ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງພັນ​ໃຫຍ່ 703 ປະກາດ​ການ​ແຕ່ງຕັ້ງ​ ມອບ​ໝາຍ​ໜ້າທີ່ ໃຫ້​ພະນັກງານ​ຂັ້ນ​ຊ່ວຍ​ວຽກ
ເວລາອອກຂ່າວ: 2024-12-11 09:01:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2115 | ຄວາມນິຍົມ:



ທ້າຍ​ເດືອນ ພະຈິກ 2024 ນີ້, ກອງພັນ​ໃຫຍ່ 703 ໄດ້​ປະກາດ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າ ທີ່ຂັ້ນ​ຊ່ວຍ​ວຽກ​ຂະແໜງການ, ໝວດ, ໝູ່, ໂດຍ​ເປັນ​ປະທານ ຂອງສະຫາຍ ພັນ​ເອກ ເພັງ​ຄຳ​ສຸກ ຂຸນ​ສັກດາ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 703, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກ ການ, ຂະແໜງການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນທະ​ພອນ ວັນນະ​ຈິດ ຫົວໜ້າ​ຂະແໜງ​ພະ ນັກງານ ກອງພັນ​ໃຫຍ່ 703 ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງ ຕັ້ງ​ຂັ້ນ​ຊ່ວຍ​ວຽກ​ຂະແໜງການ, ໝວດ, ໝູ່ ຢູ່​ກອງພັນ, ກອງຮ້ອຍ​ເອກະລາດ ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 703 ໃນ​ນີ້, ໄດ້​ຕົກລົງ​ແຕ່ງຕັ້ງ ຮ້ອຍ​ໂທ ພູ​ຄຳ ພິມ​ມະ​ສານ ເປັນ​ຊ່ວຍ​ວຽກ​ເສນາ​ຮັກ ພະ​ແນກ​ພະ​ລາ ປ່ຽນ​ແທນ ຮ້ອຍ​ໂທ ພວງ​ທອງ ແກ້ວ​ລໍ​ລິດ ໄປ​ຮັບ​ໜ້າທີ່​ໃໝ່, ຮ້ອຍ​ໂທ ສົມ​ພອນ ດວງ​ມະນີ ເປັນ​ຊ່ວຍ​ວຽກ​ຂະແໜງ​ຄຸ້ມ​ຄອງ​ລົດ ພະ​ແນກ​ພະ​ລາ, ພັນ​ຕີ ແສງ​ພອນ ວັນນາ​ວົງ ເປັນ​ຊ່ວຍ​ວຽກ​ຂະແໜງ ຫົວ​ຈັກ-ລຳ​ຕົວ ເຮືອບິນ​ປີກ ພະ​ແນກ​ເຕັກນິກ, ຮ້ອຍ​ໂທ ຈິດຕະກອນ ຈິດ​ປັນຍາ ເປັນ​ຊ່ວຍ​ວຽກ​ຂະແໜງ​ກວດກາ​ຄຸນ​ນະ​ພາບ​ເຮືອບິນ​ປີກ ພະ​ແນກ​ເຕັກນິກ, ຮ້ອຍ​ໂທ ສັນຕິ​ສຸກ ທຳ​ຂາ​ຂຸນ ເປັນ​ຊ່ວຍ​ວຽກ​ຂະແໜງ​ເອກະສານ ເຮືອບິນ​ປີກ ພະ​ແນກ​ເຕັກນິກ, ຮ້ອຍ​ໂທ ບຸນ​ຄົງ ແກ້ວ​ອຸດົມ​ດວງ​ມະນີ​ຈິດ ເປັນ​ຊ່ວຍ​ວຽກ​ຂະແໜງ​ອຸປະກອນ​ຮັບ​ໃຊ້​ເຮືອບິນ ພະ​ແນກ​ເຕັກນິກ, ຮ້ອຍ​ໂທ ຜາ​ສຸກ ບົວ​ລະ​ທອນ ເປັນ​ຊ່ວຍ​ວຽກ​ຂະແໜງ​ຫົວ​ຈັກ-ລຳ​ຕົວ ເຮືອບິນ​ຂຶ້ນ​ຊື່ ພະ​ແນກ​ເຕັກນິກ, ຮ້ອຍ​ໂທ ສຸ​ປະສິດ ອຸດົມ​ສຸກ ເປັນ​ຊ່ວຍ​ວຽກ​ຂະແໜງ​ອາວຸດ​ເຮືອ ບິນ​ຂຶ້ນ​ຊື່ ພະ​ແນກ​ເຕັກນິກ, ວາທີ ນາງ ປຸກ​ກີ້ ໄຊ​ຍະ​ແສງ ເປັນ​ຊ່ວຍ​ວຽກ​ຂະແໜງ​ຈັດ​ຕັ້ງ​ພັກ ພະແນກການ​ເມືອງ. ນອກ​ນັ້ນ, ຍັງ​ໄດ້​ແຕ່ງຕັ້ງ​ມອບ​ໝາຍ​ໜ້າ​ທີ່ພະນັກງານ​ທີ​່ຮຽນ​ຈົບ​ວິຊາ​ສະເພາະ​ຢູ່​ພາຍ​ໃນ​ປະເທດ ແລະ ຂັ້ນ​ໝວດ-ໝູ່ ຢູ່​ກອງພັນ​ນ້ອຍ, ກອງຮ້ອຍ​ເອກະລາດ ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່ 703 ຈຳນວນ​ໜຶ່ງ​ຕື່ມ​ອີກ. ພ້ອມ​ນັ້ນ, ໃນ​ພິທີ​ຍັງ​ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ສິບ​ເອກ​ຂຶ້ນ​ຊັ້ນ​ວາທີ ຈຳນວນ 34 ສະຫາຍ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ