ກອງພົນທີ 1 ປິດຊຸດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນເຝິກຝົນກຳລັງແຮງກາຍ ປະຈຳປີ 2024
ເວລາອອກຂ່າວ: 2024-12-06 11:10:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 828 | ຄວາມນິຍົມ:
ໃນວັນທີ 4 ທັນວາ 2024 ນີ້, ກອງພົນທີ 1 ໄດ້ປິດຊຸດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2024. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີບັນດາອົງການ 5 ຫ້ອງ, ສູນເຝິກອົບຮົມ, ກອງພັນ, ກອງຮ້ອຍເອກະລາດ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຈັນ ເຍ່ຍຕູ້ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1 ໄດ້ຍົກໃຫ້ເຫັນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2024. ໂດຍອີງຕາມແຜນອົບຮົມ-ຫັດແອບປັບປຸງລະບຽບແບບແຜນເຝິກຝົນກຳລັງແຮງກາຍ ປະຈຳປີ 2024 ຂອງກອງພົນທີ 1 ແລະ ອີງຕາມການຈັດຕັ້ງປະຕິບັດອົບຮົມ-ຫັດແອບ ປະຈຳປີ ສາມາດຕີລາຄາດ້ານດີ, ດ້ານຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ໃນນີ້, ກົມກອງທີ່ມີແຜນການ ແລະ ໄດ້ອົບຮົມ-ຫັດແອບ ມີຈຳນວນ 22 ຫົວໜ່ວຍກົມກອງ, ສາມາດສະເລ່ຍຜົນໄດ້ຮັບແຕ່ລະດ້ານດັ່ງນີ້: ອົບຮົມ-ຫັດແອບ 180 ວັນ, ວັນທີ່ອົບຮົມ-ຫັດແອບ ເທົ່າກັບ 83,33%, ວັນທີ່ບໍ່ໄດ້ອົບຮົມ-ຫັດແອບ ເທົ່າກັບ 16,66%, ພາກວິຊາລະບຽບກິລາ ເທົ່າກັບ 82,37%, ພາກສິລະປະຍຸດ ເທົ່າກັບ 80,08%, ພາກຍຸດທະວິທີ ເທົ່າກັບ 78,65%, ເຫຼົ່າຮົບຮັບປະກັນ ເທົ່າກັບ 80,39%, ສະເລ່ຍຜົນໄດ້ຮັບໃນການອົບຮົມ-ຫັດແອບ ປະຈຳປີ 2024 ເທົ່າກັບ 83,22% ສາມາດຮັບປະກັນໃຫ້ແກ່ວຽກງານເຄື່ອນໄຫວສູ້ຮົບໄດ້ 95%.
ໃນພິທີດັ່ງກ່າວ ສະຫາຍປະທານໄດ້ໂອ້ລົມຫຼາຍບັນຫາສໍາຄັນ. ພ້ອມທັງເນັ້ນໜັກໃຫ້ພະນັກງານ-ນັກຮົບທຸກສະຫາຍຈົ່ງມີສະຕິຕື່ນຕົວໃນການຈັດ ຕັ້ງປະຕິບັດໃນການປະຕິບັດໜ້າທີ່ການເມືອງ, ວິຊາສະເພາະແຕ່ລະເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ ແລະ ຮອບດ້ານ, ຮັບປະກັນວຽກງານ ກຽມພ້ອມສູ້ຮົບ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຂະບວນການຕ່າງໆຂອງກົມກອງ ເປັນຕົ້ນແມ່ນການປູກຝັງແລະລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນໄປເລື້ອຍໆ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ