ວພກ ລຸລ່ວງພະນັກງານພັກການ ກຽມເຂົ້າຮັບບຳນານ
ເວລາອອກຂ່າວ: 2024-12-11 09:05:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2442 | ຄວາມນິຍົມ:
ວັນທີ 3 ທັນວາ 2024 ນີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ລຸລ່ວງພະນັກງານພັກການກຽມເຂົ້າຮັບບຳ ນານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ ຮອງອຳນວຍການ, ຫົວໜ້າຫ້ອງການເມືອງ ວິທະຍາຄານພະລາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ ກຽມເຂົ້າຮັບບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກທະວີ ສີລິວົງໄຊ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງອຳ
ນວຍການ ວິທະຍາຄານພະລາທິການກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ວິທະຍາຄານພະລາທິການກອງທັບ ພັກການ ເພື່ອລໍຖ້າເຂົ້າຮັບບຳນານ ໃນນີ້, ວິທະຍາຄານພະລາທິການກອງທັບ ຕົກລົງອະນຸມັດໃຫ້ນາຍທະຫານ ພັກການ ເພື່ອລໍຖ້າຮັບບຳນານ ຈຳນວນ 10 ສະຫາຍ ຄື: ສະຫາຍ ພັນໂທ ຄຳບໍ່ ສໍສຳພັນ ຄູສອນລະບຽບ, ສະຫາຍ ພັນໂທ ຄອນຄຳ ຄຳມະນວນ ຫົວໜ້າຄະນະວິຊາຄູຍຸດທະວິທີ, ສະຫາຍ ພັນໂທ ເຄນດາລີ ເພຍນາມແສງ ຫົວໜ້າພະແນກໄອຍະການ, ສະຫາຍ ພັນໂທ ບຸນມີ ອິນທະຈັກ ຫົວໜ້າພະແນກຜະລິດກະສິກຳ, ສະຫາຍ ພັນໂທ ໜູພຽນ ໂພທິສານ ຫົວໜ້າພະແນກເຊື້ອໄຟ, ສະຫາຍ ພັນໂທ ນາງ ກອງສິມ ບຸດຂັນທອງ ຮອງຫົວໜ້າການເມືອງ ກອງພັນທີ 2, ສະຫາຍ ພັນໂທ ນາງ ບົວວິນ ອາລິຍະ ຮອງຫົວໜ້າພະແນກບໍລິຫານ ຫ້ອງວິທະຍາສາດ-ປະ ຫວັດສາດການທະຫານ, ສະຫາຍ ພັນຕີ ນາງ ທອງ ພິມມະສີ ຊ່ວຍວຽກພະແນກເສນາຮັກຫ້ອງພະລາ, ສະຫາຍ ພັນຕີ ນາງ ຂັນແກ້ວ ອິນທະວົງ ແພດອົງການ ຫ້ອງການວິທະຍາຄານພະລາທິການ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກ ວ່າດ້ວຍການອະ ນຸມັດໃຫ້ນາຍທະຫານ ພັກການປິ່ນປົວສຸຂະພາບ 1 ສະຫາຍ ຄື: ສະຫາຍ ພັນໂທ ອຳພອນ ຄູນຄຳ ຮອງຫົວໜ້າຫ້ອງເຕັກນິກວິທະຍາຄານພະລາທິການກອງທັບ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ