ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ
ເວລາອອກຂ່າວ: 2025-01-16 09:20:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 862 | ຄວາມນິຍົມ:



ໃນ​ວັນ​ທີ 13 ທັນວາ 2025 ນີ້, ກົມ​ວິທະຍາສາດ-ປະ ຫວັດສາດ​ການ​ທະຫານ ໄດ້ປິດ​ ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ ​ຊົນ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມວິ ທະຍາສາດ-ປະຫວັດສາດ ການ​ທະຫານ, ມີ​ບັນດາ​ສະຫາຍ​ຮອງ​ຫົວໜ້າ​ກົມ, ບັນດາ​ຫ້ອງ ແລະ ພະແນກການ ຕະຫຼອດ​ຮອດນັກ​ກິລາ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄຊ​ຍະ​ເພັດ ພົມຜາ​ສຸກ ຮອງ​ຫົວໜ້າ​ພະແນກ ການ​ເມືອງ ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ ໄດ້​ສະຫຼຸບ​ຄືນ ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ພາຍ​ໃນ​ກົມ ພາຍຫຼັງ​ທີ່​ໄດ້​ດຳເນີນ​ການ​ແຂ່ງຂັນ​ນັບ​ແຕ່​ຕົ້ນ​ເດືອນ​ທັນວາ​ເປັນຕົ້ນ​ມາ. ຈຸດປະສົງ, ກໍ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ, ກອງປະ ຊຸມ​ໃຫຍ່​ຂອງ​ຄະນະ​ພັກ​ຮາກ ​ຖານ ກົມ​ວິທະຍາສາດ-ປະຫວັດ ສາດການ​ທະຫານ ແລະ ວັນ​ ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ ໃຫ້​ເປັນ​ຂະ​ບວນການຟົດຟື້ນ. ຜົນ​ການ​ແຂ່ງຂັນ​ຕົວ​ຈິງ ສາມາດ​ສະຫຼຸບ​ໄດ້​ດັ່ງນີ້: ປະເພດ​ກິລາ​ບານສົ່ງ​ທີມ​ປະສົມ ຍິງ-ຊາຍ ໄດ້​ຮັບ​ລາງວັນ​ທີ I ແມ່ນ​ຫ້ອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ແລະ ສິ່ງແວດລ້ອມ, ທີ II ຫ້ອງ​ປະ ຫວັດສາດ-ວິທະຍາສາດ​ສັງຄົມ, ທີ III ຫ້ອງ​ຂໍ້​ມູນ-ຂ່າວສານ, ກິ ລາ​ເປ​ຕັງ​ທີມ​ປະສົມ ຍິງ-ຊາຍ ທີ I ແມ່ນ​ພະແນກການ​ເມືອງ, ທີ II ຫ້ອງ​ຍຸດ​ທະ​ສາດ​ການ​ທະຫານ, ທີ III ຫ້ອງການ, ສ່ວນ​ກິລາ​ກະຕໍ້ ທີ I ແມ່ນ​ຫ້ອງ​ປະຫວັດສາດ-ວິທະຍາສາດ​ສັງຄົມ, ທີ II ຫ້ອງ​ຍຸດ​ທະ​ສາດ​ການ​ທະຫານ, ທີ III ຫ້ອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ແລະ ສິ່ງແວດລ້ອມ. ນອກຈາກ​ນີ້, ຍັງ​ມີ​ກິລາ​ດຶງເຊືອກ ທີ I ແມ່ນ​ຫ້ອງ​ຍຸດ​ທະ​ສາດ​ການ​ທະຫານ ແລະ ກິລາ​ແລ່ນ​ໄຖ່ ທີ I ແມ່ນ​ຫ້ອງການ. ຈາກ​ນັ້ນ, ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ກໍ​ໄດ້​ມອບ​ລາງວັນ​ໃຫ້​ທີມ​ນັກ​ກິ ລາ​ແຕ່​ລະ​ປະເພດ ຢ່າງ​ສົມ​ກຽດ. ໂດຍ: ນາງ ຈັນທະ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ