ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ສະພາແຫ່ງຊາດພິຈາລະນາ ກົດໝາຍວ່າດ້ວຍ ການພັດທະນາສີມືແຮງງານ
ເວລາອອກຂ່າວ: 2024-12-09 13:37:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3274 | ຄວາມນິຍົມ:



ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຂຶ້ນສະເໜີກ່ຽວກັບຮ່າງ ກົດໝາຍວ່າດ້ວຍການພັດທະນາສີມືແຮງງານສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 6 ທັນວານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະທີ່ຜ່ານມາ ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາຄົນ ເປັນປັດໃຈຕັດສິນຂອງການພັດທະນາ ພ້ອມທັງໄດ້ເອົາໃຈໃສ່ຊີ້ນໍາການພັດທະນາ ຊັບພະຍາກອນມະນຸດ, ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາສີມືແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ເຊິ່ງເຫັນໄດ້ຈາກການຈັດຕັ້ງປະຕິບັດ ຜ່ານມາ ແມ່ນໄດ້ມີຄວາມພະຍາຍາມໃນການສ້າງ ແລະ ປັບປຸງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາສີມືແຮງງານທັງຢູ່ສູນກາງ ແລະ ທ້ອງຖິ່ນຈໍານວນໜຶ່ງ, ສ້າງ ແລະ ປັບປຸງມາດຕະຖານສີມືແຮງງານແຫ່ງຊາດ, ມາດຕະຖານສີມືຂອງຫົວໜ່ວຍແຮງງານ ແລະ ຖືເອົາເປັນບ່ອນອີງໃນການສ້າງຫຼັກສູດ ແລະ ຕຳລາການເຝິກສີມື, ການຍົກລະດັບສີມືແຮງງານ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃນແຕ່ລະດັບສີມື, ບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ, ສະມາຄົມ, ສັງຄົມ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນວຽກພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາສີມືແຮງງານ ນັບມື້ນັບຫຼາຍ, ຜູ້ ອອກແຮງງານທີ່ໄດ້ຮັບການເຝິກ ແລະ ພັດທະນາສີມືແຮງງານ ກໍໄດ້ຮັບການຍົກລະດັບສີມື, ເຮັດໃຫ້ກໍາລັງແຮງງານລາວ ມີຄວາມຊໍານິຊໍານານ ໃນການເຮັດວຽກນັບມື້ສູງຂຶ້ນ ສາມາດເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຕ່າງປະເທດ ແລະ ເຮັດໃຫ້ຜະລິດຕະພັນຂອງແຮງງານ ສູງຂຶ້ນເປັນລຳດັບ ຖືເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດເທື່ອລະກ້າວ. ສໍາລັບຮ່າງກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແມ່ນປະກອບດ້ວຍ XI ພາກ, 15 ໝວດ ແລະ 94 ມາດ ແລະ ຄາດຄະເນຜົນໄດ້ຮັບ. ຈະເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍ ໃນດ້ານການພັດທະນາສີມືແຮງງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານ ການພັດທະນາສີມືແຮງງານ ຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ ໂດຍສະເພາະແມ່ນການ ກຳນົດບົດບາດ ແລະ ໜ້າທີ່ ຫຼື ຄວາມໝາຍຂອງວຽກງານການພັດທະນາສີມືແຮງງານ ແລະ ວຽກງານອາຊີວະສຶກສາຈະແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ຕ້ອງການມີວຽກເຮັດງານທໍາເຂົ້າໃຈ ແລະ ເຂົ້າຮ່ວມ ໃນວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ ແລະ ຫຼາຍຂຶ້ນ; ຊຸກຍູ້ສົ່ງເສີມການພັດທະນາກໍາລັງແຮງງານ ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ພ້ອມທັງປັບປຸງກົນໄກການປະສານງານຮ່ວມມືລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ; ເຮັດໃຫ້ຜູ້ປະກອບການ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປ ລາວ ຫຼາຍຂຶ້ນ ຊຶ່ງຈະເປັນການດຶງດູດການລົງທຶນ; ຮັບປະກັນການນໍາໃຊ້ແຮງງານທີ່ມີຄຸນນະພາບ ມີຄວາມປອດໄພເປັນມິດກັບສິ່ງແວດລ້ອມ ແລະ ມີຜົນຜະລິດ ທີ່ມີລັກສະນະ ແຂ່ງຂັນໄດ້ກັບສາກົນ; ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມປະສິດທິພາບຂອງການຜະລິດ, ມີວຽກເຮັດງານທໍາ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ກັບລະບົບການພັດທະນາສີມືແຮງງານ, ການປົກປ້ອງ , ສົ່ງເສີມສິດ ແລະ ຜົນປະໂຫຍດຂອງແຮງງານລາວ; ມີນິຕິກໍາທີ່ເປັນບ່ອນອີງໃນການທົດສອບ, ຢັ້ງຢືນສີມືແຮງງານຕາມລະດັບຕ່າງໆ ແລະ ທັງເປັນບ່ອນອີງໃຫ້ແກ່ການກໍານົດເງິນເດືອນ, ຄ່າແຮງງານຂອງແຮງງານລາວ, ແຮງງານຕ່າງປະເທດ ທີ່ມາເຮັດວຽກ ຢູ່ ສປປ ລາວ ຢ່າງສະເໝີພາບຕາມລະດັບສີມືແຮງງານ. ຂ່າວ : ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ