ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ສ້າງ​ເຫງົ້າ​ພະລັງ​ແຮງ​ດ້ານ​ການເມືອງ-ແນວ​ຄິດ​ ໃນ​ກຳລັງ​ປະກອບ​ອາວຸດ
ເວລາອອກຂ່າວ: 2024-12-06 09:27:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:



ໃນ​ຊຸມ​ປີຜ່ານມາ, ອົງຄະ ​ນະ​ພັກໂຮງຮຽນ​ທິດ​ສະ​ດີ​ການ ເມືອງ​ກອງທັບ ຍາມ​ໃດ​ກໍ​ເຊີດ​ຊູ​ພາລະ​ບົດບາດ, ຄວາມ​ເປັນ​ແກນ​ນຳ​ນຳພາ-ຊີ້ນໍາ​ແຕ່​ລະ​ຂະ ແໜງການ​ເຄື່ອນໄຫວ​ປະຕິບັດ​ໜ້າທີ່​ຕາມ​ພາລະ​ບົດບາດຂອງ ​ຕົນ ແລະ ສາມາດ​ສ້າງໄດ້ຜົນ ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປັບປຸງ ​ກໍ່ສ້າງ​ກົມ​ກອງ ໂດຍ​ສະເພາະ ​ແມ່ນ​ການ​ເຮັດ​ໜ້າທີ່​ວິຊາ​ສະ ເພາະ, ການຈັດ​ຕັ້ງ ແລະ ບັນ ດາ​ບຸກ​ຄະລາ​ກອນ ກໍ​ຄືຄູ-ອາ ຈານ ຂອງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ກອງທັບ​ໃນ​ໄລຍະ​ໃໝ່, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ເຫງົ້າ​ພະລັງ​ແຮງ​ດ້ານ​ການເມືອງ-ແນວ​ຄິດ ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ​ກອງທັບ​ປະຊາຊົນ​ລາວ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ. ສະຫາຍ ພົນ​ຈັດຕະວາ ​ຮສ ​ປອ ຄຳ​ຜາຍ ສະພັງ​ເໜືອ ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ໃຫ້​ຮູ້​ວ່າ: ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ມີ​ບົດບາດ​ສຳຄັນ​ໃນ​ການ​ໃຫ້​ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ມາກ-ເລ​ນິນ, ວິທະຍາສາດ​ສັງຄົມອື່ນໆ ສ້າງ​ໂລ​ກະທັດ, ຊີວະ​ທັດ​ປະຕິ ວັດ ທີ່​ຖືກຕ້ອງ​ໃຫ້​ແກ່​ນາຍ ແລະ ພົນທະຫານ ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ແລະ ຮັບ​ໃຊ້​ປະ ຊາຊົນ​ດ້ວຍ​ຄວາມ​ບໍລິສຸດ​ໃຈ, ມີ​ແບບແຜນ​ດຳລົງ​ຊີວິດ​ທີ່​ສົດໃສ ແລະ ມີ​ມານະ​ຈິດ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ສະແຫວງຫາ​ຄວາມ​ຮູ້, ຄວາມ​ກ້າວໜ້າ, ຄົ້ນຄວ້າ​ຮໍ່າ ຮຽນ​ຍົກ​ລະດັບ​ໃນ​ທຸກ​ດ້ານ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ເຄົາລົບ​ລະບຽບ​ກົດໝາຍ​ທີ່​ລັດ​ວາງ​ອອກ. ໂຮງ ຮຽນ​ທິດ​ສະ​ດີ​ການເມືອງ​ກອງ ທັບ ໄດ້​ກາຍເປັນ​ເບົ້າ​ຊຸບ​ຫຼໍ່ທາງ​ ດ້ານ​ການເມືອງ-ແນວ​ຄິດຂອງ​ ນາຍ ແລະ ພົນທະຫານ​ໃນ​ກອງ ທັບ​ປະຊາຊົນ​ລາວ ໃຫ້​ກາຍເປັນ ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ຕາຍ ໃຈ​ຕໍ່​ອຸດົມ​ການ​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ, ມີ​ມານະ​ຈິດ​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ເປັນ​ນາຍ ແລະ ພົນທະຫານທີ່​ເດັດ ດ່ຽວ​ໜຽວ​ແໜ້ນ ຕໍ່ສູ້​ກັບ​ກົນອຸ ບາຍ​ຂອງ​ອິດ​ທິ​ກຳລັງ​ປໍ​ລະປັກ ແລະ ກຸ່ມ​ຄົນ​ບໍ່​ດີ​ໃນ​ທຸກ​ຮູບແບບ ເພື່ອ​ປົກ​ປັກ​ຮັກສາ​ປະເທດ​ຊາດ ແລະ ຄວາມ​ໝັ້ນຄົງ​ຂອງ​ລະ ບອບ​ປະຊາທິປະໄຕ​ ປະຊາຊົນ, ເປັນ​ເຈົ້າ​ການ​ສະກັດ​ກັ້ນ​ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ​ຢູ່​ພາຍ​ໃນ​ຂອງ​ພວກ​ເຮົາ, ມີ​ຄວາມ​ສະດຸ້ງ​ໄວ ແລະ ມີ​ສະຕິ​ລະວັງ​ຕົວ​ສູງ ບໍ່​ຫວັ່ນໄຫວ​ຄອນ​ແຄນ​ຕໍ່​ກົນອຸບາຍ, ເລ່​ລ່ຽມ ແລະ ການເຄື່ອນໄຫວ "ຫັນປ່ຽນ​ໂດຍ​ສັນຕິ" ຂອງ​ສັດຕູ ພ້ອມ​ກັນ​ນັ້ນ, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ຍັງ​ກາຍເປັນ​ເບົ້າ​ຫຼໍ່​ເຫງົ້າ​ພະລັງ​ແຮງ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຂອງ​ພື້ນຖານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຮອບດ້ານ, ສ້າງ​ໃຫ້​ກຳ ລັງ​ປະກອບ​ອາວຸດກອງທັບ​ປະ ຊາຊົນ​ລາວ ກ້າວ​ສູ່​ແບບແຜນ​ທັນ​ສະໄໝ. ດ້ານ​ການຈັດຕັ້ງໄດ້​ສຸມ​ໃສ່​ສ້າງ ແລະ ປັບປຸງ​ການຈັດຕັ້ງ​ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ; ປັບປຸງ ແລະ ເພີ່ມ​ທະວີ​ການ​ພົວພັນ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ​ໃຫ້​ສູງ, ບົນ​ຫຼັກການ​ລວມ​ສູນ​ເປັນ​ເອກະ​ພາບ, ຕັ້ງໜ້າ​ຕໍ່ສູ້​ກັບ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ມະຫາຊົນ​ຕໍ່​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ. ນີ້​ແມ່ນ​ໜຶ່ງ​ໃນ​ວິທີ​ການ​ແກ້​ໄຂ​ທີ່​ເປັນ​ພື້ນຖານ​ ເພື່ອ​ເປັນ​ການ​ເພີ່ມ​ທະວີ​ໃນ​ການ​ສ້າງ​ເຫງົ້າ​ພະລັງ​ແຮງ​ດ້ານ​ການເມືອງ-ແນວ​ຄິດ ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ. ຍ້ອນ​ວ່າ​ກຳລັງ​ປະກອບ​ອາວຸດ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ແມ່ນ ກຳປັ້ນ​ເຫຼັກ​ຂອງ​ພັກ ເພື່ອຕີເອົາ ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ​ໃນທຸກ​ ກໍລະນີ ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ ດາ​ວິທີ​ແກ້​ໄຂ​ທີ່​ສຳຄັນເພື່ອສ້າງ ​ເຫງົ້າ​ພະລັງ​ແຮງ​ດ້ານ​ການ ເມືອງ-ແນວ​ຄິດ ໃຫ້​ແກ່​ກຳລັງ ​ປະກອບ​ອາວຸດກອງທັບ​ປະຊາ ຊົນ​ລາວ ຕິດ​ພັນ​ກັບ​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ພິເສດ​ແມ່ນ​ວຽກ​ງານ​ກໍ່ສ້າງ​ກຳລັງ, ສ້າງ​ບຸກ​ຄະ ລາ​ກອນ​ໃຫ້​ເປັນ​ຄົນ​ດີ, ຄົນ​ເກັ່ງ, ຄົນ​ທັນ​ສະໄໝ, ເປັນ​ນັກຮົບ​ທີ່​ສະຫຼຽວ​ສະຫຼາດ ມີ​ໄຫວ​ພິບ​ຄົມ​ແຫຼມ​ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ. ພ້ອມ​ກັນ​ນັ້ນ ​ຍັງ​ໄດ້​ປັບປຸງ​ກໍ່ສ້າງໂຄງການ​ຫຼັກສູດ​ວິທີ​ການ​ຮຽນ-ການ​ສອນ ໃຫ້​ສອດຄ່ອງ​ກັບ​ໜ້າທີ່, ສອດຄ່ອງ​ກັບ​ສະພາບ​ການ​ໃໝ່​ທີ່​ເກີດ​ຂຶ້ນ ໂດຍ​ສະເພາະ​ແມ່ນ​ການ​ຕອບ​ຕ້ານ​ຍຸດ​ທະ​ສາດ​ການ​ຫັນປ່ຽນ​ໂດຍ​ສັນຕິຂອງ​ຈັກກະພັດ ແລະ ກຳລັງ​ປໍ​ລະ​ປັກ, ທັງ​ຊອກ​ວິທີ​ຕອບ​ຕ້ານ​ສົງຄາມ​ຂໍ້​ມູນ​ຂ່າວສານທີ່​ຈັກກະພັດ ແລະ ອິດ​ທິ​ກຳລັງ​ປໍ​ລະ​ປັກ​ນຳ​ໃຊ້​ຢູ່​ໃນ​ປັດຈຸບັນ​ໃຫ້​ທັນ​ການ ແລະ ມີ​ປະ​ສິດທິ​ຜົນ​ສູງ. ສັງ​ລວມ​ແລ້ວ ບົດບາດ​ໂຮງ ຮຽນ​ທິດ​ສະ​ດີ​ການເມືອງ​ກອງ ທັບ ໃນ​ການ​ສ້າງ​ເຫງົ້າ​ພະລັງ​ແຮງ​ດ້ານ​ການເມືອງ-ແນວ​ຄິດ​ໃຫ້​ແກ່​ກຳລັງ​ປະກອບ​ອາວຸດ ກອງທັບ​ປະຊາຊົນ​ລາວ. ໃນ​ປັດຈຸບັນ ແລະ ສະເພາະ​ໜ້າຍິ່ງ​ ມີ​ຄວມ​ຈຳເປັນ ແລະ ຮີບ​ດ່ວນ​ ທີ່​ສຸດ. ບັນດາ​ປັດ​ໄຈ​ທີ່​ສົ່ງ​ຜົນ​ກະ ທົບ​ເຖິງ​ການ​ສ້າງ​ເຫງົ້າ​ພະລັງ​ແຮງ​ດັ່ງກ່າວ ລວມ​ມີ​ທັງ​ປັດ​ໄຈ​ພາຍ​ໃນ ແລະ ປັດ​ໄຈ​ພາຍ​ນອກ​ນັ້ນ ປັດ​ໄຈ​ພາຍ​ໃນ​ແມ່ນ​ປັດ​ໄຈ​ພື້ນຖານ​ເບື້ອງ​ຕົ້ນ​ໃຫ້​ແກ່​ການ​ສ້າງ​ກຳລັງ​ປະກອບ​ອາວຸດ​ກອງທັບ​ປະຊາຊົນ​ລາວ ໃຫ້​ກາຍເປັນ​ກອງທັບ​ທີ່​ມີ​ແບບແຜນ​ທັນ​ສະໄໝ. ສ່ວນ​ວິທີ​ການ​ຕ່າງໆ​ທີ່​ນຳ​ມາ​ໃຊ້​ນັ້ນ​ ມີ​ການ​ປະສານ​ສົມທົບ, ມີ​ການ​ກະທົບ​ເຊິ່ງ​ກັນ ແລະ ກັນ ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຕ້ອງ​ມີ​ຄວາມ​ອົດທົນ, ຄວາມ​ລະອຽດ​ອ່ອນ ແລະ ເຮັດ​ຢ່າງ​ຕໍ່​ເນື່ອງ. ຄົ້ນຄວ້າ​ບັນຫາ​ຢ່າງ​ພາວະ​ວິ​ໄສ, ຫຼີກ​ລ່ຽງ​ການ​ເບິ່ງ​ບັນຫາ​ແບບ​ຜິວ​ເຜີນ, ຕີ​ລາຄາ​ດ້ານ​ດຽວ, ຄຳ​ພີ, ການ​ສ້າງ​ພະນັກງານ-ນັກຮົບ ໃຫ້​ມີ​ຈິດໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ມີ​ຄວາມ​ຕັ້ງ​ຕໍ່​ບໍລິສຸດ​ຕໍ່​ພັກ, ຕໍ່​ປະເທດ​ຊາດ, ຕໍ່​ລະບອບ​ໃໝ່, ຕໍ່​ສັງຄົມ​ນິຍົມ ແລະ ກ້າ​ເສຍສະຫຼະ​ຊີວິດໃນ​ເມື່ອ​ປະເທດ​ຊາດ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັ້ນ ບໍ່​ແມ່ນ​ບັນຫາ​ທີ່​ງ່າຍດາຍ, ແມ່ນ​ບັນຫາ​ທີ່​ຫຍຸ້ງຍາກ​ລຳບາກ ແລະ ອົດທົນ ທັງ​ແມ່ນ​ບັນຫາ​ທີ່​ລະອຽດ​ອ່ອນ ແລະ ຕິດ​ພັນ​ກັບ​ຫຼາຍ​ປັດ​ໄຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ