ສ້າງເຫງົ້າພະລັງແຮງດ້ານການເມືອງ-ແນວຄິດ ໃນກຳລັງປະກອບອາວຸດ
ເວລາອອກຂ່າວ: 2024-12-06 09:27:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 466 | ຄວາມນິຍົມ:
ໃນຊຸມປີຜ່ານມາ, ອົງຄະ ນະພັກໂຮງຮຽນທິດສະດີການ ເມືອງກອງທັບ ຍາມໃດກໍເຊີດຊູພາລະບົດບາດ, ຄວາມເປັນແກນນຳນຳພາ-ຊີ້ນໍາແຕ່ລະຂະ ແໜງການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງ ຕົນ ແລະ ສາມາດສ້າງໄດ້ຜົນ ງານທີ່ພົ້ນເດັ່ນໃນການປັບປຸງ ກໍ່ສ້າງກົມກອງ ໂດຍສະເພາະ ແມ່ນການເຮັດໜ້າທີ່ວິຊາສະ ເພາະ, ການຈັດຕັ້ງ ແລະ ບັນ ດາບຸກຄະລາກອນ ກໍຄືຄູ-ອາ ຈານ ຂອງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຮັບການປັບປຸງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາກອງທັບໃນໄລຍະໃໝ່, ປະກອບສ່ວນເຂົ້າໃນການສ້າງເຫງົ້າພະລັງແຮງດ້ານການເມືອງ-ແນວຄິດ ໃຫ້ແກ່ກຳລັງປະກອບອາວຸດກອງທັບປະຊາຊົນລາວ ມີຄວາມໜັກແໜ້ນເຂັ້ມແຂງ.
ສະຫາຍ ພົນຈັດຕະວາ ຮສ ປອ ຄຳຜາຍ ສະພັງເໜືອ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ໂຮງຮຽນທິດສະດີການເມືອງກອງທັບ ມີບົດບາດສຳຄັນໃນການໃຫ້ຄວາມຮູ້ທາງດ້ານທິດສະດີມາກ-ເລນິນ, ວິທະຍາສາດສັງຄົມອື່ນໆ ສ້າງໂລກະທັດ, ຊີວະທັດປະຕິ ວັດ ທີ່ຖືກຕ້ອງໃຫ້ແກ່ນາຍ ແລະ ພົນທະຫານ ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຮັບໃຊ້ປະ ຊາຊົນດ້ວຍຄວາມບໍລິສຸດໃຈ, ມີແບບແຜນດຳລົງຊີວິດທີ່ສົດໃສ ແລະ ມີມານະຈິດເຝິກຝົນຫຼໍ່ຫຼອມຕົນເອງ ສະແຫວງຫາຄວາມຮູ້, ຄວາມກ້າວໜ້າ, ຄົ້ນຄວ້າຮໍ່າ ຮຽນຍົກລະດັບໃນທຸກດ້ານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເຄົາລົບລະບຽບກົດໝາຍທີ່ລັດວາງອອກ. ໂຮງ ຮຽນທິດສະດີການເມືອງກອງ ທັບ ໄດ້ກາຍເປັນເບົ້າຊຸບຫຼໍ່ທາງ ດ້ານການເມືອງ-ແນວຄິດຂອງ ນາຍ ແລະ ພົນທະຫານໃນກອງ ທັບປະຊາຊົນລາວ ໃຫ້ກາຍເປັນ ຜູ້ທີ່ມີຄວາມເຊື່ອໝັ້ນຢ່າງຕາຍ ໃຈຕໍ່ອຸດົມການສັງຄົມນິຍົມຢ່າງໜັກແໜ້ນ, ມີມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເປັນນາຍ ແລະ ພົນທະຫານທີ່ເດັດ ດ່ຽວໜຽວແໜ້ນ ຕໍ່ສູ້ກັບກົນອຸ ບາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີໃນທຸກຮູບແບບ ເພື່ອປົກປັກຮັກສາປະເທດຊາດ ແລະ ຄວາມໝັ້ນຄົງຂອງລະ ບອບປະຊາທິປະໄຕ ປະຊາຊົນ, ເປັນເຈົ້າການສະກັດກັ້ນການຫັນປ່ຽນດ້ວຍຕົນເອງຢູ່ພາຍໃນຂອງພວກເຮົາ, ມີຄວາມສະດຸ້ງໄວ ແລະ ມີສະຕິລະວັງຕົວສູງ ບໍ່ຫວັ່ນໄຫວຄອນແຄນຕໍ່ກົນອຸບາຍ, ເລ່ລ່ຽມ ແລະ ການເຄື່ອນໄຫວ "ຫັນປ່ຽນໂດຍສັນຕິ" ຂອງສັດຕູ ພ້ອມກັນນັ້ນ, ໂຮງຮຽນທິດສະດີການເມືອງກອງທັບ ຍັງກາຍເປັນເບົ້າຫຼໍ່ເຫງົ້າພະລັງແຮງທາງດ້ານການເມືອງ-ແນວຄິດ, ແມ່ນໜຶ່ງໃນບັນດາປັດໄຈຂອງພື້ນຖານປ້ອງກັນຊາດທົ່ວປວງຊົນຮອບດ້ານ, ສ້າງໃຫ້ກຳ ລັງປະກອບອາວຸດກອງທັບປະ ຊາຊົນລາວ ກ້າວສູ່ແບບແຜນທັນສະໄໝ.
ດ້ານການຈັດຕັ້ງໄດ້ສຸມໃສ່ສ້າງ ແລະ ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ; ປັບປຸງ ແລະ ເພີ່ມທະວີການພົວພັນສ້າງຄວາມເປັນເອກະພາບພາຍໃນໃຫ້ສູງ, ບົນຫຼັກການລວມສູນເປັນເອກະພາບ, ຕັ້ງໜ້າຕໍ່ສູ້ກັບປະກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກົງຈັກການຈັດຕັ້ງນຳພາ-ບັນຊາ. ນີ້ແມ່ນໜຶ່ງໃນວິທີການແກ້ໄຂທີ່ເປັນພື້ນຖານ ເພື່ອເປັນການເພີ່ມທະວີໃນການສ້າງເຫງົ້າພະລັງແຮງດ້ານການເມືອງ-ແນວຄິດ ໃຫ້ແກ່ກຳລັງປະກອບອາວຸດ. ຍ້ອນວ່າກຳລັງປະກອບອາວຸດແມ່ນກຳລັງຫຼັກແຫຼ່ງ, ແມ່ນ
ກຳປັ້ນເຫຼັກຂອງພັກ ເພື່ອຕີເອົາ ຊະນະສັດຕູຜູ້ຮຸກຮານໃນທຸກ ກໍລະນີ ເຊິ່ງແມ່ນໜຶ່ງໃນບັນ ດາວິທີແກ້ໄຂທີ່ສຳຄັນເພື່ອສ້າງ ເຫງົ້າພະລັງແຮງດ້ານການ ເມືອງ-ແນວຄິດ ໃຫ້ແກ່ກຳລັງ ປະກອບອາວຸດກອງທັບປະຊາ ຊົນລາວ ຕິດພັນກັບການກໍ່ສ້າງກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ພິເສດແມ່ນວຽກງານກໍ່ສ້າງກຳລັງ, ສ້າງບຸກຄະ ລາກອນໃຫ້ເປັນຄົນດີ, ຄົນເກັ່ງ, ຄົນທັນສະໄໝ, ເປັນນັກຮົບທີ່ສະຫຼຽວສະຫຼາດ ມີໄຫວພິບຄົມແຫຼມໃນການແກ້ໄຂບັນຫາທີ່ເກີດຂຶ້ນ.
ພ້ອມກັນນັ້ນ ຍັງໄດ້ປັບປຸງກໍ່ສ້າງໂຄງການຫຼັກສູດວິທີການຮຽນ-ການສອນ ໃຫ້ສອດຄ່ອງກັບໜ້າທີ່, ສອດຄ່ອງກັບສະພາບການໃໝ່ທີ່ເກີດຂຶ້ນ ໂດຍສະເພາະແມ່ນການຕອບຕ້ານຍຸດທະສາດການຫັນປ່ຽນໂດຍສັນຕິຂອງຈັກກະພັດ ແລະ ກຳລັງປໍລະປັກ, ທັງຊອກວິທີຕອບຕ້ານສົງຄາມຂໍ້ມູນຂ່າວສານທີ່ຈັກກະພັດ ແລະ ອິດທິກຳລັງປໍລະປັກນຳໃຊ້ຢູ່ໃນປັດຈຸບັນໃຫ້ທັນການ ແລະ ມີປະສິດທິຜົນສູງ.
ສັງລວມແລ້ວ ບົດບາດໂຮງ ຮຽນທິດສະດີການເມືອງກອງ ທັບ ໃນການສ້າງເຫງົ້າພະລັງແຮງດ້ານການເມືອງ-ແນວຄິດໃຫ້ແກ່ກຳລັງປະກອບອາວຸດ ກອງທັບປະຊາຊົນລາວ. ໃນປັດຈຸບັນ ແລະ ສະເພາະໜ້າຍິ່ງ ມີຄວມຈຳເປັນ ແລະ ຮີບດ່ວນ ທີ່ສຸດ. ບັນດາປັດໄຈທີ່ສົ່ງຜົນກະ ທົບເຖິງການສ້າງເຫງົ້າພະລັງແຮງດັ່ງກ່າວ ລວມມີທັງປັດໄຈພາຍໃນ ແລະ ປັດໄຈພາຍນອກນັ້ນ ປັດໄຈພາຍໃນແມ່ນປັດໄຈພື້ນຖານເບື້ອງຕົ້ນໃຫ້ແກ່ການສ້າງກຳລັງປະກອບອາວຸດກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ສ່ວນວິທີການຕ່າງໆທີ່ນຳມາໃຊ້ນັ້ນ ມີການປະສານສົມທົບ, ມີການກະທົບເຊິ່ງກັນ ແລະ ກັນ ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງມີຄວາມອົດທົນ, ຄວາມລະອຽດອ່ອນ ແລະ ເຮັດຢ່າງຕໍ່ເນື່ອງ. ຄົ້ນຄວ້າບັນຫາຢ່າງພາວະວິໄສ, ຫຼີກລ່ຽງການເບິ່ງບັນຫາແບບຜິວເຜີນ, ຕີລາຄາດ້ານດຽວ, ຄຳພີ, ການສ້າງພະນັກງານ-ນັກຮົບ ໃຫ້ມີຈິດໃຈຮັກຊາດອັນສູງສົ່ງ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບໃໝ່, ຕໍ່ສັງຄົມນິຍົມ ແລະ ກ້າເສຍສະຫຼະຊີວິດໃນເມື່ອປະເທດຊາດມີຄວາມຮຽກຮ້ອງຕ້ອງການນັ້ນ ບໍ່ແມ່ນບັນຫາທີ່ງ່າຍດາຍ, ແມ່ນບັນຫາທີ່ຫຍຸ້ງຍາກລຳບາກ ແລະ ອົດທົນ ທັງແມ່ນບັນຫາທີ່ລະອຽດອ່ອນ ແລະ ຕິດພັນກັບຫຼາຍປັດໄຈ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ