ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຫຼາຍພາກສ່ວນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2025-01-22 15:23:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ວັນທີ່ 20 ມັງກອນ 2025 ນີ້, ມີຫຼາຍພາກສ່ວນໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຄຳມ່ວນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025). ເຊິ່ງມີ ສະຫາຍ ປອ ແກ້ວອຸດອນ ບຸດສິງຂອງ ຮອງເຈົ້າແຂວງໆຄຳມ່ວນ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ກອງປະຕິບັດງານພິເສດ 589, ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນທະນາຄານພັດທະນາລາວ, ພະແນກສະຫະພັນແມ່ຍິງແຂວງ, ບໍລິສັດຊີໂນອາກຣີ-ໂປຣຕາສ ຈຳກັດ, ບໍລິສັດ ຄຳມ່ວນຊີມັງ KCL ຈຳກັດ, ດ່ານສາກົນນາເພົ້າ, ພະແນກການຕ່າງປະເທດແຂວງ, ອຳນາດການປົກຄອງບ້ານໂພນສະອາດ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກກະສິກຳແຂວງ, ໂຮງແຮມແມ່ຂອງ, ບໍລິສັດລັດວິສາຫະກິດ ບໍລິການຄວາມປອດໄພແຂວງ, ກອງບັນຊາການ ປກສ ແຂວງ, ຮ້ານອາຫານຮວງຫວູ້, ທ່ານ ປອ ສົມສະອາດ ອຸ່ນສີດາ, ທ່ານ ຄຳພັດ ໄກຍະລາດ, ທ່ານ ຄຳພັນ ຫຼວງອາມາດ, ທ່ານ ສຸບິນ ອິນທິພາບ ແລະ ທ່ານ ແກ້ວວັນໄຊ ສຸກແສນທອງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ແລະ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມຄະນະພັກ - ຄະນະບັນຊາ. ສະຫາຍ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ ແລະ ບັນດາພະແນການອ້ອມຂ້າງແຂວງ, ບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດຮ່າງຮ້ານ ທີ່ເຂົ້າອວຍພອນໃນຄັ້ງນີ້ ກໍ່ໄດ້ກ່າວສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງກ່າວອວຍພອນມາຍັງຄະນະພັກ - ຄະນະບັນຊາ ພະນັກງານ - ນັກຮົບ ທົ່ວທະຫານແຂວງຄໍາມ່ວນ ຈົ່ງມີສຸຂະພາບແຂງແຮງ, ມີພາລານາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ວຽກງານທຸກປະການ. ສະຫາຍ ພົນຈັດຕະວາ ສົມແຄນອັບປະສອນ ແລະ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ການຳຂັ້ນແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ, ບຸກຄົນ, ນິຕິບຸກຄົນ ຕະຫຼອດຮອດບໍລິສັດຮ່າງຮ້ານ ທີ່ໄດ້ນຳເອົາກະຕ່າຂອງຂວັນເຂົ້າມາອວຍພອນໃນຄັ້ງນີ້ ພ້ອມທັງກ່າວອວຍພອນແດ່ທຸກພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ບໍລິສັດ ກໍ່ຂໍໃຫ້ມີຜົນສຳເລັດ ແລະ ມີຄວາມກ້າວໜ້າໃນການດຳເນີນທຸລະກິດຂຶ້ນໄປເລື້ອຍໆ. ໃນໂອກາດຽວກັນ ກອງບັນຊາການທະຫານແຂວງຄໍາມ່ວນ ຍັງໄດ້ມອບໃບຍ້ອງຍໍກອງບັນຊາການທະຫານແຂວງ ໃຫ້ແກ່ ບໍລິສັດ ຄຳມ່ວນຊີມັງ KCL ຈຳກັດ ທີ່ມີຜົນງານ ໃນການປະກອບສ່ວນວັດຖຸ ແລະ ປັດໃຈ ເພື່ອຊຸກຍູ້ກອງທັບ ກໍ່ຄືກອງບັນຊາການທະຫານແຂວງຄຳມ່ວນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ເຊິ່ງລວມເປັນມູນຄ່າ 70,000,000 ກີບ ແລະ ບໍລິສັດ ຊີໂນອາກຣີ - ໂປຕາສ ຈຳກັດ ເປັນມູນຄ່າ 103,300,000 ກີບ ອີກດ້ວຍ. ໂດຍ : ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ