ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ສຸມ​ໃສ​່ວຽກ​ງານ​ ດ້ານ​ຕ່າງໆ ​ປິ່ນ​ອ້ອມ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ
ເວລາອອກຂ່າວ: 2025-01-16 09:21:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 767 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ບຸນຜອງ ບຸດ​ທະ​ວົງ ກຳມະການ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ 1 ປີຜ່ານມາ​ກົມ​ກອງ​ແມ່ນ​ສາມາດ​ຍາດ​ໄດ້ຜົນ​ງານ​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ ​ເປັນຕົ້ນ​ແມ່ນ​ໄດ້​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ໃນ​ທົ່ວ​ແຂວງ​ວຽງ​ຈັນ ມີ​ຄວາມສະ ຫງົບ, ມີ​ສະຖຽນ​ລະພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ຕິດ​ພັນ​ກັນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ, ຊີ້​ນຳ​ບັນດາ​ກົມ​ກອງ ສືບຕໍ່​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຢູ່​ເຂດ​ກົມ​ກອງ​ຕັ້ງ​ທັບ, ຈຸດ​ຫຼໍ່​ແຫຼມ​ຕ່າງໆ ແລະ ​ຊາຍ​ແດນ ຕິດພັນກັບ​ການ​ກໍ່ສ້າງ​ທ່າ​ສະໜາມ​ປະ ຊາຊົນ 3 ຂັ້ນ ເຮັດ​ໃຫ້​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ ​ສະຫງົບ​ຢູ່​ທ້ອງຖິ່ນ​ຮາກ​ຖານ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ເຄື່ອນ​ໄຫວ​ຊຸກຍູ້ອຳນາດ​ການ​ປົກຄອງ​ບ້ານ, ເມືອງນຳພາ-ຊີ້​ນຳ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ແຮກສ່ຽວ, ບ້ານ​ປ້ອມ​ໝັ້ນ ແລະ ບ້ານ​ສູ້​ຮົບ​ຕິດ​ລຽນໄດ້​ຢ່າງ​ຕໍ່​ເນ​​ື່ືອງ ພ້ອມ​ທັງ​ຮັບຮອງ​ເອົາ​ຫຼາຍບ້ານ​ໃນ​ທົ່ວ​ແຂວງ ​ເປັນ​ບ້ານ​ປ້ອງ​ກັນຊາດ​ເຂັ້ມແຂງ. ວຽກ​ງານ​ການຈັດຕັ້ງ​ອົບຮົບ- ຫັດ​ແອບ ໄດ້​ຊີ້​ນຳ​ກຳລັງ​ກອງ​ ຫຼອນ​ໄດ້ 14 ກອງຮ້ອຍ, ອົບຮົມ​ ວິຊາ​ສຶກ​ສາ​ປ້ອງ​ກັນ​ຊາດ​ໃຫ້ ​ໂຮງຮຽນ​ວິຊາ​ຊີບ 3 ແຫ່ງ, ມັດ ທະຍົມ​ສຶກ​ສາ​ສົມບູນ 21 ແຫ່ງ ພ້ອມ​ກັນ​ນັ້ນ​, ກໍ​ໄດ້​ຊີ້​ນຳ​ບັນດາ​ ກົມ​ກອງ, ຕິດຕາມ, ກຳ​ແໜ້ນສະ ພາບ​ຮອບດ້ານ, ຈັດ​ຕັ້ງ​ລະບົບ​ ປະຈຳການ 3 ຂັ້ນ​ຢ່າງ​ເປັນ​ປົກກະຕິ. ນອກ​ນັ້ນ, ​ຍັງ​ໄດ້​ປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ການ​ນຳ​ພັກ-ລັດ, ແຂກ​ພາຍ​ໃນ ແລະ ຕ່າງປະເທດ, ປ້ອງກັນ​ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44-45, ປ້ອງ​ກັນ​ການ​ຊ້ອມ​ຮົບ ລາວ-ຈີນ ໂລ້ກຳ​ບັງ, ການ​ເຝິກຊ້ອມ​ຂະບວນ​ລົດໄຟ​ສັນຕິພາບ ລາວ-ຈີນ, ການສະ ເຫຼີມສະຫຼອງ​ບັນດາວັນ​ປະຫວັດສາດ​ທີ່​ສຳຄັນ​ຂອງຊາດ, ຂອງ ​ພັກ, ຂອງ​ກອງທັບ, ສຳນັກງານ ​ອົງການ, ເສັ້ນທາງລົດໄຟ ລາວ- ຈີນ, ເສັ້ນທາງ 13 ເໜືອ ແລະ ທິດ​ຊາຍ​ແດນ ລາວ-ໄທ ໃຫ້​ມີ​ຄວາມ​ປອດໄພ​ໂດຍ​ພື້ນຖານ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ໄດ້​ເອົາໃຈໃສ່​ຕໍ່​ການ​ ປັບປຸງກໍ່ສ້າງ​ພັກ-ພະນັກງານໄດ້​ຢ່າງ​ຕໍ່​ເນື່ອງ, ຜ່ານ​ມາ​ໄດ້​ຮັບ ຮອງ​ຈາກ​ຄະນະ​ປະຈຳ​ພັກ​ແຂວງ​ວຽງ​ຈັນ ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຈຳນວນ 43 ໜ່ວຍ​ພັກ, ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ​ເປັນ​ສະມາຊິກ​ສົມບູນ 76 ສະຫາຍ, ຍິງ 7 ສະຫາຍ, ຮັບ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ 90 ສະ ຫາຍ ແລະ ວຽກ​ງານ​ການ​ກໍ່ສ້າງ​ພະນັກງານຕາມ​ແຜນ​ກຳນົດ ເພື່ອ​ຮັບປະກັນ​ບຸກ​ຄະລາ​ກອນ ລັກສະນະ​ສືບ​ທອດ​ປ່ຽນ​ແທນ ສາມາດ​ສ້າງ​ໄດ້​ພະນັກງານ 3 ຮຸ່ນ ​ທັງ​ກໍ່ສ້າງ​ກັບ​ທີ່ ແລະ ສົ່ງ​ໄປ​ຮຽນ​ຢູ່​ພາຍ​ໃນ ແລະ ຕ່າງປະ ເທດ​ ຕາມ​ຕົວ​ເລກ​ແບ່ງປັນ​ຂອງ​ຂັ້ນ​ເທິງ. ວຽກ​ງານ​ສ້າງ​ພະລາທິການ​ກັບ​ທ່ີ ໄດ້​ເອົາໃຈໃສ່​ຊີ້​ນຳ​ຫ້ອງ​ພະລາທິການ ແລະ ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກ ງານ-ນັກຮົບ ໂດຍ​ປະຕິບັດການ​ເບີກ​ຈ່າຍ​ເງິນເດືອນ, ເງິນ​ກິນ, ນໍ້າມັນ​ເຊື້ອ​ໄຟ, ຢາ​ປົວ​ພະຍາດ, ເຄື່ອງ​ອຸປະໂພກ-ບໍລິໂພກ, ເຄື່ອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ແຕ່​ລະ​ຮ່ວງ, ເຂົ້າ​ກິນ ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ​ໃຫ້​ບັນດາ​ອົງການ ແລະ ກົມ​ກອງ​ຮາກ​ຖານ​ເປັນ​ປົກກະຕິ, ເອົາໃຈໃສ່ຄຸ້ມ​ຄອງ, ບົວລະບັດ​ຮັກສາ​ພາຫະນະ​ຮັບ​ໃຊ້, ອາວຸດ​ລູກ​ກະສຸນ​ເພື່ອ​ນຳ​ໃຊ້​ໄດ້​ຍາວ​ນານ, ວຽກ​ງານ​ການຜະລິດ​ໄດ້​ສຸມ​ໃສ່​ການ​ປູກ-ການ​ລ້ຽງ ເປັນຕົ້ນ​ແມ່ນ ​ໄດ້​ປູກ​ເຂົ້ານາ​ປີ​ໃນ​ເນື້ອທີ່ 44,61 ເຮັກຕາ ຜົນ​ໄດ້​ຮັບ​ທັງ​ໝົດ 87.230 ກິ​ໂລກຣາມ, ປູກ​ພືດ​ລົ້ມ​ລຸກ, ລ້ຽງສັດ​ປະເພດ​ຕ່າງໆ ເພື່ອ​ແກ້​ໄຂ​ການ​ເປັນ​ຢູ່ ແລະ ສ້າງ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ກົມ​ກອງ​ໃຫ້​ນັບ​ມ້ື​ດີ​ຂຶ້ນ​ເລື້ອຍໆ. ນອກ​ນັ້ນ, ຍັງສ້າງລາຍ​ຮັບ​ຈາກ​ການ​ບໍລິການ​ໂຮ​ງງານ​ນໍ້າດື່ມ, ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ, ເຮືອນ​ຮັບແຂກ ແລະ ບໍລິການ​ອື່ນໆ ໄດ້​ທັງ​ໝົດ 4 ຕື້​ກວ່າກີບ. ໂດຍ​ທຶນ​ດັ່ງກ່າວ​ບວກ​ກັບ​ງົບປະມານ​ທີ່​ຂັ້ນ​ເທິງ​ສະໜອງ​ໃຫ້ ​ແມ່ນ​ໜູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ກົມ​ກອງ​ເປັນຕົ້ນ​ແມ່ນ ການ​ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍຄູ, ເສັ້ນທາງ​ເຂົ້າ-ອອກ​ຄ້າຍ, ກຳແພງ, ປະຕູໂຂງ ແລະ ສານຸ​ປະ​ໂພກ​ຕ່າງໆ ​ໃຫ້​ແໜ້ນໜາ​ຖາວອນ​ ຕາມ​ແບບ​ວັດທະນະທຳ​ຈົບງາມ ພ້ອມ​ນັ້ນ, ​ຍັງ​ໄດ້​ປະຕິບັດ​ນະໂຍບາຍ​ຕໍ​່ພະນັກງານ-ນັກຮົບ ​ທີ່​ເຈັບເປັນ ແລະ ວຽກ​ງານ​ບໍລິຫານ​ອື່ນໆ​ຂອງ​ກົມ​ກອງ ​ຕື່ມ​ອີກ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ຂໍ້​ມູນ: ສາຍ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ