
ຫຼາຍພາກສ່ວນເຂົ້າອວຍພອນ ຫ້ອງການສະຫະພັນແມ່ຍິງກອງທັບ
ເວລາອອກຂ່າວ: 2025-01-23 08:47:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:
ໃນວັນທີ 21 ມັງກອນ 2025 ນີ້, ມີຫຼາຍພາກສ່ວນໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງການສະຫະພັນແມ່ຍິງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໃນນີ້, ມີຄະນະແມ່ຍິງກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍທ່ານ ນາງ ໂຄຕະມີ ຈັນທະມາລິນ ປະທານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ຄະນະແມ່ຍິງ ສະຖາ
ບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳພາໂດຍທ່ານ ປອ ນາງ ຄຳແພ່ນ ເພັງພັກດີ ຮອງປະທານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການ
ປົກຄອງ, ຄະນະແມ່ຍິງກະຊວງການເງິນ ນຳໂດຍທ່ານ ນາງ ດາວອນ ທອງຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມຄະນະ, ນອກນີ້ ສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫະພັນແມ່ຍິງກະຊວງການເງິນ ໄດ້ມອບວັດຖຸປັດ ໃຫ້ຫ້ອງການສະຫະພັນແມ່ຍິງກອງທັບ ພາກສ່ວນລະ 5.000.000 ກີບ ລວມເປັນເງິນ ຈຳນວນ 10.000.000 ກີບ ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຕາງໜ້າໃຫ້ຄະນະສະຫະພັນແມ່ຍິງກອງທັບ ກ່າວສະແດງຄວາມຂອບໃຈຕໍ່ ພາກສ່ວນຕ່າງໆ ທີ່ເຂົ້າມາອວຍພອນ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ພ້ອມທັງອວຍພອນໃຫ້ສະຫະພັນແມ່ຍິງທັງສາມຄະນະ ຈົ່ງມີສຸຂະພາບ ເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ຊີ້ນຳ-ນຳພາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງໃຫ້ ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ