ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກອງພັນ 791 ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024
ເວລາອອກຂ່າວ: 2025-01-22 09:17:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ວັນ​ທີ 10 ມັງກອນ 2025, ກອງພັນ 791 ກອງພັນ​ໃຫຍ່ 279 ໄດ້​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອ່ອນ​ແກ້ວ ພົມ​ມະ​ສຸລິນ ຮອງ​ຫົວໜ້າ​ການເມືອງ ກອງພັນ​ໃຫຍ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ 791 ພ້ອມ​ດ້ວຍ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ໝາຍ ສາຍພູ​ຫຼວງ ຮອງ​ຫົວໜ້າ​ການ ເມືອງ ກອງພັນ 791 ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ໃນ​ໜຶ່ງ​ປີຜ່ານມາ​ໄດ້​ມີ​ໝາກຜົນ​ໃນ​ຫຼາຍ​ດ້ານ. ໃນ​ນັ້ນ, ເດັ່ນ​ກວ່າ​ໝູ່​ແມ່ນ​ວຽກ​ງານ​ປ້ອງ​ກັນ​ທີ່​ຕັ້ງ​ບັນດາ​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະເທດ, ປ້ອງ​ກັນ​ກອງ​ປະຊຸມ, ປ້ອງ​ກັນ​ແຂກ​ພາຍ​ໃນ ແລະ ຕ່າງປະເທດ, ປ້ອງ​ກັນ​ໂຄງການ​ສື່ສານ ບໍລິສັດ ເບດ, ວິທະຍຸ-ໂທລະພາບ​ກອງທັບ, ໂຮງໝໍ​ສູນ​ກາງ 103 ກອງທັບ ແລະ ງານ​ສຳຄັນ​ອື່ນໆ ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງ ທັບ ລວມ​ທັງ​ໝົດ​ມີ 1.128 ຄັ້ງ ມີ 60.665 ແຮງ​ງານ, ດ້ານ​ວຽກ​ງານ​ພັກ ສ້າງ​ໄດ້​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 3 ໜ່ວຍ, ແຂງ 1 ໜ່ວຍ, ສະມາຊິກ​ພັກ​ແຂງ 80 ສະຫາຍ, ຍິງ 12 ສະຫາຍ​ແລະ ກາງ 1 ສະຫາຍ; ດ້ານ​ວຽກ​ງານ​ອົງ​ການຈັດຕັ້ງ​ມະ ຫາຊົນ ສ້າງ​ໄດ້​ໜ່ວຍ​ຊາວ​ໜຸ່ມ​ນຳ​ໜ້າ 3 ໜ່ວຍ ແລະ ກາງ 1 ໜ່ວຍ, ມີ​ສະມາຊິກ​ຊາວ​ໜຸ່ມ 4 ບຸກ 105 ສະຫາຍ, ແຂງ 45 ສະຫາຍ ແລະ ກາງ 13 ສະຫາຍ; ສ່ວນ​ວຽກ​ງານ​ສະຫະພັນ​ແມ່ຍິງ ໄດ້​ມີ​ສະມາຊິກ​ສະຫະພັນ​ແມ່ຍິງ 3 ດີ 15 ສະຫາຍ. ນອກ​ນັ້ນ, ກົມ​ກອງ​ຍັງ​ໄດ້​ເອົາໃຈໃສ່​ຕໍ່​ກັບ​ວຽກ​ງານ​ສ້າງ​ພະລາທິການ​ກັບ​ທີ່ ຊອກ​ຫາ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ກົມ​ກອງ ໂດຍ​ຖື​ເອົາ​ວຽກ​ງານ​ປູກຝັງ-ລ້ຽງສັດ ເປັນຕົ້ນ​ຕໍ ໄດ້​ສຸມ​ໃສ່​ເຮັດ​ສວນ​ຄົວ​ປູກ​ຜັກ​ກາດ, ຜັກບົ້ງ, ແລະ ຫອມ​ຊະນິດ​ຕ່າງໆ ປັດຈຸບັນ​ມີ​ງົວ​ລ້ຽງ 20 ໂຕ, ແບ້ 30 ໂຕ, ລ້ຽງ ເປັດ-ໄກ່ ຈຳນວນ 920 ໂຕ, ປາ​ດຸ​ພັນ 6.500 ໂຕ, ກົບ 10.500 ໂຕ, ເພາະ​ພັນ​ກົບ 5.000 ໂຕ; ຂາຍເຄື່ອງ​ແຫ້ງ ແລະ ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 145.200.000 ກີບ. ໂດຍ: ກົງ​ທອງ ອິນ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ