ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ເຂົ້າອວຍພອນຄະນະນໍາກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2025-01-17 14:57:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 736 | ຄວາມນິຍົມ:



ວັນທີ 16 ມັງກອນ 2025 ນີ້, ສະຫາຍ ຈາງ ຊຶ ພິງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ທີ່ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນໍາກອງບັນຊາການທະຫານແຂວງຫຼວງພະບາງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍມີ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. ໂອກາດນີ້, ສະຫາຍ ຈາງ ຊຶ ພິງ ໄດ້ມີຄໍາເຫັນໂດຍຍົກໃຫ້ເຫັນມູນເຊື້ອອັນດີງາມແຫ່ງສາຍພົວພັນຮ່ວມມື ລະຫ່ວາງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນທັງສອງຊາດ ລາວ-ຈີນ ໂດຍສະເພາະແມ່ນກອງບັນຊາການທະຫານແຂວງຫຼວງພະບາງ ກັບກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາພາກເໜືອ ທີ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາໂດຍຕະຫຼອດ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ອວຍພອນໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບໃນທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ກໍຄືໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນຊາດໃຫ້ມີຄວາມສະຫງົບ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີຄວາມໝາຍສູງຕໍ່ການເຂົ້າອວຍພອນ ຂອງສະຫາຍ ຈາງ ຊຶ ພິງ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄໍາອວຍພອນໄຊອັນປະເສີດມາສູ່ຄະນະພັກ ແລະ ພະນັກງານ-ນັກຮົບທະຫານແຂວງຫຼວງພະບາງໃນຄັ້ງນີ້ ພ້ອມທັງອວຍພອນສາຍພົວພັນຮ່ວມມືອັນເປັນມູນເຊື້ອ ລະຫ່ວາງ ສອງພັກ, ສອງລັດ, ສອງກອງທັບ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂດຍ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ