
ອົງການໄອຍະການ ປະຊາຊົນສູງສຸດ ມອບຄອມພິວເຕີ ແລະ ປິນເຕີ ໃຫ້ອົງການໄອຍະການທະຫານຂັ້ນສູງ
ເວລາອອກຂ່າວ: 2025-01-17 16:12:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 713 | ຄວາມນິຍົມ:
ໃນວັນທີ 17 ມັງກອນ 2025 ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 5 ຊຸດ ແລະ ປິນເຕີ ຈຳນວນ 2 ໜ່ວຍ, ລວມມູນຄ່າ 65.587.500 ກີບ ໃຫ້ອົງການໄອຍະການທະຫານຂັ້ນສູງ, ກ່າວມອບໂດຍທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍສະຫາຍ ພັນເອກ ອຳເພັດ ພົມມະກອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ອຳເພັດ ພົມມະກອນ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ນຳເອົາເຄື່ອງຄອມພິວເຕີ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະ ແມ່ນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ໃຫ້ສັນຍາວ່າ ຈະນຳເອົາອຸປະກອນດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານຫ້ອງການ ໃຫ້ໄດ້ຮັບຜົນດີ. ພ້ອມດຽວກັນນີ້, ອົງການໄອຍະການທະຫານຂັ້ນສູງ ແລະ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ສ້າງຂະບວນການແຂ່ງຂັນກິລາ ເຕະບານມິດຕະພາບ ຮ່ວມກັນຕື່ມອີກ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ