ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ກອງພົນທີ 1 ປາຖະກະຖາວັນສໍາຄັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2024-12-05 15:44:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 660 | ຄວາມນິຍົມ:



ໃນວັນທີ 3 ທັນວາ 2024 ນີ້, ກອງພົນທີ 1 ໄດ້ປາຖະກະຖາ ວັນຊາດ ທີ 2 ທັນວາ ( 2 ທັນວາ 1975 – 2 ທັນວາ 2024 ) ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2024 ) ຄົບຮອບ 104 ປີ ແລະ ຜ່ານເອກສານສຳຄັນຕ່າງໆ. ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການປາຖະກະຖາໃນຄັ້ງນີ້ ແມ່ນເພື່ອຫວນຄືນໃຫ້ພະນັກງານ-ນັກຮົບຮູ້ເຖິງຄວາມໝາຍ, ຄວາມສຳຄັນວັນຊາດ ທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ທັງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ໄດ້ມີເອກະລາດຢ່າງສົມບູນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ ທັງແມ່ນວັນສັນຕິພາບແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ຕະຫຼອດໄລຍະ 49 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເຕີບໃຫຍ່ເຂັ້ມແຂງ ຂະຫຍາຍຕົວທາງດ້ານການເມືອງ, ດ້ານເສດຖະກິດວັດທະນະທຳ-ສັງຄົມໄດ້ມີການຂະຫຍາຍຕົວຂຶ້ນເປັນກ້າວໆ. ນອກຈາກນີ້, ຍັງໄດ້ຮູ້ເຖິງປະຫວັດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຊີວິດການເຄື່ອນໄຫວຂອງການປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ. ໃນໂອກາດນີ້ ກໍໄດ້ມີການປະກາດການປະດັບທຽບຊັ້ນຮ້ອຍໂທນາຍທະຫານໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງພົນທີ 1 ຈຳນວນ 24 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ຈຳນວນ 7 ສະຫາຍ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ