ປີດຊຸດອົບຮົມ-ຫັດແອບ ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານປາງທອງ ເມືອງນາໝໍ້
ເວລາອອກຂ່າວ: 2024-12-11 09:10:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2305 | ຄວາມນິຍົມ:
ພິທີປິດຊຸດອົບຮົມ-ຫັດແອບ ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານປາງທອງເມືອງນາໝໍ້ ແຂວງອຸ ດົມໄຊ ໄດ້ຈັດຂຶ້ນໃນບໍ່ດົນຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີ ທ່ານ ຫຸມເພັງ ປັນຍາສັກ ປະທານແນວລາວສ້າງຊາດ ເມືອງນາໝໍ້, ມີພາກສ່ວນທີ່ກ່ຽວ ຂ້ອງ, ອຳນາດການປົກຄອງບ້ານ ຕະຫຼອດຮອດ ກຳລັງກອງຫຼອນ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທອງ ແກ້ວປັນຍາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ສະ ຫຼຸບຕີລາຄາຄືນ ການຈັດຕັ້ງປະ ຕິບັດການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ໃນໄລຍະຜ່ານມາ, ເຊິ່ງກຸ່ມບ້ານປາງທອງ ມີປະຊາກອນທັງໝົດ 6.419 ຄົນ, 933 ຫຼັງຄາເຮືອນ, 1.463 ຄອບຄົວ, ມີ 1 ຄະນະພັກຮາກຖານກຸ່ມບ້ານ, 8 ໜ່ວຍພັກຂຶ້ນກັບ, ມີ 1 ກອງຮ້ອຍກອງຫຼອນ, ມີ 4 ໝວດ 12 ໝູ່. ຜ່ານການອົບຮົມ-ຫັດແອບ ສ້າງບ້ານ ປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ສາມາດຕີລາຄາຜົນໄດ້ຮັບພາກການເມືອງ ຂັ້ນເກັ່ງມີ 40 ສະຫາຍ, ກາງ 70 ສະຫາຍ, ຄາດໝາຍ 48 ສະຫາຍ, ພາກການທະຫານ ຂັ້ນເກັ່ງມີ 42 ສະ ຫາຍ, ກາງ 80 ສະຫາຍ, ຄາດ ໝາຍ 36 ສະຫາຍ ແລະ ສະເລ່ຍຜົນໄດ້ຮັບລວມ ເທົ່າກັບ 84,5%. ພ້ອມກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເມືອງນາໝໍ້ ແລະ ຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອຸດົມໄຊ ວ່າດ້ວຍການຍ້ອງຍໍລວມໝູ່ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານ ປກຊ-ປກສ, ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານປາງທອງເມືອງນາໝໍ້ ໃນໄລຍະຜ່ານມາ ຕື່ມອີກ.
ໂອກາດນີ້, ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ໄດ້ເນັ້ນໜັກໃຫ້ກຳ ລັງກອງຫຼອນ ແລະ ປະຊາຊົນ ຕ້ອງກຳແໜ້ນທິດສະດີຫຼັກການ, ບັນດາເນື້ອໃນການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ ເພື່ອເປັນພື້ນຖານໃນການຊີ້ນຳ-ນຳພາ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງບ້ານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາ, ປຸກລະດົມປະຊາຊົນບັນດາເຜົ່າໃຫ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມູນເຊື້ອຂອງກອງທັບ, ເດັດດຽວຕອບຕ້ານທຸກກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ພ້ອມກັນເຄື່ອນໄຫວວຽກງານ ປກຊ-ປກສ ຢູ່ຮາກຖານຢ່າງຕໍ່ເນື່ອງ ເຮັດໃຫ້ຂອບເຂດຂອງຕົນຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນຖານ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ