ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 1 ສອບເສັງ​ພາກຮຽນ​ທີ II ຊັ້ນ ມ 6 ຂອງ​ນັກຮຽນ​ບຳລຸງ​ວັດທະນະທຳ ຊຸດທີ x ປະຈຳ​ສົກຮຽນ 2024-2025
ເວລາອອກຂ່າວ: 2024-12-13 09:01:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 652 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ຢູ່​ທີ່​ສະໂມສອນ​ໂຮງຮຽນ​ໄດ້​ມີ​ພິທີ​ເປີດ​ການ​ສອບເສັງ​ພາກຮຽນ​ທີ II ຊັ້ນ ມ 6 ຂອງ​ນັກຮຽນ​ບຳລຸງ​ວັດທະນະທຳ ຊຸດທີ x ສົກຮຽນ 2024-2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ລຸນ​ທອງ ແກ້ວ​ໂພ​ໄຊ ຫົວໜ້າ​ຫ້ອງ​ອົບຮົມ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ກອງພັນ, ກອງຮ້ອຍ, ຄູ-ອາຈານ, ພາກສ່ວນ​ຮັບ​ໃຊ້ ແລະ ນັກຮຽນ​ບຳລຸງ​ວັດທະນະທຳ ຊຸດ​ທີ x ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ເຂັມ​ພອນ ພວງ​ວິໄລ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1 ໄດ້​ຜ່ານ​ແຜນການ, ຂໍ້​ຕົກລົງ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ ແລະ ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ການ​ສອບເສັງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ ແລະ ອະນຸ​ກຳມະການ​ສອບເສັງ​ພາກຮຽນ ທີ II ຊັ້ນ​ມໍ 6 ຂອງ​ນັກຮຽນ​ບຳລຸງ​ວັດທະນະທຳ ຊຸດ​ທີ x ສົກຮຽນ​ປີ 2024-2025 ອີງ​ຕາມ​ລະບຽບ​ຫຼັກການ​ຂອງ​ກະຊວງ​ສຶກ​ສາ​ທິ​ການ-ກິລາ ວາງ​ອອກ ແລະ ໂຄງການ​ຫຼັກສູດ​ວຽກ​ງານ​ການ​ຮຽນ-ການ​ສອນ ກໍ​ຄື​ແຜນ​ຍົກ​ລະດັບ​ການ​ສຶກ​ສາ ເມື່ອ​ມີ​ການຈັດຕັ້ງ​ຮ່ຳຮຽນ​ແລ້ວ​ຕ້ອງ​ມີ​ການ​ສອບເສັງ ເພື່ອ​ຢັ້ງຢືນ​ລະດັບ​ຄວາມ​ຮູ້​ຂອງ​ນັກຮຽນ​ໃນ​ແຕ່​ລະ​ຊັ້ນ​ຮຽນ​ໃຫ້​ໄດ້​ຮັບ​ຜົນ​ດີ​ມີ​ປະລິມານ ແລະ ຄຸນ​ນະ​ພາບ​ສູງ ໃນ​ນີ້, ມີ​ນັກ​ສອບເສັງ​ທັງ​ໝົດ 55 ສະຫາຍ, ເນື້ອ​ໃນ​ສອບເສັງ​ມີ 9 ວິຊາ​ຄື: ວິຊາ​ພາສາ​ລາວ-ວັນນະຄະດີ, ຄະນິດສາດ, ຟີ​ຊິກ​ສາດ, ເຄ​ມີ​ສາດ, ຊີວະ​ສາດ, ປະຫວັດສາດ, ພູມ​ສາດ, ສຶກ​ສາ​ພົນລະເມືອງ ແລະ ວິຊາ​ພາສາ​ອັງກິດ ເຊິ່ງ​ຈະ​ໄດ້​ດຳເນີນ​ການ​ສອບເສັງ​ເປັນ​ເວລາ 3 ວັນ​ຈຶ່ງ​ຈະ​ສຳເລັດ​ຕາມ​ແຜນການ. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ