ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຮັບປະກັນ​ດ້ານ​ພະລາທິການ​ໃຫ້​ເດີນ​ແມ່ນ​ແລ່ນ​ສະດວກ​ດີ
ເວລາອອກຂ່າວ: 2025-01-22 09:26:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:



ລະບົບ​ຄ້າຍ​ຄູ​ທີ່ຢູ່​ອາໄສ ຫຼື ສິ່ງ​ປຸກ​ສ້າງ​ປະເພດ​ຕ່າງໆ​ຂອງ​ກົມ​ກອງ​ທະຫານ​ໃນ​ກອງທັບ​ເຮົາ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ພື້ນຖານ​ສຳຄັນ​ຕໍ່​ການ​ດຳລົງ​ຊີ ວິດ ແລະ ການເຄື່ອນໄຫວ​ເຮັດ​ໜ້າທີ່​ຂອງ​ພະນັກງານ-ນັກຮົບ ທີ່​ສັງກັດ​ຢູ່​ແຕ່​ລະ​ຫົວໜ່ວຍ​ກົມ​ກອງ​ທັງ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ລະບົບ​ແນວ​ຄິດ​ພະນັກງານ-ນັກຮົບ ໃຫ້​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ບຸກ​ບືນ, ຫ້າວຫັນ ເຮັດ​ສຳ ເລັດ​ໜ້າທີ່​ການເມືອງ​ຂອງ​ແຕ່​ລະ​ສະຫາຍທີ່​ໄດ້​ຮັບ​ມອບ​ໝາຍ, ເມື່ອ​ເບິ່ງ​ຄືນ​ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ຍາມ​ໃດ​ກໍ​ໄດ້​ຖື​ສຳຄັນ​ຕໍ່​ວຽກ​ງານ​ດັ່ງກ່າວ​ດ້ວຍ​ການ​ຈັດ​ສັນ​ງົບປະມານ​ໃນ​ແຕ່​ລະ​ປີ​ຕາມ​ສະພາບ​ເສດຖະກິດ-ການ​ເງິນ​ແຕ່​ລະ​ໄລຍະ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລະບົບ​ຄ້າຍ​ຄູ, ສຳນັກງານ​ຫ້ອງການ, ທີ່ຢູ່​ອາໄສ ແລະ ສິ່ງ​ປຸກ​ສ້າງ​ຕ່າງໆ ສົມທົບ​ກັບ​ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ຕິດ​ພັນ​ແໜ້ນ​ກັບ​ໜ້າທີ່​ວິຊາ​ສະເພາະ ເຊື່ອມ​ຊຶມ​ກຳ​ແໜ້ນ​ມູນເຊື້ອ​ດຸໝັ່ນ​ຂະຫຍັນ​ພຽນ, ປະຢັດ​ມັດທະຍັດ​ຕາມ​ທິດ​ນຳ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເປັນ​ການ​ດຶງ​ດູດ​ແນວ​ຄິດ​ຈິດໃຈ​ຂອງ​ພະນັກງານ-ນັກຮົບ ໃຫ້​ມີ​ຄວາມ​ສະໜິດຕິດ​ແໜ້ນ​ກັບ​ອົງການ, ກົມ​ກອງ​ທີ່​ຕົນ​ສັງກັດ​ຢູ່ ໂດຍ​ຢຶດ​ໝັ້ນ​ໃນ​ຄຳ​ຂວັນ​ທີ່​ວ່າ ‘‘ຮັກຄ້າຍຄື​ເຮືອນ​ເຮົາ​ຢູ່, ຮັກ​ໝູ່ ຄູ່ ເໝືອນ​ອ້າຍ​ເອື້ອຍ​ນ້ອງ​ຮ່ວມ​ອຸທອນ​ດຽວ​ກັນ’’. ໃນ​ນີ້, ເວົ້າ​ສະເພາະ​ຢູ່​ກອງພັນ​ ໃຫຍ່ 703 ກໍແມ່ນ​ກົມ​ກອງ​ໜຶ່ງ​ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ອາກາດ ແລະ ມີ​ຄວາມໜັກແໜ້ນ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ສະຫາຍ ພັນ​ເອກ ບຸນ​ໄຫຼ ໄຊ​ຍະ​ສິງ ກຳມະການ​ຄະນະ​ພັກ, ຫົວໜ້າ​ພະ​ແນກ​ພະລາທິການກອງພັນ​ໃຫຍ່ 703 ໃຫ້​ຮູ້​ວ່າ: ການຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ຂອງ​ພະ​ແນກ​ພະລາທິການ​ໃນໄລ ຍະ​ຜ່ານ​ມາ​ ແມ່ນ​ມີ​ຜົນ​ສຳ​ເລັດ ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ວຽກ​ງານ​ວິຊາ​ສະເພາະ​ລ້ຽງ​ດູ​ກຳລັງ. ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ ໄດ້​ຍົກ​ສູງ​ວຽກ​ງານ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ດ້ານ​ຕ່າງໆ ແລະ ອົບຮົມ-ຫັດ​ແອບ​ກຽມພ້ອມ​ສູ້​ຮົບ, ວຽກ​ງານ​ຮັບປະກັນໄດ້​ການ​ແກ້​ໄຂຊີວິດ​ການ​ເປັນ​ຢູ່, ຮັບ ປະກັນ​ໄດ້​ພະນັກງານ-ນັກຮົບ​ໄດ້​ ກິນ​ເຂົ້າ​ມື້ໜຶ່ງ 3 ຄາບ​ອາຫານ 3-4 ເຍື່ອງ, ກິນ​ດື່ມ​ສະອາດ​ຖືກ​ຕາມ​ລັກ​ອະນາ​ໄມ ຮັບປະກັນ​ດ້ານ​​ຊີ້ນ, ປາ ແລະ ຜັກ​ກິນ. ພ້ອມ​ນັ້ນ​ຍັງ​ໄດ້​ຊີ້​ນຳ​ຂະແໜງການ​ຜະລິດ​ ຍົກ​ສູງ​ນໍ້າໃຈ​​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຕາມທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ວາງ​ອອກ ໂດຍ​ຖື​ເອົາ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະ​ລາ​ກຳນົດ ເພື່ອ​ແນ ໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ດີ​ຂຶ້ນ, ດ້ານ​ການ​ລ້ຽງ​ກົມ​ກອງ​ໄດ້​ລ້ຽງ​ງົວ ແລະ ຂາຍ​ອອກ 2 ໂຕ ເປັນ​ເງິນ 12.000.000 ກີບ, ເກັບ​ກູ້​ຜັກ​ຊະນິດ​ຕ່າງ​ໄດ້ 2.458 ກິ​ໂລ ກ​ຣາມ ເປັນ​ເງິນ 15.751.000 ກີບ, ຂາຍ​ແບ້ ຈຳນວນ 4 ໂຕ ເປັນ​ເງິນ 6.000.000 ກີບ, ໝູ​ພັນ​ຊີ້ນ ຈຳນວນ 8 ໂຕ ເປັນ​ເງິນ 20.856.000 ກີບ, ສັດ​ປີກ ເປັນ​ເງິນ 5.165.000 ກີບ, ຈີ່ງ​ຫຼິດ, ກົບ ເປັນ​ເງິນ 9 ລ້ານ​ກວ່າ​ກີບ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ໄດ້​ດີ​ສົມຄວນ​ໃນ​ໄລຍະ​ຜ່ານ​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ