
ຄະນະນຳແຂວງສາລະວັນ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-17 15:00:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 755 | ຄວາມນິຍົມ:
ວັນທີ 17 ມັງກອນ 2025, ຄະນະການນຳແຂວງສາລະວັນ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີຮູບປັ້ນຫຼໍ່ເໝືອນອົງແກ້ວກ່ອນມີພັກນຳພາ, ວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມ ແລະ ຈູດທູບຢູ່ສຸສານທະຫານແຂວງ ເພື່ອຫວນຄືນມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ການຈັດຕັ້ງວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ປະກອບມີທັງໝົດ 8 ພາກສ່ວນຄື: ຄະນະນໍາຂອງແຂວງ ນໍາໂດຍ ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງສາລະວັນ, ຕາມດ້ວຍກ້ອນກໍາລັງປ້ອງກັນຊາດ, ກ້ອນກຳລັງປ້ອງກັນຄວາມສະຫງົບ, ກ້ອນກຳລັງຈາກກຸ່ມພັກ-ພະນັກງານ, ກ້ອນກຳລັງກຸ່ມປົກປ້ອງກົດໝາຍ, ກ້ອນກຳລັງກຸ່ມເສດຖະກິດ, ກ້ອນກຳລັງກຸ່ມວັດທະນະທຳ-ສັງຄົມ ແລະ ກ້ອນກຳລັງເມືອງສາລະວັນ.
ທັງນີ້, ກໍເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ ໃນພາລະກິດການປະຕິວັດຕໍ່ສູ້ກູ້ຊາດໃນປາງສົງຄາມ ຢ່າງອົງອາດກ້າຫານ ທີ່ໄດ້ນໍາພາເຄື່ອນໄຫວຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ