ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ປິດຂະບວນການແຂ່ງຂັນກິລາ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ
ເວລາອອກຂ່າວ: 2025-01-22 16:21:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 469 | ຄວາມນິຍົມ:



ວັນທີ 17 ເດືອນ ມັງກອນ 2025 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ປິດຂະບວນການແຂ່ງຂັນກິລາ ມວນຊົນ, ຢູ່ທີ່ເດີນຜາມໄຊຂອງໂຮງຮຽນ, ເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, 4 ກອງພັນ, ພະນັກງານ-ນັກຮົບ ແລະ ນັກກິລາ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳວົງ ຈັນທະມາລີ ຮອງຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ1 ໄດ້ສະຫຼຸບຄືນຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດແຂ່ງຂັນກິລາ ໄລຍະຜ່ານມາ ເຫັນໄດ້ດ້ານດີ, ບາງບັນຫາຄົງຄ້າງ ແລະ ຜົນໄດ້ຮັບ. ການແຂ່ງຂັນກິລາໃນນີ້ ເປັນການສ້າງບັນຍາກາດໃຫ້ເບີກບານມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນສຳຄັນຂອງຊາດ, ຂອງພັກ, ເວົ້າລວມ, ເວົ້າສະເພາະແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ໃຫ້ມີບັນຍາກາດຟົດຟື້ນ. ຜ່ານການຈັດຕັ້ງປະຕິບັດເຫັນວ່າ: ຄະນະຊີ້ນຳແຕ່ລະພາກສ່ວນທີ່ຖືກແຕ່ງຕັ້ງມອບໝາຍກໍ່ໄດ້ເຄື່ອນໄຫວ ລົງເລິກໃກ້ຊິດ, ຕິດແທດ, ຕິດຕາມກວດກາເປັນປະຈຳບໍ່ໄດ້ຂາດ, ຊີ້ນຳພະແນກທີ່ກ່ຽວຂ້ອງ ຫ້າງຫາກະກຽມແຜນການເອກະສານຕ່າງໆກໍ່ຄືວັກຖຸ ອຸປະກອນຮັບໃຊ້ເຂົ້າໃນວຽກງານຂະບວນການກິລາຢ່າງລະອຽດ, ກຳມະການຕັດສິນໃນເວລາແຂ່ງຂັນແມ່ນຍຸດຕິທຳຖືກຕ້ອງຕາມກົດກະຕິກາ ບໍ່ອ່ຽງຊ້າຍ ອ່ຽງຂວາ ມີຄວາມເປັນທຳທັງສອງຝ່າຍ ແລະ ນັກກິລາແຕ່ລະປະເພດກໍ່ໄດ້ເຂົ້າຮ່ວມແຂ່ງຂັນແຕ່ຕົ້ນຕະຫຼອດປາຍ, ຮັກສາໄດ້ຄວາມສາມັກຄີລະຫວ່າງນັກກິລາດ້ວຍກັນ ເຮັດໃຫ້ການແຂ່ງຂັນມີບັນຍາກາດຟົດຟື້ນຕໍ່ເນື່ອງ. ການແຂ່ງຂັນກິລາໃນຄັ້ງນີ້ແມ່ນໄດ້ດຳເນີນການແຂ່ງຂັນແຕ່ ວັນທີ່ 6 ເດືອນ ພະຈິກ ປີ 2024 ແລະ ສຳເລັດລົງໃນວັນທີ່ 16 ມັງກອນ 2025. ປະກອບມີ 3 ປະເພດການແຂ່ງຂັນຄື: ບານເຕະຊາຍ, ບານສົ່ງຊາຍ, ບານສົ່ງຍິງ ແລະ ກິລາເປຕັງ, ຜ່ານການແຂ່ງຂັນຕົວຈິງ ບານເຕະ ລາງວັນທີ I ກອງພັນທີ 4, ລາງວັນທີ II ກອງພັນທີ 2, ລາງວັນທີ III ຫ້ອງການໂຮງຮຽນ, ບານສົ່ງຊາຍ ລາງວັນທີ I ກອງພັນທີ 2, ລາງວັນທີ II ກອງພັນທີ 4, ລາງວັນທີ III ຫ້ອງອົບຮົມ, ກິລາບານສົ່ງຍິງ ລາງວັນທີ I ກອງຮ້ອຍຮັບປະກັນ, ລາງວັນທີ II ຫ້ອງການເມືອງ ແລະ ລາງວັນທີ III ຫ້ອງພະລາທິການ, ກິລາເປຕັງ ລາງວັນທີ I ກອງພັນທີ 4, ລາງວັນທີ II ຫ້ອງເຕັກນິກ ແລະ ລາງວັນທີ III ຫ້ອງອົບຮົມ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ