ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ກອງພົນທີ 2 ເປີດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2025
ເວລາອອກຂ່າວ: 2025-01-22 15:37:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ກອງພົນທີ 2 ໄດ້ເປີດອົບຮົມ - ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການເມືອງກອງພົນທີ 2 , ມີຄະນະພັກ ຄະນະບັນຊາກອງພົນ, ຄະນະຫ້ອງ , ພະແນກການ, ຄະນະພັກ - ຄະນະບັນຊາກອງພັນໃຫຍ່, ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ2 ເຂົ້າຮ່ວມ. ສະຫາຍ ພັນໂທ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມຫ້ອງເສນາທິການກອງພົນທີ 2 ໄດ້ຜ່ານແຜນການອົບຮົມ - ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2025 ໂດຍອີງຕາມຄໍາສັ່ງແນະນໍາ ຂອງກົມອົບຮົມກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ - ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍ ປະຈໍາປີ 2025 ແລະ ເພື່ອຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາອົບຮົມ - ຫັດແອບ ປະຈໍາປີ 2025 ຂອງກົມອົບຮົມວາງອອກ ໃຫ້ເປັນຮູບປະທໍາ ນໍາເອົາເນື້ອໃນຈິດໃຈ ຂອງຄໍາສັ່ງເຂົ້າສູ່ການປະຕິບັດຕົວຈິງ ຢູ່ແຕ່ລະກົມກອງ ພ້ອມກັນປະຕິບັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ມີຄຸນນະພາບສູງ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດດ້ານສິນລະປະຍຸດ-ຍຸດທະວິທີໃຫ້ນາຍ ແລະ ພົນທະຫານ ຢູ່ແຕ່ລະກົມກອງໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດໃນລະດັບທີ່ແນ່ນອນ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ສໍາລັບເນື້ອໃນອົບຮົມ - ຫັດແອບ, ກໍານົດເວລາອົບຮົມທັງໝົດ 180 ວັນ ໃນນັ້ນແມ່ນແບ່ງອອກເປັນ 2 ໄລຍະ; ໄລຍະທີ 1 ເລີ່ມແຕ່ເດືອນ ມັງກອນ-ເດືອນມິຖຸນາ, ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ-ເດືອນພະຈິກ ໃນນັ້ນ, ອົບຮົມຄວາມຮູ້ທົ່ວໄປ 45 ວັນ, ອົບຮົມກິລາການທະຫານ 8 ວັນ, ວຽກງານເສນາທິການ 5 ວັນ, ສິນລະປະຍຸດທະຫານຮາບ 8 ວັນ, ຍຸດທະວິທີທະຫານຮາບ 8 ວັນ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບ 1 ວັນ, ວຽກງານການເມືອງຮັບໃຊ້ສູ້ຮົບ 15 ວັນ, ວຽກງານພະລາທິການຮັບໃຊ້ສູ້ຮົບ 10 ວັນ, ວຽກງານເຕັກນິກຮັບໃຊ້ສູ້ຮົບ 10 ວັນ ແລະ ສິລະປະຍຸດທະຫານຮາບ ກົມກອງທະຫານຮາບ 40 ວັນ . ໃນພິທີຍັງໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ປະຈໍາປີ 2025 ແລະ ເຊີນຕົວແທນ ຂອງບັນດາອົງການ, ກົມກອງຂຶ້ນຈັບມືແຂ່ງຂັນກັນ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິພົນສູງ ແລະ ສໍາເລັດຕາມແຜນການ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ