
ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ປະກາດການແຕ່ງຕັ້ງຂັ້ນພະແນກການ ແລະ ຊ່ວຍວຽກຂະແໜງການ
ເວລາອອກຂ່າວ: 2025-01-17 09:05:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 720 | ຄວາມນິຍົມ:
ວັນທີ 8 ມັງກອນ 2025, ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ໄດ້ປະກາດການແຕ່ງ ຕັ້ງຂັ້ນພະແນກການ ແລະ ຊ່ວຍວຽກຂະແໜງການ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນທະນົງໄຊ ວໍລະສານ ຫົວໜ້າອຳນວຍການໂຮງຮຽນເຫຼົ່າຮົບພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະ ນັກງານ ແລະ ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ພອນສີ ບຸຜາວົງ ຫົວໜ້າພະແນກພະລາທິການ-ເຕັກນິກ ໂຮງຮຽນເຫຼົ່າຮົບພະ ລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງ ນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການນຳສະເໜີຂອງກົມໃຫຍ່ພະລາທິການກອງທັບ ແລະ ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ຄຳຄູນ ວໍລະສານ ເປັນຫົວໜ້າພະແນກຄຸ້ມຄອງນັກສຶກສາ, ສະຫາຍ ຮ້ອຍໂທ ໂຊກໄຊ ບົວລະສາ ເປັນຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ ໂຮງຮຽນເຫຼົ່າຮົບພະ ລາທິການກອງທັບ, ສະຫາຍ ພັນຕີ ແສງແກ້ວ ສິງພັນທະມາດ ເປັນຮອງຫົວໜ້າພະແນກສັງລວມ ແລະ ບໍລິຫານ ແລະ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຊ່ວຍວຽກຂະແໜງການ ຈຳນວນ 12 ສະຫາຍ ຕື່ມອີກ.
ສະຫາຍ ພັນເອກ ບຸນທະນົງໄຊ ວໍລະສານ ໄດ້ຮຽກຮ້ອງໃຫ້ຜູ້ທີ່ ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງສືບ ຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກ ດ້ານ, ມີຄຸນສົມບັດສິນທຳປະຕິ ວັດ, ເປັນເຈົ້າການປະຕິບັດແນວ ທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະ ບຽບການຂອງລັດ, ປະກອບ ສ່ວນເຂົ້າໃນການກໍ່ສ້າງ ແລະ ປັບປຸງບູລະນະກົມກອງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມຫງົບ, ເປັນແບບ ຢ່າງນຳໜ້າດ້ານວຽກງານວິຊາສະເພາະພະລາທິການກອງທັບ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ