ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ຊາວ​ໜຸ່ມ ຫ້ອງການ​ສັນຕິ​ບານ ​ປກສ ນະຄອນຫຼວງ​ວຽງ​ຈັນ ມອບ​ເຄື່ອງ​ກິລາ​ໃຫ້ ກອງພັນ 616 ກອງ​ພົນ​ທີ 1
ເວລາອອກຂ່າວ: 2025-01-22 09:16:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ:



ໃນ​ວັນ​ທີ 11 ມັງກອນ 2025 ນີ້, ຢູ່​ທີ່​ເດີ່ນ​ກິລາ​ບານເຕະ ກອງ​ພົນ​ທີ 1, ສະຫາຍ ພັນ​ໂທ ສຸກ​ສາຄອນ ລັດຕະນະ​ວົງສາ ກຳມະການ​ຄະນະ​ພັກ​ຮາກ​ຖານ ຫ້ອງການ​ສັນຕິ​ບານ ​ປກສ ນະ ຄອນຫຼວງ​ວຽງ​ຈັນ, ຄະນະ​ຊາວ​ໜຸ່ມ​ພ້ອມ​ດ້ວຍ ສະມາຊິກ​ຊາວ​ໜຸ່ມຫ້ອງການ​ສັນຕິ​ບານ, ໄດ້​ນຳ​ເອົາ​ເຄື່ອງ​ກິລາ ມາ​ມອບ​ໃຫ້​ກອງພັນ 616 ກອງ​ພົນ​ທີ 1, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ທອງ​ຈັນ ເຢ່ຍ​ຕູ້ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 616 ພ້ອມ​ດ້ວຍ ສະມາຊິກ​ຊາວ​ໜຸ່ມ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸກ​ສາຄອນ ລັດຕະນະ​ວົງສາ ໄດ້​ໃຫ້​ຮູ້​ວ່າ: ການ ​ມອບ​ເຄື່ອງ​ກິລາ ແລະ ເຄື່ອງ​ບໍລິໂພກ ຂອງ​ຊາວ​ໜຸ່ມ ຫ້ອງການ​ສັນຕິ​ບານ ​ປກສ ນະຄອນຫຼວງ​ວຽງ​ຈັນ ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ເຂົ້າ​ໃນ​ຂະ​ບວນ​ການ​ກິລາ ຂອງ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເວົ້າ​ລວມ, ເວົ້າ​ສະເພາະ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ, ວັນ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຄົບຮອບ 64 ປີ ແລະ ວັນ​ສ້າງຕັ້ງ​ກອງ​ພົນ​ທີ 1 ຄົບຮອບ 40 ປີ ທີ່​ຈະ​ມາ​ເຖິງ​ໃນ​ໃກ້ໆ​ນີ້ ໃຫ້​ມີ​ຄວາມ ໝາຍ ຄວາມ​ສຳຄັນ ແລະ ເປັນ​ຂະ​ບວນ​ການ​ຟົດຟື້ນ​ຢ່າງ​ຕໍ່​ເນື່ອງ, ເຄື່ອງ​ກິລາ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ ເສື້ອ​ກິລາ, ອຸປະກອນ​ກິລາ ບານເຕະ, ບານສົ່ງ, ກະຕໍ້ ແລະ ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 23.368.000 ກີບ. ສະຫາຍ ພັນ​ໂທ ທອງ​ຈັນ ເຢ່ຍ​ຕູ້ ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່ ຊາວ​ໜຸ່ມ​ຫ້ອງການ​ສັນຕິ​ບານ ​ປກສ ນະຄອນຫຼວງ​ວຽງ​ຈັນ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ນຳ​ເອົາ​ວັດຖຸ ແລະ ປັດໃຈ​ດັ່ງກ່າວ​ໄປ​ໝູນ​ໃຊ້​ໃຫ້​ຖືກຕ້ອງ ແລະ ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ