ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ກົມວິທະຍາສາດ-ປະຫວັດສາດການທະຫານກອງທັບ ມອບເສື້ອເກາະກັນກະສຸນ ໃຫ້ກົມການເງິນ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2024-12-06 12:37:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1365 | ຄວາມນິຍົມ:



ວັນທີ 5 ທັນວາ 2024 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ ພ້ອມດ້ວຍຄະນະ, ໄດ້ມອບເສື້ອເກາະກັນກະສຸນ ປະເພດ K 59 ຈໍານວນ 12 ຊຸດ ໃຫ້ແກ່ກົມການເງິນກົມໃຫຍ່ພະລາທິການກອງທັບ, ເຊິ່ງຕາງໜ້າ ແລະ ໃຫ້ກຽດກ່າວຮັບໂດຍ ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງ ການມອບເສື້ອເກາະກັນກະສຸນໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການເມືອງຂອງກົມກອງ ກໍຄືການຮັບປະກັນເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະການເງິນຂອງກອງທັບ ໃຫ້ມີຄວາມປອດໄພ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ