
ກອງໂທລະພາບກອງທັບ ມອບອຸປະກອນໄອທີໃຫ້ ກອງພົນທີ 3
ເວລາອອກຂ່າວ: 2025-01-22 09:15:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 378 | ຄວາມນິຍົມ:
ວັນທີ 10 ມັງກອນ 2025, ກອງໂທລະພາບກອງທັບ ນຳ ໂດຍ ສະຫາຍ ພັນໂທ ທອງນຶກ ທອງປະສິດ ຫົວໜ້າກອງໂທລະ ພາບກອງທັບ, ຜູ້ຮັບຜິດຊອບວຽກງານເຕັກນິກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ມອບອຸປະກອນໄອທີ ຈຳນວນ 1 ຊຸດ, ໂຕະຕັ່ງ 1 ຊຸດໃຫ້ ກອງພົນທີ 3 ເພື່ອແນໃສ່ປັບປຸງ ແລະ ພັດທະນາຄວາມເຂັ້ມແຂງໃຫ້ສື່ຕານ່າງຂ່າວຢູ່ບັນດາກົມກອງ ເວົ້າລວມ, ເວົ້າສະເພາະຢູ່ ກອງພົນທີ 3 ໃຫ້ມີຄວາມສະ ດວກວ່ອງໄວ ແລະ ຮັບປະກັນໃນ ການສົ່ງຂໍ້ມູນຂ່າວຜ່ານລະບົບສັນຍານສາຍໄຍແກ້ວ, ໂດຍການກ່າວຮັບຂອງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຫົວໜ້າຫ້ອງການເມືອງ ກອງພົນທີ 3 ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ກອງພົນທີ 3 ສະ ແດງຄວາມຂອບໃຈຕໍ່ຄະນະກອງໂທລະພາບກອງທັບ ທີ່ໄດ້ນຳເອົາອຸປະກອນໄອທີມາມອບໃຫ້ ກອງພົນທີ 3 ໃນຄັ້ງນີ້ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາອຸປະກອນດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານຂ່າວສານຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ