ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ກອງ​ວາລະສານ​ປ້ອງ​ກັນ​ຊາດ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024
ເວລາອອກຂ່າວ: 2025-01-17 09:09:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ:



ວັນ​ທີ 15 ມັງກອນ 2025 ນີ້, ກອງ​ວາລະສານ​ປ້ອງ​ກັນ​ຊາດ ໄດ້​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ ປີ 2024 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ທົ່ວ​ກອງ​ວາລະສານ​ປ້ອງ​ກັນ​ຊາດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ໄມ ແສງ​ອາ​ລຸນ ຫົວໜ້າ​ບັນນາທິການ​ກອງ​ວາລະສານ​ປ້ອງ​ກັນ​ຊາດ ໄດ້​ສະຫຼຸບ​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ໃນ​ປີ ຜ່ານມາ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາໃຈໃສ່ ສຶກ​ສາ​ອົບຮົມພະ ນັກງານ-ນັກຮົບ ຢ່າງຕໍ່​ເນື່ອງ ແລະ ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ເນື້ອ​ໃນ​ເປັນຕົ້ນ​ແມ່ນ​ຈັດຕັ້ງ ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ, ຄຳ​ສັ່ງ, ເອກະສານ​ຕ່າງໆ​ຂອງພັກ-ລັດ, ຟັງ​ປາຖະ ກະຖາ​ວັນ​ປະຫວັດສາດທີ່ສຳຄັນຂອງ​ຊາດ ແລະ ຂອງ​ເພື່ອນ​ມິດສາ​ກົນ​ທີ່​ຂັ້ນ​ເທິງ​ຈັດ​ຂຶ້ນ, ສ່ວນ​ວຽກ​ງານ​ວິຊາ​ສະເພາະ ໄດ້​ຈັດ​ພິມ​ວາລະສານ​ສະບັບ​ລາຍ​ເດືອນ​ໃນ​ຈຳນວນ 3.200 ຫົວ, ຂຽນ​ບົດ, ກວດແກ້​ບົດ​ລົງ​ວາລະສານ 54 ບົດ, ຈຳໜ່າຍ​ໂປດ​ສະ​ເຕີ ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ພັກ ສະໄໝທີ XI ມີ 114 ໃບ, ຮູບ​ພາບ​ກົມການ ເມືອງ​ສູນ​ກາງ​ພັກ 4 ຊຸດ, ພິມໃບ ​ຂ່າວພາບ​ຄະນະ​ພັກ​ກະຊວງ​ປ້ອງ ​ກັນ​ປະເທດ ສະໄໝ​ທີ V 30 ໃບ, ລົງ​ເກັບ​ກຳ​ຖ່າຍ​ພາບ​ບັນດາ​ກອງ​ປະຊຸມ​ໃຫ​ຍ່, ປາ​ຖາ​ກະຖາ 32 ຄັ້ງ, ຮັບ​ບົດ​ຈາກ​ຕາ​ນ່າງ​ຂ່າວ​ເພື່ອນ​ຮ່ວມ​ງານ 134 ບົດ, ຈຳໜ່າຍ​ວາລະສານ​ປ້ອງ​ກັນ​ຊາດ​ໃຫ້​ບັນດາ​ອົງການ, ກົມ​ກອງ, ທ້ອງຖິ່ນ ແລະ ເພື່ອນ​ຮ່ວມ​ງານ 3.258 ສະບັບ, ຮັບ ​ແລະ ຈຳໜ່າຍ​ໜັງສືພິມ​ກອງທັບ,ໜັງສືພິມ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ໜັງສືພິມ​ປະຊາຊົນ 3.840 ສະ ບັບ, ຮັບ ແລະ ຈຳໜ່າຍ​ວາລະສານ​ຈຳປາ, ໜັງສືພິມ​ປ້ອງ​ກັນ​ຄວາມສະຫງົບ,ອາ​ລຸນ​ໃໜ່, ກໍ່ສ້າງ​ພັກ, ກະສິກຳ​ປ່າໄມ້, ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຫວຽດນາມ, ໂຄສະນາ​ສູນ​ກາງ​ພັກ, ປະຫວັດ-ການ​ທະຫານ 852 ສະບັບ ​ເເລະ ຈຳໜ່າຍ​ຂ່າວ​ຄົ້ນ​ຄວ້​​າ​ໃຫ້ການ​ນຳ 683 ສະບັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ