ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ສອງ​ກົມ​ກອງ ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ຫັດ​ແອບ ຊ້ອມ​ຮົບ​ປະສານ​ສຽງ​ແຕກ​ຍິງ​ລູກປືນ​ແທ້
ເວລາອອກຂ່າວ: 2024-12-06 09:15:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 644 | ຄວາມນິຍົມ:



ໃນ​ວັນ​ທີ 25 ພະຈິກ 2024, ສອງ​ກົມ​ກອງ ຄື: ກອງພັນ 410 ແລະ ກອງຮ້ອຍ​ທະຫານ​ຊາຍ​ແດນ 153 ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຕັ້ງ​ຫັດ​ແອບ ຊ້ອມ​ຮົບ ປະສານ​ສຽງ​ແຕກ​ຍິງ​ລູກປືນ​ແທ້ ປະຈຳ​ປີ 2024, ໂດຍ​ມີ ສະຫາຍ ພອນ​ສະຫວັນ ໄຊ​ສົມ​ພັນ ເຈົ້າເມືອງ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ, ສະຫາຍ ພັນ​ໂທ ເສິນ ໄຊ​ຍະ​ພອນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ຄະນະ​ພັກ-ຄະ​ບັນຊາ ຕະຫຼອດ​ຮອດ ພະນັກງານ-ນັກ ຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ຄຳ ອຸທຸມພອນ ຫົວໜ້າ​ຈຸ​ຄູ​ພາກ​ສະ​ໝາມ ໄດ້​ຕາງໜ້າ​ໃຫ້​ທັງ​ສອງ​ກົມ​ກອງ ອະທິບາຍ​ແຜນ​ຮ່າງ​ຕ່າງໆ ​ໃນ​ການຈັດຕັ້ງ​ປະຕິບັດ​ຫັດ​ແອບ ຊ້ອມ​ຮົບ​ປະສານ​ສຽງ​ແຕກ​ຍິງ​ລູກປືນ​ແທ້, ພ້ອມ​ທັງ​ລາຍ​ງານ ກ່ຽວ​ກັບ​ແຜນການ​ລວມ​ໃນ​ການ​ກະ​ກຽມພ້ອມ​ເຄື່ອນ​ທັບ​ປະສານ​ສຽງ​ແຕກ​ຮ່ວມ​ກັນ​ລະຫວ່າງ​ສອງ​ກົມ​ກອງ ທັງ​ນີ້, ເພື່ອ​ເປັນ​ການ​ສະຫຼຸບ​ສັງ​ລວມ​ບັນດາ​ບົດຮຽນ​ທີ່​ໄດ້​ເຝິກແອບ​ຮ່ຳຮຽນ​ໃນ​ໄລຍະ​ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ນັກ​ເຝິກອົບຮົມ​ແຕ່​ລະ​ສະຫາຍ​ມີ​ຄວາມ​ຊຳນິ​ຊຳນານ, ມີ​ຄວາມ​ຄ່ອງ​ແຄ່ວ, ວ່ອງໄວ ໃນ​ການ​ທຳລາຍ​ເປົ້າ​ໝາຍ​ຕາມ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ໃນ​ການ​ນຳ​ໃຊ້​ອາວຸດ​ກະສຸນ ເຂົ້າ​ໃນ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ. ຜ່ານ​ການ​ຫັດ​ແອບ​ຕົວ​ຈິງ ເຫັນ​ວ່າ​ໄດ້​ຮັບ​ຜົນສຳເລັດ​ຕາມ​ແຜນການ ແລະ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ