ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຄະນະຊີ້ນໍາລະດັບຊາດ ສະຫຼຸບຖອດຖອນບົດຮຽນ ການເປັນປະທານອາຊຽນ ປີ 2024
ເວລາອອກຂ່າວ: 2024-12-09 15:17:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3002 | ຄວາມນິຍົມ:



ວັນທີ 9 ທັນວາ 2024 ທີ່ ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອສະຫຼຸບ ແລະ ຖອດຖອນບົດຮຽນ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າ ຫຼື ຜູ້ຕາງໜ້າອະນຸກຳມະການ ຈາກ 14 ອະນຸກໍາມະການ, ຮອງປະທານກໍາມາທິການຕ່າງປະເທດ, ສະພາແຫ່ງຊາດ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບ ແລະ ຖອດຖອນບົດຮຽນຮອບດ້ານ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ແລະ ວິທີການແກ້ໄຂໃນຕໍ່ໜ້າ ຈາກແຕ່ລະອະນຸກໍາມະການ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ການຈັດຕັ້ງຜັນຂະຫຍາຍຜົນການເປັນປະທານອາຊຽນ ຂອງ ສປປ ລາວ, ໂດຍສະເພາະ ການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ໃນກອງປະຊຸມ, ຕາງໜ້າແຕ່ລະອະນຸກໍາມະການ ໄດ້ສະຫຼຸບລາຍງານຜົນສໍາເລັດຂອງການປະຕິບັດໜ້າທີ່ວຽກງານຂອງອະນຸກໍາມະການຂອງຕົນ ລວມທັງບົດຮຽນທີ່ຖອດຖອນໄດ້ ຢ່າງກົງໄປກົງມາ ກໍຄືຂໍ້ສະດວກ, ສິ່ງທ້າທາຍ ແລະ ວິທີແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ອະນຸກໍາມະການຂອງຕົນ ໃນແຕ່ລະໄລຍະ. ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍບັນດາອະນຸກໍາມະການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ບັນດາກະຊວງຂະແໜງການ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ບັນດາພາກທຸລະກິດ ທີ່ໄດ້ປະກອບສ່ວນຕາມໜ້າທີ່ຂອງຕົນ ເຂົ້າໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມຫຼາຍກວ່າ 400 ກອງປະຊຸມ ໂດຍສະເພາະ ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ມີບັນດາປະມຸກລັດ, ຫົວໜ້າລັດຖະບານ ຈາກບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ, ຕີມໍແລັດ-ສະເຕ, ເລຂາທິການໃຫຍ່ ສປຊ, ປະທານສະພາເອີຣົບ ແລະ ເລຂາທິການໃຫຍ່ອາຊຽນ ລວມທັງໝົດ ຈໍານວນ 22 ທ່ານ ເຂົ້າຮ່ວມ. ພ້ອມນີ້, ປະທານກອງປະຊຸມ ຍັງໃຫ້ທິດຊີ້ນໍາໃຫ້ບັນດາອະນຸກໍາມະການ ນໍາເອົາບົດຮຽນທີ່ຖອດຖອນໄດ້ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດກອງປະຊຸມລະດັບພາກພື້ນ ແລະ ສາກົນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນອະນາຄົດ ໃຫ້ມີປະສິດທິພາບ ແລະ ປະສິດທີ່ຜົນຍິ່ງໆຂຶ້ນ. ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ດຳເນີນພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນສູນກາງ ຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິພາບ ແລະ ທັນການ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ. ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຜົນສຳເລັດດັ່ງກ່າວ ແມ່ນໝາກຜົນລວມຂອງບັນດາກະຊວງ, ຂະແໜງການ ແລະ ການປະກອບສ່ວນຂອງທຸກພາກສ່ວນ ລວມທັງພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພາກທຸລະກິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ