ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2024-12-11 09:03:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2167 | ຄວາມນິຍົມ:
ວັນທີ 5 ທັນວາ 2024 ນີ້, ຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງແຜນການ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ກິແກ້ວ ລິດແສນຫວັງ ຫົວໜ້າຫ້ອງພະລາທິການໂຮງ ຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ກອງພັນ ແລະ ພະ ນັກງານ-ນັກຮົບ ທົ່ວຫ້ອງພະລາທິການເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພວງ ຕະອອນເກດ ຮອງຫົວໜ້າຫ້ອງພະລາທິການ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສະ ຫຼຸບຄືນການເຄື່ອນໄຫວວຽກງານພະລາທິການ ໃນໄລຍະ 1 ປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກ ງານ-ນັກຮົບ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຂັ້ມງວດໃນການປະຕິບັດລະບຽບຂອງກອງທັບ, ມີແນວຄິດໜັກແໜ້ນ, ຫ້າວຫັນຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ໂດຍປະຕິບັດຕາມ 4 ໜ້າທີ່ 26 ແຜນງານທີ່ຄະນະພັກກະຊວງວາງອອກ. ໃນນັ້ນ, ໄດ້ຖືເປັນສຳຄັນ ກຳແໜ້ນສະພາບຮອບດ້ານ ກຽມພ້ອມກຳລັງ ປະຈຳການ 24 ຊົ່ວໂມງ ເພື່ອຕິດຕາມກວດກາວຽກງານທີ່ໄດ້ຮັບມອບໝາຍຢ່າງໃກ້ຊິດຕິດແທດໄດ້ປະກອບ ສ່ວນເຮັດສຳເລັດໜ້າທີ່ການເບີ່ງແຍງລ້ຽງດູທັບຕະຫຼອດໄລຍະຜ່ານມາ. ຈາກຜົນງານດັ່ງກ່າວ ສາມາດສ້າງພະນັກງານ-ສະມາ ຊິກພັກ ແຂງ 152 ສະຫາຍ, ກາງ 65 ສະຫາຍ, ສ້າງຊາວໜຸ່ມ ນຳໜ້າ 4 ບຸກໄດ້ 87 ສະຫາຍ, ຄະນະບໍລິຫານຊາວໜຸ່ມ ໄດ້ຮັບນາມມະຍົດນຳໜ້າ 4 ບຸກ, ສ້າງແມ່ຍິງ 3 ດີ ປະເພດ I ກວມເອົາ 97,1 % ແລະ ສາມາດຮັບປະ ກັນເຄື່ອງນຸ່ງຫົ່ມ, ຮັບເຂົ້າກີນເບີກຈ່າຍຕາມລະບົບອັດຕາ, ຮັບປະກັນດ້ານສະບຽງອາຫານ ສະໜອງເຂົ້າເຮືອນຄົວລວມ ໄດ້ຈຳນວນໜຶ່ງ, ຮັບປະກັນໄດ້ກິນເຂົ້າ 3 ຄາບ, ອາຫານ 3 ເຍື່ອງເປັນປົກະຕິ, ມີນໍ້າດື່ມສະອາດ, ຈັດຕັ້ງເຄື່ອນໄຫວ ເຝົ້າລະວັງການລະບາດຂອງພະຍາດ ຕາມລະດູການ. ພ້ອມນີ້, ຍັງໄດ້ປະຕິ ບັດນະໂຍບາຍຕໍ່ພະນັກງານທີ່ເຈັບເປັນ ເຂົ້າໂຮງໝໍ ແລະ ອື່ນໆ ຢ່າງຖືກຕ້ອງເໝາະສົມ ແລະ ຍັງມີວຽກງານອື່ນໆທີ່ປິ່ນອ້ອມຂອງແຕ່ລະພະ
ແນກການ ກໍມີຜົນສຳເລັດເປັນຢ່າງດີ. ໃນກອງປະຊຸມຍັງໄດ້ຜ່ານທິດທາງແຜນການປະ ຈຳປີ 2025 ແລະ ພ້ອມກັນປະກອບຄຳເຫັນໃສ່ເນື້ອໃນບົດສະ ຫຼຸບຢ່າງຕັ້ງໜ້າ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ