
ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ
ເວລາອອກຂ່າວ: 2025-01-22 14:16:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:
ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2024 ຂອງຄະນະກໍາມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ, ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ນີ້,ຢູ່ທີ່ສະໂມສອນຂອງກອງບັນຊາການ ທະຫານແຂວງຈໍາປາສັກ. ໂດຍການເປັນປະທານຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ, ປະທານ ປກຊ-ປກສ ແຂວງຈໍາປາສັກ, ມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກອງບັນຊາການ ປກສ, ຄະນະກໍາມະການ ປກຊ-ປກສ 9 ຕົວເມືອງ 1 ນະຄອນ ເຂົ້າຮ່ວມ.
ສະຫາຍ ພັນເອກ ສີໄຄ ທິບພະຈັກ ຫົວໜ້າຫ້ອງການ ປກຊ-ປກສ ແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານຮອບດ້ານໄລຍະຜ່ານມາ, ເຊິ່ງ 1 ປີ ຜ່ານມາຄະນະພັກ - ຄະນະບັນຊາ ໄດ້ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຕາມມູນເຊື້ອ ເພື່ອປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ,ປັບປຸງກໍາລັງກອງຫຼອນຢູ່ແຕ່ລະບ້ານ. ໃນທົ່ວແຂວງ ໄດ້ປັບປຸງການກໍ່ສ້າງທ່າສະໜາມ 61 ກຸ້ມບ້ານ, ມີກຸ່ມບ້ານສູ້ຮົບຕິດລ່ຽນ 125 ກຸ່ມບ້ານ, ບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ 301 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 587 ບ້ານ, ໃນປີ 2024 ມີ 21 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 603 ບ້ານ, ບ້ານພັດທະນາ 589 ບ້ານ, ບ້ານປອດຢາເສບຕິດ 12 ບ້ານ. ນອກນີ້ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຄະນະພັກ-ຄະນະບັນຊາ ທຸກຫົວໜ່ວຍກົມກອງ ຕັ້ງໜ້າສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ກຳລັງຂອງຕົນ ໂດຍຖືເອົາການຈັດຕັ້ງເຜີຍແຜ່ ມູນເຊື້ອຜົນງານຂອງກອງທັບຄື 3 ທາດແທ້ 6 ມູນເຊື້ອ,ໂຄສະນາສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ເຊື່ອມຊືມແນວທາງ ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ເພື່ອແນໃສ່ເຮັດສຳເລັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 4 ແຜນງານ 41 ໂຄງ ຂອງກະຊວງປ້ອງກັນຄວາມສະງຫງົບ ວາງອອກ ໃຫ້ປະກົດຜົນເປັນຈິງ.
ສະຫາຍ ປອ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ຕີລາຄາສູງຕໍ່ບົດສະຫຼຸບກັບການປະກອບຄໍາຄິດເຫັນຂອງບັນດາຄະນະຜູ້ແທນ, ພ້ອມທັງຍ້ອງຍໍຊົມເຊີຍຕໍ່ໝາກຜົນແຫ່ງຄວາມສໍາເລັດທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນະບັນຊາທຸກຂັ້ນ ສືບຕໍ່ໃນການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຕາໜ່າງວຽກງານ ປກຊ-ປກສ ຢູ່ຂັ້ນຮາກຖານໃຫ້ກວ້າງຂວາງ ຕິດພັນສອດຫ້ອຍໄປກັບການພັດທະນາ ຊົນນະບົດຮອບດ້ານໃຫ້ໄດ້ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 4 ແຜນງານ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ມີຜົນສໍາເລັດ.
ຂ່າວ: ດາວົງ ບຸດຕະວົງ
ພາບ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ