ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ໜ່ວຍ​ພັກ​ກອງຮ້ອຍ 21 ທະຫານ​ແຂວງ​ຜົ້ງ​ສາລີ ມອບ-ຮັບ​ໃບຢັ້ງຢືນ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023
ເວລາອອກຂ່າວ: 2024-12-06 09:20:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 697 | ຄວາມນິຍົມ:



ທ້າຍເດືອນ ພະຈິກ 2024 ນີ້, ​ກອງຮ້ອຍ 21 ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ຕັ້ງ​ພິທີ​ມອບ-ຮັບ​ໃບຢັ້ງຢືນ​ໜ່ວຍ​ພັກ ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີສະຫາຍ ພັນ​ໂທ ບຸນ​ໄຊ ສຸ​ລິ​ຄອນ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ການເມືອງ​ກອງຮ້ອຍ 21, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ, ຄະນະ​ໜ່ວຍ​ພັກ, ແຂກຖືກເຊີນ ແລະ ສະມາຊິກ​ພັກ​ສົມ ບູນ-ສຳຮອງ​ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ໄຊ ສຸ​ລິ​ຄອນ ເລຂາ​ໜ່ວຍ​ພັກ ຫົວໜ້າ​ການເມືອງ​ກອງຮ້ອຍ 21 ໄດ້​ຜ່ານ​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃນ​ໄລຍະ 1 ປີຜ່ານມາ, ໜ່ວຍ​ພັກ​ກອງຮ້ອຍ 21 ພະນັກງານ​ສະມາຊິກ​ພັກ, ນັກຮົບ ​ໄດ້​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ແຕ່​ລະ​ໄລຍະ, ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ທາງ​ດ້ານ​ສະຕິ​ປັນ ຍາ, ຫົວຄິດ​ປະດິດ​ສ້າງ​ຂອງ​ພະ ນັກງານ​-ສະມາຊິກ​ພັກ, ມີ​ຄວາມ​ຫ້າວຫັນ, ດຸໝັ່ນ​ຂະ​ຍັນ​ພຽນ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ມີ​ຜົນສຳເລັດ​ເປັນ​ກ້າວໆ, ປະຕິບັດ​ຕາມ 5 ຫຼັກ ການ 3 ທິດ​ນຳ​ຂອງ​ພັກ, ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບ່ງ​ບຸກຄົນ​ຮັບຜິດຊອບ​ຢ່າງ​ຈະແຈ້ງ, ນຳພາ​ປັບປຸງ​ອົງ​ການຈັດຕັ້ງ​ພັກ, ອົງ​ການຈັດຕັ້ງ​ມະຫາຊົນ​ຂອງ​ກົມ​ກອງ​ ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ສິດ, ໜ້າທີ່, ພ້ອມ​ກັບ​ການ​ເຮັດ​ໜ້າທີ່ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ເຮັດ​ໃຫ້​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ. ພ້ອມ​ນັ້ນ ສະຫາຍ ພັນ​ຕີ ບຸນ​ຮຽງ ໄຊ​ປະເສີດ ຄະນະ​ໜ່ວຍ​ພັກ ຮອງ​ຫົວໜ້າ​ການເມືອງ​ກອງຮ້ອຍ 21 ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ​ຜົ້ງ​ສາລີ ວ່າ​ດ້ວຍ​ການ​ອະນຸມັດ​ມອບ​ໃບຢັ້ງຢືນ ​ໃຫ້​ໜ່ວຍ​ພັກ ກອງຮ້ອຍ 21 ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023 ໂດຍການຂຶ້ມອບຂອງ ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີຢ່າງ​ສົມ​ກຽດ. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ