ຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 1 ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2024-12-11 08:54:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1516 | ຄວາມນິຍົມ:
ວັນທີ 6 ທັນວາ 2024, ຄະນະບໍລິຫານງານຊາວໜຸ່ມກອງພັນທີ 1 ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສະຫຼຸບວຽກງານການເຄື່ອນໄຫວຂະບວນການຊາວໜຸ່ມ ປະຈຳ 6 ເດືອນທ້າຍ ປີ 2024 ແລະ ຜ່ານແຜນການ ປະຈຳ 6 ເດືອນຕົ້ນປີ 2025, ໂດຍມີ ສະຫາຍ ພັນໂທ ບຸນເພັງ ອິນທະສອນ ຮອງຫົວໜ້າພະແນກຊາວໜຸ່ມໂຮງຮຽນ, ສະຫາຍ ພັນຕີ ທອງຄູນ ຂຸນອິນ ຫົວໜ້າການເມືອງ ກອງພັນທີ 1, ຄະນະນຳຊາວໜຸ່ມຫ້ອງການ, ກອງພັນຕະຫຼອດຮອດສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສະຫາຍ ພັນຕີ ສີໄລ ຈັນທະພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກອງພັນທີ 1 ໄດ້ສະຫຼຸບການເຄື່ອນໄຫວໃນໄລຍະ 6 ເດືອນທ້າຍປີ 2024 ຜ່ານມາ. ຄະນະບໍລິຫານງານຊາວໜຸ່ມ ໄດ້ເອົາໃຈໃສ່ສຶກສາອົມຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກຊາວໜຸ່ມເປັນກົກ, ມີສະຕິຕື່ນຕົວປະກອບສ່ວນເຂົ້າໃນທຸກຂະບວນການຂອງກົມກອງ, ເຊື່ອມຊຶມເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມ. ສະມາຊິກແຕ່ລະສະຫາຍ ໄດ້ສຸມທຸກສະຕິປັນຍາເຂົ້າໃນການປະຕິບັດຂໍ້ກຳ
ນົດ 7 ລະບອບ 18 ວຽກ ກໍຄືມະຕິຄຳສັ່ງ, ຂໍ້ກຳນົດຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການຕ່າງໆຂອງກົມກອງເຮັດໃຫ້ກົມກອງມີບັນຍາກາດຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນການປັບປຸງກໍ່ສ້າງກົມກອງ, ປະດັບປະດາຄ້າຍຄູ ແລະ ອື່ນໆ. ພ້ອມນີ້, ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ສະມາຊິກຊາວໜຸ່ມທີ່ເຈັບເປັນ, ເຂົ້າໂຮງໝໍ ແລະ ນະໂຍບາຍອື່ນໆ ເປັນເງິນ 1.400.000 ກີບ. ຄຽງຄູ່ກັນນັ້ນ, ທາງຄະນະບໍລິຫານງານຊາວໜຸ່ມຍັງໄດ້ຊຸກຍູ້ສະມາຊິກຊາວໜຸ່ມອອກແຮງເພີ່ມພູນຜະລິດຜົນ ປູກພືດຜັກຊະນິດຕ່າງໆ ລວມໝູ່ໄດ້ 980 ກິໂລກຣາມ ເປັນເງິນ 2.940.000 ກີບ, ບຸກຄົນໄດ້ 4.310 ກິໂລກຣາມ ເປັນເງິນ 12.930.000 ກີບ, ຄະນະບໍລິຫານງານຊາວໜຸ່ມສ້າງລາຍຮັບໄດ້ 4.020.000 ກີບ; ສາມາດສ້າງໄດ້ສະມາຊິກຊາວໜຸ່ມນຳໜ້າ 4 ບຸກ 224 ສະຫາຍ ເທົ່າກັບ 72,11%; ແຂງ 60 ສະຫາຍ ເທົ່າກັບ 18,91% ແລະ ກາງ 27 ສະຫາຍ ເທົ່າກັບ 8,65%.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ