ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຄະນະ​ພັກ​ຮາກ​ຖານ​ ຫ້ອງ​ເຕັກນິກ ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ II
ເວລາອອກຂ່າວ: 2025-01-22 09:22:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ II ຂອງ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 16 ມັງກອນ 2025 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ ສະຫາຍ ພັນ​ເອກ ບຸນ​ຊູ ໄຊ​ລາສີ ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເລຂາ​ພັກ, ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 4 ຫ້ອງ ກອງ​ບັນຊາ​ການ, ຫ້ອງການ ​ປກຊ-​ປກສ ແຂວງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະນັກງານ​ສະມາຊິກ​ພັກ​ສົມບູນ​ທົ່ວ​ຫ້ອງ​ເຕັກນິກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ຊູ ແສນ​ສະຖິດ ຄະນະ​ພັກ​ກອງ​ບັນຊາ​ການ, ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ຫ້ອງ​ເຕັກນິກ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ໄລຍະ 5 ປີຜ່ານມາ ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເຕັກນິກ ໄດ້​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ຕິດ​ພັນ​ກັບ​ການ​ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ, ເຮັດ​ໃຫ້​ສະມາຊິກ​ພັກ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ມີ​ແບບແຜນ​ວິທີ​ເຮັດ​ວຽກ, ເປັນ​ເສນາ​ທິ​ການ​ໃຫ້​ແກ່​ຄະນະ​ພັກ​ກອງ​ບັນຊາ​ການ, ເຮັດ​ວຽກ​ງານ​ຮັບປະກັນ​ທາງ​ດ້ານ​ວັດຖຸ​ເຕັກນິກ, ໄດ້​ສ້ອມແປງ​ລົດ 174 ຄັ້ງ, ມີ 1 ໜ່ວຍ​ພັກ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 1 ສະໄໝ, ຂະຫຍາຍ​ສະມາຊິກ​ພັກ​ໄດ້ 16 ສະຫາຍ, ນຳ​ສົ່ງ​ພະນັກງານ​ໄປ​ຮຽນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ 63 ສະຫາຍ, ໄດ້​ຮັບ​ການ​ເລື່ອນ​ຊັ້ນ 83 ສະຫາຍ, ໄດ້​ຮັບ​ນາມມະຍົດ​ເປັນ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ 3 ສະໄໝ, ແມ່ຍິງ 3 ດີ 3 ສະໄໝ, ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ 29 ສະຫາຍ, ລ້ຽງ​ງົວ 12 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ໄດ້ 198 ລ້ານ​ກວ່າ​ກີບ. ຈາກ​ນັ້ນ, ກອງ​ປະຊຸມ ກໍ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຊຸດ​ໃໝ່ ເຊິ່ງ​ເລືອກ​ໄດ້ ສະຫາຍ ພັນ​ໂທ ບຸນ​ອັ້ນ ພອນ​ຄຳ​ເພັດ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ວົງ​ພອນ ກ່ອງ​ພາ​ວັນ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ໂທ ສີ​ໄພ ສີ​ພັນ​ທອງ, ສະຫາຍ ພັນ​ໂທ ບຸນ​ໂນ ໜູ​ກ້ຽວ​ບຸນ​ທະວີ, ສະຫາຍ ພັນ​ໂທ ຕຸ້ຍ ເພັດ​ຄຳ​ດີ, ສະຫາຍ ພັນ​ໂທ ຄຳ​ຜາຍ ສີ​ບຸນ​ມາລາ ແລະ ສະຫາຍ ພັນ​ໂທ ບຸນ​ມີ ແສງ​ວິໄລ ເປັນ​ຄະນະ. ໂດຍ: ວັດທະນາ ພັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ