ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຄະນະບໍລິຫານງານພັກອົງການກົມໃຫຍ່ເຕັກນິກອງທັບ ສະຫຼຸບວຽກງານການນໍາພາຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2024
ເວລາອອກຂ່າວ: 2025-01-17 16:06:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 832 | ຄວາມນິຍົມ:



ວັນທີ 14 ມັງກອນ 2025 ນີ້, ຄະນະບໍລິຫານງານພັກ ອົງການກົມໃຫຍ່ເຕັກນິກກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານການນໍາພາຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2024 ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນຕົ້ນປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະບໍລິຫານງານພັກອົງການກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2024 ແລະ ທິດທາງແຜນການ ປະຈໍາ 6 ຕົ້ນປີ 2025, ເຊິ່ງ ຄະນະພັກກົມໃຫຍ່ ໄດ້ເອົາໃຈໃສ່ຊີ້ນຳບັນດາກົມ, ຫ້ອງການ, ກອງ, ບໍລິສັດທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງຮັບປະກັນວຽກງານເຕັກນິກຮອບດ້ານ, ຕິດຕາມສະພາບການຜັນແປໃນແຕ່ລະໄລຍະຢ່າງໃກ້ຊິດ, ກຽມພ້ອມ ແລະ ຮັບປະກັນວັດຖຸອຸປະກອນເຕັກນິກ, ການກອບກູ້ໄພພິບັດ, ການເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ ເຮັດໃຫ້ສະພາບມີຄວາມສະຫງົບ, ຮັບປະກັນເຮັດໃຫ້ທຸກໆກົມກອງທີ່ຂຶ້ນກັບກົມໃຫຍ່ເຕັກນິກອງທັບ ມີຄວາມສະຫງົບປອດໄພ 100%, ໄດ້ເປັນເຈົ້າການເຜີຍແຜ່ເອກະສານຮັບປະກັນເຕັກນິກກຽມພ້ອມສູ້ຮົບຊີ້ນໍາ-ຈັດຕັ້ງລົງເກັບກຳ, ການຈັດຕັ້ງປະຕິບັດແຜນການກົມກອງຮາກຖານໄດ້ເປັນຢ່າງດີ, ຮັບປະກັນຄວາມປອດໄພໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ໄດ້ 100%. ວຽກງານປັບປຸງກໍ່ສ້າງກໍາລັງ ໄດ້ນຳພາ-ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ພະນັກງານ-ນັກຮົບ ດ້ວຍຫຼາຍຮູບການ, ແທດເຖິງແຕ່ລະເປົ້າໝາຍ, ເຮັດເປັນປະຈຳຕິດພັນກັບການສ້າງຂະບວນການຕ່າງໆ, ຈັດຕັ້ງປາຖະກະຖາ-ໂຄສະນາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ເຜີຍແຜ່ເຊື່ອມຊຶມມະຕິຕ່າງໆ ຂອງພັກ, ບວນການແຂ່ງຂັນປະຕິບັດໜ້າທີ່ວິຊາສະເພາະ, ກິລາ, ສິລະປະ-ວັນນະຄະດີ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງນັກຮົບວັດທະນະທຳ ແລະ ກົມກອງວັດທະນະທຳ, ກອງ 3 ປອດໄດ້ສໍາເລັດໂດຍພື້ນຖານ, ນອກນີ້ ຂົງເຂດວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ວຽກງານນະໂຍບາຍ, ປະກັນສັງຄົມ ແລະ ອົງການຈັດຕັ້ງມະຫາຊົນກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ມີຜົນສໍາເລັດ. ສໍາລັບທິດທາງລວມ ແລະ ຄາດໝາຍສູ້ຊົນ ທີ່ຈະສຸມໃສ່ນໍາພາ 6 ເດືອນຕົ້ນ ປີ 2025, ສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ກໍຄືການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, ບົນຈິດໃຈບຸກທະລຸເຂົ້າແຜນງານໃຫຍ່ ທີ 3 ໃຫ້ມີທ່າກ້າວຂະຫຍາຍຕົວ, ສຶບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ເຕັກນິກກອງທັບວາງອອກ, ຊຸກຍູ້ການຈັກຕັ້ງແຕ່ລະຂັ້ນເອົາໃຈໃສ່ເຮັດໃຫ້ກົມກອງມີຄວາມສະຫງົບ ແລະ ຮັບປະກັນເຮັດສຳເລັດໜ້າທີ່ຂອງຕົນ. ໂດຍ: ຄຳສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ