດເຝີກຊ້ອມຮ່ວມກັບກອງທັບຂອງເພື່ອນ ໃນຄັ້ງນີ້, ການເຝິກຊ້ອມເຖິງວ່າຈະພົບຄວາມຫຍຸ້ງຍາກ ທາງດ້ານສະພາບດິນຟ້າອາກາດທີ່ຮ້ອນອົບເອົ້າ, ການສື່ສານທາງດ້ານພາສາປາກເວົ້າ, ອາ ຫານການກິນລວມທັງຮີດຄອງປະເພນີ ແລະ ວັດທະນະທຳ ທີ່ແຕກຕ່າງກັນ, ແຕ່ຜ່ານການເຝິກຊ້ອມຕົວຈິງ ເຫັນວ່າ ກຳລັງຂອງພວກເຮົາ ສາມາດປັບຕົວເຂົ້າຫາກັນໄດ້ ເພາະມີພື້ນຖານ, ປະສົບການທາງດ້ານວິຊາສະເພາະ ແລະ ເຄີຍຈັດຕັ້ງປະຕິບັດກອບກູ້ໄພພິບັດຕົວຈິງຜ່ານມາແລ້ວ ຈຶ່ງເຮັດໃຫ້ການປະສານງານໃນການຫັດແອບແຕ່ລະວັນ ມີຄວາມຄ່ອງແຄ້ວດີຂຶ້ນ.
ສະຫາຍ ພັນຕີ ແອງທອງ ພີມມະສານ ແລະ ສະຫາຍຮ້ອຍໂທ ນາງ ມົນລະດີ ມະນີຈັນ ກ່າວຕື່ມອີກວ່າ: ການເຂົ້າຮ່ວມເຝິກຊ້ອມໃນຄັ້ງນີ້, ບໍ່ພຽງແຕ່ເປັນ ການເຝີກຊ້ອມກອບກູ້ໄພພິບັດເທົ່ານັ້ນ, ຍັງເປັນການແລກປ່ຽນທາງດ້ານກິລາ-ສິລະປະວັດທະນະທຳຂອງແຕ່ລະປະເທດ, ເຊິ່ງໄດ້ກາຍເປັນບົດຮຽນອັນໃໝ່ ແລະ ການຫັດແອບແຕ່ລະວັນ ກໍໄດ້ເພີ່ມປະສິດທິພາບ, ຄວາມຊຳນິຊຳນານ ໃຫ້ພະນັກງານ-ນັກຮົບພວກເຮົາໄດ້ຮຽນຮູ້ບັນ ດາຂັ້ນຕອນ, ເນື້ອໃນເຝີກຊ້ອມຕ່າງໆ ເປັນຕົ້ນແມ່ນການຊອກຄົ້ນຜູ້ປະສົບໄພ ທີ່ຕິດຢູ່ໃນຕຶກອາຄານຖະຫຼົ່ມ ດ້ວຍກຳລັງທາງບົກ ແລະ ທາງອາດກາດດ້ວຍໂດຣນ, ໜ່ວຍແພດສຸກເສີນປະ ຖົມພະຍາບານຜູ້ບາດເຈັບ ແລະ ນຳສົ່ງໄປໂຮງໝໍພາກສະໜາມຂັ້ນ 1 ດ້ວຍລົດກູ້ໄພ, ການຄັດແຍກຜູ້ປະສົບໄພທີ່ບາດເຈັບ ອອກເປັນ 3 ປະເພດ: ເຈັບເບົາ, ເຈັບກາງ ແລະ ເຈັບໜັກ, ກູ້ໄພ ແລະ ປິ່ນປົວຄົນເຈັບກາງ, ນຳສົ່ງຄົນເຈັບໜັກ ໄປໂຮງໝໍພາກສະໜາມ ຂັ້ນ 2 ດ້ວຍລົດແພດສຸກເສີນ, ການປະຖົມພະຍາຍາບານສຸກເສີນ ໃຫ້ຜູ້ບາດເຈັບໜັກ, ດຳເນີນຂັ້ນຕອນປະຖົມ ພະຍາບານສຸກເສີນ ແລະ ນຳສົ່ງຜູ້ປະສົບໄພບາດເຈັບໜັກ ໄປໂຮງໝໍຂັ້ນ 3 ດ້ວຍຍົນເຮລີຄອບເຕີ (ຍົນຂຶ້ນຊື່) ແລະ ອື່ນໆ. ພາຍຫຼັງສິ້ນສຸດການເຝິກຊ້ອມໃນຄັ້ງນີ້, ເຊື່ອໝັ້ນວ່າຈະເປັນອີກປະສົບການໜຶ່ງຢູ່ໃນຂີດມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກ ງານ-ນັກຮົບ ທັງໝົດທີ່ເຂົ້າຮ່ວມໃນການເຝິກຊ້ອມຄັ້ງນີ້ ໄດ້ຖອດຖອນເອົາບົດຮຽນນຳໄປໝູນໃຊ້ ແລະ ສືບຕໍ່ຫັດແອບຢູ່ໃນກົມກອງຂອງຕົນ ໃຫ້ນັບມື້ນັບເຂັ້ມແຂງ ຂຶ້ນເລື້ອຍໆ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ