ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຫຼາຍພາກສ່ວນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ທະຫານແຂວງ ສະຫວັນນະເຂດ
ເວລາອອກຂ່າວ: 2025-01-22 14:21:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ (20/1/1949-20/1/2025) ເລີມໃນລະຫວ່າງ ວັນທີ 19-20 ມັງກອນ 2025 ນີ້, ສະຫາຍ ພັນເອກ ພັນວິໄລ ລາດສະຍົນ, ຫົວໜ້າການເມືອງ ແລະ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ອວຍພອນ ຈາກພາກສ່ວນຕ່າງໆ, ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ. ການມາອວຍພອນຄັ້ງນີ້ປະກອບມີ: ການນໍາຂອງແຂວງ ເຊິ່ງນຳໂດຍ ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ນຳເອົາກະຕ່າຂອງຂວັນພ້ອມເງິນສົດ 20 ລ້ານກີບ, ການນໍາເມືອງຈໍາພອນ, ພະແນກແຜນການ ແລະ ການລົງທຶນແຂວງ, ປກສ ແຂວງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາສະຫວັນະເຂດ, ເຂດເສດຖະກິດພິເສດ, ພະແນກການຕ່າງປະເທດແຂວງ, ທະນາຄານລາວ-ຫວຽດ, ຈຸລະພາກດວງເດືອນ,ຄະນະບໍລິຫານງານຊາວໜຸ່ມແຂວງ, ພະແນກກະສິກຳປ່າໄມ້ແຂວງ, ບໍລິສັດການຄ້າດານັງປະຈຳແຂວງສະຫວັນະເຂດ, ລັດວິສາຫະກິດໄຟຟ້າລາວສາຂາສະຫວັນະເຂດ, ລັດວິສາຫະກິດນໍ້າປະປາ ແຂວງ, ກຳມະບານແຂວງ, ກຸ່ມບໍລິສັດສຸລິຍະພາໄຊ ໄດ້ນໍາເອົາກະຕ່າດອກໄມ້, ກະຕ່າຂອງຂວັນ ແລະ ເງິນສົດຈໍານວນໜຶ່ງ ມາອວຍພອນ ແລະ ມອບໃຫ້ຄະນະພັກ-ຄະນະບັນກອງບັນຊາການທະຫານ ແຂວງສະຫວັນະເຂດ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ. ສະຫາຍ ຫົວໜ້າການເມືອງ ແລະ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ ກໍ່ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ສະແດງຄວາມຂອບອົກຂອບໃຈ ນຳການນຳຂອງແຂວງ ແລະ ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ທີ່ໄດ້ເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ມາໂດຍຕະຫຼອດ ພ້ອມທັງໃຫ້ຄຳຢືນຢັນວ່າ ວັດຖຸ-ປັດໃຈ ທີ່ນຳມາມອບໃນຄັ້ງນີ້ຈະໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ໂດຍ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ