ຄະນະພັກ-ຄະນະອໍານວຍການ ໂຮງງານເກີບທັນວາກອງທັບ ອວຍພອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2025-01-23 13:59:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1131 | ຄວາມນິຍົມ: ![]()
ວັນທີ 22 ມັງກອນ 2025 ນີ້, ສະຫາຍ ພັນໂທ ແສງດາວັນ ສີຊານົນ ອໍານວຍການໂຮງງານເກີບທັນວາ ກອງທັບ ພ້ອມຄະນະ, ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2025).
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພັນໂທ ແສງດາວັນ ສີຊານົນ ພ້ອມຄະນະ ທີ່ໄດ້ນໍາເອົາກະຕ່າຂອງຂວັນມາອວຍພອນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2025), ພ້ອມທັງອວຍພອນໄຊອັນປະເສີດໃຫ້ຄະນະພັກ-ຄະນະອໍານວຍການໂຮງງານເກີບທັນວາກອງທັບ ແລະ ພະນັກງານ-ນັກຮົບທຸກສະຫາຍ ກໍຄືກໍາມະກອນໃນທົ່ວໂຮງງານ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະການຜະລິດເຄື່ອງປະເພດຕ່າງໆ ເພື່ອຮັບໃຊ້ກອງທັບໃຫ້ໄດ້ປະລິມານ ແລະ ມີຄຸນນະພາບດີຕະຫຼອດໄປ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















