ພະແນກສະຫະພັນແມ່ຍິງ ວິທະຍາຄານ ພະລາທິການກອງທັບ ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2024-12-06 09:26:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 702 | ຄວາມນິຍົມ:
ອີງໃສ່ບົດລາຍງານການເມືອງທັງສອງພາກຕໍ່ກອງປະ ຊຸມຜູ້ແທນແມ່ຍິງ ຄັ້ງທີ IV ທີ່ສະເໜີໂດຍ ສະຫາຍ ພັນໂທ ນາງ ຄຳຫຼ້າ ກົມທິສອນ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະ ຍາຄານພະລາທິການກອງທັບ ໃຫ້ຮູ້ວ່າ: ໃນໄລຍະ 5 ປີ ຜ່ານມາ, ພະແນກສະຫະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນດ້ວຍຫຼາຍຮູບການ ແລະ ຫຼາຍຮູບແບບ ເປັນຕົ້ນແມ່ນປຸກລະດົມສະມາ ຊິກສະຫະພັນແມ່ຍິງເຂົ້າຮ່ວມ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ນິຕິກຳຕ່າງໆຂອງພັກ, ຂອງກອງທັບ; ກໍຄື ນິຕິກຳຂອງສູນກາງສະຫະພັນແມ່ຍິງລາວ ແລະ ຫ້ອງການສະຫະພັນແມ່ຍິງກອງທັບວາງອອກ ເຊິ່ງຄະນະພັກ-ຄະນະອຳນວຍການ ແລະ ຄະນະບັນຊາທຸກຂັ້ນໄດ້ອຳນວຍຄວາມສະດວກໃກ້ຊິດຕິດແທດ ພ້ອມທັງມອບໝາຍໜ້າທີ່ໃຫ້ສະ ມາຊິກສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃນການປະຕິບັດໜ້າທີ່ວິຊາສະເພາະ ຄຽງຄູ່ກັບເພດຊາຍ, ຍົກສູງ ແລະ ເຊີດຊູບົດບາດສິດສະເໝີພາບລະຫວ່າງ ຍິງ-ຊາຍ ທາງດ້ານໜ້າທີ່ວຽກງານວິຊາສະເພາະ, ໄດ້ຮັບການເອົາໃຈໃສ່ຈາກການຈັດຕັ້ງທຸກຂັ້ນ, ມີສະ ມາຊິກແມ່ຍິງບາງສະຫາຍໄດ້ ຮັບການແຕ່ງຕັ້ງມອບໝາຍໜ້າ ທີ່ຢູ່ໃນຂັ້ນບັນຊາ-ນຳພາຢູ່ໃນຂະແໜງການຕ່າງໆ.
ນອກນັ້ນ, ຍັງໄດ້ຊຸກຍສະ ມາຊິກແມ່ຍິງເຂົ້າຮ່ວມຂະບວນການຕ່າງໆ ທີ່ຂັ້ນເທິງ ແລະ ກົມກອງຈັດຂຶ້ນ ເປັນຕົ້ນແມ່ນຂະບວນການແຂ່ງຂັນຮັກຊາດ
ແລະ ພັດທະນາ, ການຖາມ-ຕອບຄວາມຮູ້ຮອບຕົວ, ການ ແຂ່ງຂັນກິລາ, ສິລະປະ-ວັນ ນະຄະດີ, ອອກແຮງງານແດງ ແລະ ຂະບວນການອື່ນໆ ເຫັນ
ວ່າສະມາຊິກແມ່ຍິງໄດ້ປະກອບສວນຢ່າງແຂງແຮງເທົ່າທຽມກັບເພດຊາຍ ໄປຄຽງ ຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ປັດຈຸບັນທົ່ວວິທະຍາຄານພະລາທິການກອງທັບ ມີສະມາຊິກແມ່ຍິງ 270 ສະຫາຍ; ຜ່ານການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງ ແລະ ວິຊາສະເພາະຂອງກົມກອງໃນໄລຍະຜ່ານມາ ສາມາດຄັດເລືອກຜົນງານໄດ້ດັ່ງນີ້: ໄດ້ຮັບການຍ້ອງ ຍໍຫຼຽນໄຊພິລະອາດຫານ ຊັ້ນ III ຈຳນວນ 11 ສະຫາຍ, ຫຼຽນ ໄຊແຮງງານ ຊັ້ນ III ມີ 12 ສະ ຫາຍ, ຫຼຽນກາແຮງງານ 80 ສະຫາຍ, ໃບຍ້ອງຍໍລັດຖະບານ 60 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 37 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 37 ສະຫາຍ, ໃບຍ້ອງ ຍໍຄູສອນດີ-ສອນເດັ່ນ ແລະ ນັກຮຽນ-ນັກສຶກສາດີເດັ່ນ 66 ສະຫາຍ, ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນຂັ້ນ 212 ສະຫາຍ, ພົນລະເມືອງດີ 222 ສະຫາຍ, ພັດທະນາດີ 216 ສະຫາຍ, ສ້າງຄອບຄົວດີ 185 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 164 ສະຫາຍ, ປະເພດ II ມີ 58 ສະ ຫາຍ ອັນພົ້ນເດັ່ນແມ່ນມີກອງ ທຶນພັດທະນາສະຫະພັນແມ່ ຍິງ ແລະ ມີສະມາຊິກກອງທຶນ 1.240 ຄົນ, ມີເງິນກອງທຶນ 5.250.663.000 ກີບ.
ສະຫາຍ ພັນໂທ ນາງ ຄຳຫຼ້າ ກົມທິສອນ ຍັງກ່າວຕື່ມອີກວ່າ: ໃນຕໍ່ໜ້າຈະໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ສືບຕໍ່ປຸກລະດົມສະມາຊິກແມ່ຍິງ ພ້ອມກັນເຂົ້າຮ່ວມຂະບວນການຕ່າງໆ ໃຫ້ເປັນຂະບວນການຟົດຟື້ນ, ເປັນເຈົ້າການປະຕິບັດພາລະບົດບາດໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່ປັບປຸງການຈັດຕັ້ງສະ ຫະພັນແມ່ຍິງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີແບບແຜນວິທີເຮັດວຽກທີ່ສອດຄ່ອງ ບົນພື້ນ
ຖານຫຼັກການລວມສູນປະຊາ ທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງ ທັບ ກໍຄືກົມກອງວາງອອກຢ່າງເຂັ້ມງວດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ