ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ກອງພັນ 413 ກັບ​ ບ້ານ​ໄຊ​ສະຫວາດ ສາມັກຄີກັນ ສ້າງຂົວໄມ້ຂ້າມແມ່ນໍ້າຮຸ່ງ
ເວລາອອກຂ່າວ: 2024-12-11 09:08:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2504 | ຄວາມນິຍົມ:



ເພື່ອ​ເປັນ​ການສ້າງຜົນງານ, ສ້າງຂະ​ບວນການ​ຂໍ່າ​ນັບ​ຮັບ​ຕ້ອນ​ວັນ​ປະຫວັດສາດ​ສຳຄັນ ຂອງ​ຊາດຂອງ​ພັກ ​ເວົ້າ​ລວມ, ເວົ້າສະ​ເພາ​ະ ແມ່ນ​ວັນຊາດ ​ທີ 2 ທັນ​ວາ ຄົບ​ຮອບ 49 ປີ, ວັນ​ຄ້າຍ​ວັນ​ເກີດ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 104 ປີ ແລະ ວັນ​ສ້າງ​ຕັ້ງ​ກອງທັບປະ ຊາຊົນ​ລາວ ​ຄົບຮອບ 76 ປີ, ໃນບໍ່ດົນຜ່ານມານີ້, ຄະນະພັກ- ຄະນະບັນຊາກອງພັນ 413 ກອງພັນໃຫຍ່ 202 ​ກອງ​ພົນທີ 2 ໄດ້ເຕົ້າໂຮມເອົາພະນັກງານ-ນັກຮົບ ພາຍໃນກົມກອງ ແລະ ພະນັກງານ-ນັກຮົບໂຮງຮຽນ ການທະຫານທ້ອງຖິ່ນ ແຂວງໄຊ ຍະບູລີ ຮ່ວມກັບປະຊາຊົນບ້ານ ໄຊສະຫວາດ ເມືອງໄຊຍະບູລີ ແຂວງໄຊຍະບູລີ ສາມັກຄີກັນ ສ້າງຂົວໄມ້ຂ້າມນໍ້າຮຸ່ງ ໃນຊ່ວງ ລະດູແລ້ງ, ຂະໜາດກວ້າງ 1,50 ແມັດ ແລະ ຍາວ 60 ​ແມັດ, ໂດຍການ​ນຳ​ພາຂອງ ​ສະ​ຫາຍ ພັນ​ຕີ ສີ​ພອນ ສີ​ມີ​ໄຊ ຮອງຫົວ ໜ້າ​ການ​ເມືອງ ກອງ​ພັນ 413 ແລະ ທ່ານ ເຈາະ ຂັນ​ທອງ ນາຍ​ບ້ານ ບ້ານໄຊ​ສະ​ຫວາດ. ການສ້າງຂົວດັ່ງກ່າວກໍ ເພື່ອອໍານວຍຄວາມສະດວກໃຫ້ ແກ່ການພົວພັນໄປມາຫາສູ່ລະ ຫວ່າງ ກອງພັນ 413 ກັບ ບ້ານ ໄຊສະຫວາດ ໃຫ້ສະດວກສະ ບາຍຍິ່ງຂຶ້ນ, ທັງເປັນການເສີມ ຂະຫຍາຍມູນເຊື້ອຄວາມສາມັກ ຄີລະຫວ່າງ ກອງທັບກັບປະຊາ ຊົນຄືປາກັບນໍ້າ ໂດຍສະເພາະ ແມ່ນຮັດແໜ້ນຄວາມສາມັກຄີ ລະຫວ່າງ ບ້ານໄຊສະຫວາດ ກັບ ກອງພັນ 413 ກໍຄື ກົມ ກອງທະຫານກັບປະຊາຊົນ ບ້ານ ອ້ອມຂ້າງໃຫ້ນັບມື້ແໜ້ນແຟ້ນ ຍິ່ງຂຶ້ນ. ຂ່າວ: ຄຳຊາຍ ກວ່າງຄຸນສີ ພາບ: ຄຳໂສ ວໍລະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ