ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຖອດ​ຖອນ​ໄດ້​ບົດຮຽນ​ຫຼາຍ​ຢ່າງຈາກ​ບັ້ນ​ເຝິກຊ້ອມ​ກອບ​ກູ້​ໄພພິບັດ 3 ກອງທັບ
ເວລາອອກຂ່າວ: 2024-12-05 09:26:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ສະຫາຍ ພັນ​ຕີ ແອງ​ທອງ ພີມ​ມະ​ສານ ຮອງ​ຫົວໜ້າ​ການ​ທະຫານ ກອງຮ້ອຍ​ທີ 3 ກອງພັນ 588, ຫົວໜ້າ​ທິມ​ຊອກ​ຄົ້ນ ແລະ ກອບ​ກູ້​ໄພພິບັດ​ຕຶກ​ອາຄານ​ຖະ​ຫຼົ່ມ ແລະ ສະຫາຍ ຮ້ອຍ​ໂທ ນາງ ມົນ​ລະດີ ມະນີ​ຈັນ ແພດ​ປະ ຈຳ​ກອງພັນ​ໃຫຍ່ 605 ໄດ້​ໃຫ້​ສຳພາດ​ວ່າ: ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ ແລະ ເປັນ​ກຽດ​ຢ່າງ​ຍິ່ງ ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ການ​ຈັດ ຕັ້ງ​ຂັ້ນ​ເທິງ ກໍ​ ຄື ກະຊວງ​ປ້ອງ​ກັນ​ປະເທດ ມອບໝາຍ​ໜ້າທີ່​ໃຫ້​ເຂົ້າ​ຮ່ວມ​ການ​ເຝີກ​ຊ້ອມ​ກອບ​ກູ້​ໄພພິບັດ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ພາຍ​ໃຕ້​ຫົວຂໍ້ “ປະຕິບັດ​ການ​ຊ່ວຍເຫຼືອ​ກອບ​ກູ້​ໄພພິບັດ​ອາຄານ​ຖະ​ຫຼົ່ມ” ທີ່​ຣາ​ຊະ​ອານາຈັກ​ກຳ ປູເຈຍ ເປັນ​ເຈົ້າພາບ ເຊິ່ງ​ເປັນ​ບັ້ນ​ເຝີກ​ຊ້ອມ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ແລະ ເປັນ​ບົດຮຽນ​ອັນ​ໃໝ່ ໃຫ້​ແກ່​ຕົນ​ເອງ ທີ່​ໄດ້​ມີ​ໂອກາດ​ເຝີກ​ຊ້ອມ​ຮ່ວມ​ກັບ​ກອງທັບ​ຂອງ​ເພື່ອນ ໃນ​ຄັ້ງ​ນີ້, ການ​ເຝິກ​ຊ້ອມ​ເຖິງ​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງຍາກ ທາງ​ດ້ານ​ສະພາບ​ດິນ​ຟ້າ​ອາກາດ​ທີ່​ຮ້ອນ​ອົບເອົ້າ, ການ​ສື່ສານ​ທາງ​ດ້ານ​ພາສາ​ປາກ​ເວົ້າ, ອາ ຫານ​ການ​ກິນ​ລວມ​ທັງ​ຮີດຄອງ​ປະເພນີ ແລະ ວັດທະນະທຳ ທີ່​ແຕກ​ຕ່າງ​ກັນ, ແຕ່​ຜ່ານ​ການ​ເຝິກ​ຊ້ອມ​ຕົວ​ຈິງ ເຫັນ​ວ່າ ກຳລັງ​ຂອງ​ພວກ​ເຮົາ ສາມາດ​ປັບ​ຕົວ​ເຂົ້າ​ຫາ​ກັນ​ໄດ້ ເພາະ​ມີ​ພື້ນຖານ, ປະສົບ​ການ​ທາງ​ດ້ານ​ວິຊາ​ສະເພາະ ແລະ ເຄີຍ​ຈັດ​ຕັ້ງ​ປະຕິບັດ​ກອບ​ກູ້​ໄພພິບັດ​ຕົວ​ຈິງ​ຜ່ານ​ມາ​ແລ້ວ ຈຶ່ງ​ເຮັດ​ໃຫ້ການ​ປະສານ​ງານ​ໃນ​ການ​ຫັດ​ແອບ​ແຕ່​ລະ​ວັນ ມີ​ຄວາມ​ຄ່ອງ​ແຄ້ວ​ດີ​ຂຶ້ນ. ສະຫາຍ ພັນ​ຕີ ແອງ​ທອງ ພີມ​ມະ​ສານ ແລະ ສະຫາຍຮ້ອຍ​ໂທ ນາງ ມົນ​ລະດີ ມະນີ​ຈັນ ກ່າວ​ຕື່ມ​ອີ​ກວ່າ: ການ​ເຂົ້າ​ຮ່ວມ​ເຝິກ​ຊ້ອມ​ໃນ​ຄັ້ງ​ນີ້, ບໍ່​ພຽງ​ແຕ່ເປັນ​ ການ​ເຝີກ​ຊ້ອມ​ກອບ​ກູ້​ໄພພິບັດ​ເທົ່າ​ນັ້ນ, ຍັງ​ເປັນ​ການ​ແລກປ່ຽນ​ທາງ​ດ້ານ​ກິລາ-ສິລະ​ປະ​ວັດທະນະທຳຂອງ​ແຕ່​ລະ​ປະເທດ, ເຊິ່ງ​ໄດ້​ກາຍເປັນ​ບົດຮຽນ​ອັນ​ໃໝ່ ແລະ ການ​ຫັດ​ແອບ​ແຕ່​ລະ​ວັນ ກໍ​ໄດ້​ເພີ່ມ​ປະສິດທິ​ພາບ, ຄວາມ​ຊຳນິ​ຊຳນານ ໃຫ້​ພະນັກງານ-ນັກຮົບ​ພວກ​ເຮົາ​ໄດ້​ຮຽນ​ຮູ້​ບັນ ດາ​ຂັ້ນ​ຕອນ, ເນື້ອ​ໃນ​ເຝີກ​ຊ້ອມ​ຕ່າງໆ ເປັນຕົ້ນ​ແມ່ນການ​ຊອກ​ຄົ້ນ​ຜູ້​ປະສົບ​ໄພ ທີ່​ຕິດ​ຢູ່​ໃນ​ຕຶກ​ອາຄານ​ຖະ​ຫຼົ່ມ ດ້ວຍ​ກຳລັງ​ທາງບົກ ແລະ ທາງ​ອາດ​ກາດ​ດ້ວຍ​ໂດຣນ, ໜ່ວຍ​ແພດ​ສຸກ​ເສີນ​ປະ ຖົມພະຍາບານ​ຜູ້​ບາດເຈັບ ແລະ ນຳ​ສົ່ງ​ໄປ​ໂຮງໝໍ​ພາກ​ສະໜາມ​ຂັ້ນ 1 ດ້ວຍ​ລົດ​ກູ້​ໄພ, ການ​ຄັດ​ແຍກ​ຜູ້​ປະສົບ​ໄພ​ທີ່​ບາດເຈັບ​ ອອກ​ເປັນ 3 ປະເພດ: ເຈັບ​ເບົາ, ເຈັບ​ກາງ ແລະ ເຈັບ​ໜັກ, ກູ້​ໄພ ແລະ ປິ່ນປົວ​ຄົນ​ເຈັບ​ກາງ, ນຳ​ສົ່ງ​ຄົນ​ເຈັບ​ໜັກ ໄປ​ໂຮງໝໍ​ພາກ​ສະໜາມ ຂັ້ນ 2 ດ້ວຍ​ລົດແພດສຸກ​ເສີນ, ການ​ປະຖົມ​ພະຍາ​ຍາ​ບານ​ສຸກ​ເສີນ ໃຫ້​ຜູ້​ບາດເຈັບ​ໜັກ, ດຳເນີນ​ຂັ້ນ​ຕອນ​ປະຖົມ ພະຍາບານ​ສຸກ​ເສີນ ແລະ ນຳ​ສົ່ງ​ຜູ້​ປະສົບ​ໄພ​ບາດເຈັບ​ໜັກ ໄປ​ໂຮງໝໍ​ຂັ້ນ 3 ດ້ວຍ​ຍົນ​ເຮລີ​ຄອບ​ເຕີ (ຍົນ​ຂຶ້ນ​ຊື່) ແລະ ອື່ນໆ. ພາຍຫຼັງ​ສິ້ນ​ສຸດ​ການ​ເຝິກ​ຊ້ອມ​ໃນ​ຄັ້ງ​ນີ້, ເຊື່ອ​ໝັ້ນ​ວ່າ​ຈະ​ເປັນ​ອີກ​ປະສົບ​ການ​ໜຶ່ງ​ຢູ່​ໃນ​ຂີດ​ມາດຕະຖານ​ທີ່​ແນ່ນອນ ເຮັດ​ໃຫ້​ພະນັກ ງານ-ນັກຮົບ ທັງ​ໝົດ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ເຝິກ​ຊ້ອມ​ຄັ້ງ​ນີ້ ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​ນຳໄປ​ໝູນ​ໃຊ້ ແລະ ສືບຕໍ່​ຫັດ​ແອບ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ ໃຫ້​ນັບ​ມື້​ນັບ​ເຂັ້ມແຂງ ຂຶ້ນ​ເລື້ອຍໆ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ