
ໂຮງໝໍບໍລິເວນ 107 ສະຫຼຸບວຽກງານຮອບດ້ານປະຈໍາປີ 2024
ເວລາອອກຂ່າວ: 2025-01-23 14:17:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 487 | ຄວາມນິຍົມ:
ວັນທີ 22 ມັງກອນ 2025 ນີ້, ໂຮງໝໍບໍລິເວນ 107 ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ດຣ ຄຳແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ຍຸຄອນ ຜາລີເພັງ ຫົວໜ້າການເມືອງໂຮງໝໍບໍລິເວນ 107, ມີສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ອຳນວຍການໂຮງໝໍບໍລິເວນ 107, ມີຄະນະພັກ-ຄະນະບັນຊາ, ມີບັນດາສະຫາຍຫົວໜ້າພະແນກການ-ຂະແໜງການ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນເພັງ ຫົງດາສັກ ຫົວໜ້າພະແນກແຜນການສັງລວມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2024 ຕະຫຼອດໄລຍະ 1 ປີຜ່ານມາ ເຫັນວ່າພະນັກງານ-ນັກຮົບ ທົ່ວກົມກອງມີແນວຄິດ ຫຼັກໝັ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີສະແດງອອກຄື: ໄດ້ຮັບນາມມະຍົດຢັ້ງຢືນເປັນກົມກອງວັດທະນະທຳ ຄັ້ງທີ 2, ຢັ້ງຢືນເປັນກົມກອງ 3 ປອດ, ມີ 21 ສະຫາຍ ໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ, 7 ສະຫາຍ ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ II, 13 ສະຫາຍ ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ III, ດ້ານວຽກງານວິຊາສະເພາະ ໄດ້ມີຜູ້ເຂົ້າມາໃຊ້ບໍລິການ ກວດທັງໝົດ 49.805 ເທື່ອຄົນ, ຄົນເຈັບເຂົ້ານອນ 10.830 ເທື່ອຄົນ, ປິ່ນປົວດີ 10.660 ເທື່ອຄົນ, ສົ່ງໂຮງໝໍອື່ນ 150 ເທື່ອຄົນ, ສໍາລັບຄົນເຈັບທີ່ມີປະກັນສຸຂະພາບເຂົ້າມາໃຊ້ບໍລິການ ທັງໝົດ 12.476 ເທື່ອຄົນ ໃນນີ້ຜູ້ປະກັນຕົນ 7.489 ເທື່ອຄົນ, ຄູ່ສົມລົດ 2.338 ເທື່ອຄົນ ແລະ ລູກ 2,649 ເທື່ອຄົນ. ໃນປີຜ່ານມາສາມາດສ້າງລາຍຮັບສະເລ່ຍໃສ່ຫົວຄົນໄດ້ 2.142.000 ກີບຕໍ່ຄົນຕໍ່ປີ (ໃນຈໍານວນພົນ 426 ຄົນ). ພ້ອມທັງ ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ໂຮງໝໍບໍລິເວນ 107, ມອບໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ ຈໍານວນ 36 ສະຫາຍ, ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບ 24 ສະຫາຍ ໂດຍແມ່ນຄະນະປະທານຜັດປ່ຽນກັນຂຶ້ນມອບ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ