ໜ່ວຍພັກ ກອງຮ້ອຍ 232 ສຳເລັດ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ Vll
ເວລາອອກຂ່າວ: 2024-12-13 09:04:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ:
ໃນວັນທີ 4 ທັນວາ 2024 ນີ້, ໜ່ວຍພັກ ກອງຮ້ອຍ 232 ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ Vll ດ້ວຍຜົນລຳເລັດອັນຈົບງາມ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຕັນ ແພງສີດາ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກໃນກອງຮ້ອຍ 232 ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ອຸ່ນເຮືອນ ສຸລິເກດ ເລຂາໜ່ວຍພັກ ຫົວໜ້າການເມືອງ ກອງຮ້ອຍ 232 ໄດ້ ຜ່ານບົດລາຍງານການເມືອງທັງ 2 ພາກ ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳຕະຫອດໄລຍະ 5 ປີຜ່ານມາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ເປັນສຳຄັນ ຕິດພັນກັບວຽກງານວິຊາສະເພາະເປັນຫຼັກ ຮັບປະກັນໄດ້ການຮັບ-ສົ່ງຄຳສັ່ງຂອງກອງບັນຊາການທະຫານແຂວງໄຊຍະບູລີໄດ້ເປັນປົກກະຕິ, ໄດ້ຮັບ-ສົ່ງຄຳສັ່ງຕ່າງໆລົງບັນດາກົມກອງໄດ້ 5.570 ສະບັບ, ຍາມຈັກໂທລະສັບໄດ້ 365 ເທືອຄົນ, ຕິດຕັ້ງລະບົບໂທລະໂຄ່ງໄດ້ 2 ບ້ານ, ສ້ອມແປງພາຫະນະສື່ສານທີ່ເປ່ເພຈຳນວນ 156 ເຄື່ອງ, ປ່ຽນຖ່າຍເຄື່ອງຮັບໃຊ້ສື່ສານຢູ່ບັນດາກົມກອງໄດ້ 10 ຄັ້ງ ໄປຄຽງຄູ່ກັບວຽກງານວິຊາສະເພາະແລ້ວ ຄະນະພັກ-ຄະນະບັນຊາຍັງໄດ້ເອົາໃຈໃສ່ນຳພາ-ຊີ້ນຳພະນັກງານ-ນັກຮົບສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ດ້ວຍການປູກຟັງລ້ຽງສັດ, ລ້ຽງງົວ 9 ໂຕ, ລ້ຽງປາ 6.000 ກວ່າໂຕ, ປູກພືດຜັກເຂົ້າເຮືອນຄົວລວມໄດ້ຈຳນວນໜຶ່ງ, ສ້າງລາຍໄດ້ຈາກການຂາຍສັດລ້ຽງໄດ້ 16.250.000 ກີບ ສາມາດຕີລາຄາແບ່ງປະເພດສະມາຊິກພັກແຂງ 100% ຂອງຈຳນວນສະມາຊິກພັກ ແລະ ປະເພດໜ່ວຍພັກເປັນໜ່ວຍແຂງ.
ພ້ອມນັ້ນ, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຄັດເລືອກເອົາຄະນະພັກຊຸດໃໜ່ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາ ສະຫາຍ ຮ້ອຍເອກ ອຸ່ນເຮືອນ ສຸລິເກດ ເປັນເລຂາໜ່ວຍພັກ, ພັນຕີ ສຸນິຈັນ ບູນມີ ເປັນຮອງເລຂາ, ພັນຕີ ຄຳເພີຍ ຄູນສີປະເສີດ, ພັນຕີ ເບີຍ ກອງວັນ ແລະ ພັນຕີ ທອງພັດ ໄຊສົງຄາມ ເປັນກຳມະການ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ