ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ໂຮງໝໍສູນກາງ 103 ກອງທັບ ປາຖະກະຖາ 2 ວັນສໍາຄັນຂອງຊາດ
ເວລາອອກຂ່າວ: 2024-12-06 12:35:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 773 | ຄວາມນິຍົມ:



ວັນທີ 5 ທັນວາ 2024 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ ຕະຫຼອດເຖິງພະນັກງານອາວຸໂສ ແລະ ຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ທົບທວນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນຳຂອງພັກ ເພື່ອສຶກສາອົບຮົມພະນັກງານເຫຼົ່າຮົບເສນາຮັກໃນໂຮງໝໍສູນກາງ 103 ກອງທັບ ໃຫ້ຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ. ເພື່ອລະນຶກເຖິງຄວາມງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ໃຫ້ພະນັກງານ-ນັກຮົບພາຍໃນໂຮງໝໍໄດ້ຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ ແລະ ແບບຢ່າງອັນດີງາມຂອງເພິ່ນ ເພື່ອເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກທີ່ດີ ເພື່ອສືບຕໍ່ພາລະກິດຂອງພັກ-ຂອງລັດ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງຊີວິດຂອງ ປະທານ ໄກສອນ ພົມວິຫານ ໃນການທຸ່ມເທທຸກຢ່າງໃຫ້ກັບພາລະກິດປະຕິວັດປະເທດເຮົາໄດ້ມີຫຼາຍວິລະກຳອັນລ້ຳເລີດ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈກໍາມະຊີບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈຳນົນສັດຕູ, ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນຢ່າງບໍ່ມີຂີດຈຳກັດ ເຊິ່ງສະແດງອອກຢູ່ໃນພຶດຕິກຳຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈາກການຕໍ່ສູ້ດ້ວຍສອງຝາມືເປົ່າ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນປັດຈຸບັນ; ໄຊຊະນະທີ່ຍາດມາໄດ້ທັງໝົດນັ້ນແມ່ນຍ້ອນຄວາມສະຫຼາດຫຼັກແຫຼມ, ຄວາມມີໄຫວພິບ ຂອງພັກເຮົາ ແລະ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ໂດຍມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ