ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ວປກ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2024-12-09 14:13:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2690 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ໃນວັນທີ 6 ທັນວາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ ກົມກອງ, ຫ້ອງການ, ພະແນກການ, ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ​ ພັນໂທ ປອ ວັນໄຊ ທຸມພະລາ​ ຮອງຫົວໜ້າກົມການເມືອງ ວປກ, ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈຳນວນ 82 ສະຫາຍ. ໃນນີ້, ເລື່ອນຊັ້ນ, ເລື່ອມທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 27 ສະຫາຍ, ເລື່ອນຊັ້ນ, ເລື່ອມທຽບຊັ້ນ ຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ ຈຳນວນ 38 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 15 ສະຫາຍ ແລະ ເລື່ອນທຽບຊັ້ນວາທີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 2 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ໃນຄັ້ງນີ້, ພ້ອມກັນຍົກສູງຄວາມຮັບຜິດຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ມີຄຸນສົມບັດສິນທຳປະຕິວັດ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ-ລັດ, ຕໍ່ກອງທັບ ແລະ ຕໍ່ປະຊາຊົນ ແລະ ໃຫ້ກາຍເປັນຄູສອນດີ ສອນເກັ່ງ, ຕັ້ງໜ້າປັບປຸງແບບແຜນວິທີນຳພາ-ບັນຊາ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງກົມກອງ ເພື່ອພ້ອມກັນປະກອບສ່ວນເຂົ້າໃນການປັບປຸງກົມກອງ ໃຫ້ໜັກແໜ້ນ ເຂັ້ມແຂງ ຂຶ້ນເທື່ອລະກ້າວ. ໂດຍ: ພັນໂທ ນ ວິໄລລັກ ກາຖາຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ