
ວພກ ປິດຂະບວນການແຂ່ງຂັນກິລາມວນຊົນສະໝັກຫຼິ້ນ
ເວລາອອກຂ່າວ: 2025-01-23 08:46:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:
ໃນວັນທີ 10 ມັງກອນ 2025 ນີ້, ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນສະໝັກຫຼິ້ນປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ
ອຳນວຍການ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ທົ່ວວິທະຍາຄານພະລາທິການກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ທອງວັນ ອ່ຽງບົວລາ ຫົວໜ້າຫ້ອງການບໍລິຫານ ວິທະຍາຄານພະລາທິການກອງທັບ ໄດ້ໃຫ້ຮູວ່າ: ການແຂ່ງຂັນກີລາກີລາມວນຊົນໃນຄັ້ງນີ້ ກໍເພື່ອສ້າງຂະບວນການ ຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ກໍຄືຂອງ ກອງທັບ ທີ່ດຳເນີນການແຂ່ງຂັນ ມາໄດ້ໄລຍະໜຶ່ງນັ້ນໄດ້ປິດລົງຢ່າງຈົບງາມ, ສະແດງອອກໃນ ໄລຍະການແຂ່ງຂັນ ມີບັນຍາ ກາດເບີກບານມ່ວນຊື່ນ, ຄຶກຄື້ນ ແລະ ມີຄວາມໝາຍຢ່າງຍິ່ງ ຜ່ານການແຂ່ງຂັນຕົວຈິງສາມາດສະຫຼຸບຜົນຂອງການແຂ່ງຂັນກິລາມວນຊົນສະມັກຫຼິ້ນດັ່ງນີ້: ລາງວັນຊະນະເລີດປະເພດບານເຕະຊາຍໄດ້ແກ່ ກອງພັນທີ 2 (ງໍ2), ຮອງຊະນະເລີດໄດ້ແກ່ ກອງພັນທີ 1, ທີ 3 ໄດ້ແກ່ 3 ຫ້ອງ (ຫ້ອງການເມືອງ,ຫ້ອງເຕັກນິກ,ຫ້ອງວິທະຍາສາດປະຫວັດສາດ), ປະເພດບານສົ່ງຊາຍ ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ຮອງຊະນະເລີດ ກອງພັນທີ 1, ທີ 3 ຫ້ອງອົບຮົມ, ປະເພດບານສົ່ງຍິງ ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ຮອງຊະນະເລີດ ຫ້ອງການເມືອງ, ທີ 3 ຫ້ອງອົບຮົມ, ປະເພດເປຕັງຊາຍ ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ຮອງຊະນະເລີດໄດ້ແກ່ ຫ້ອງການເມືອງ, ທີ 3 ກອງພັນທີ 1, ປະເພດເປຕັງຍິງ ລາງວັນຊະນະເລີດໄດ້ແກ່ ຫ້ອງພະລາທິການ, ຮອງຊະນະເລີດໄດ້ແກ່ ຫ້ອງເຕັກນິກ, ທີ 3 ໄດ້ແກ່ຫ້ອງການເມືອງ, ປະເພດເປຕັງປະສົມຍິງ-ຊາຍ ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ຮອງຊະນະເລີດໄດ້ແກ່ ຫ້ອງອົບຮົມ, ທີ 3 ກອງພັນທີ 1, ປະເພດກະຕໍ້ຫວາຍ ລາງວັນຊະນະເລີດໄດ້ແກ່ ກອງພັນທີ 2, ຮອງຊະນະເລີດໄດ້ແກ່ ຫ້ອງການເມືອງ, ທີ 3 ຫ້ອງພະລາທິການ, ໃນແຕ່ລະລາຍການຂອງການແຂ່ງຂັນ ທີມທີ່ໄດ້ຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດຈຳນວນໜຶ່ງ.
ໂດຍ: ພອນປະສົງ ຢ່າງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ